spot_img
Homeຂ່າວພາຍ​ໃນນັກສຶກສາໂຕນຫ້ອງຮຽນ ໄປດື່ມກິນເຮຮາເຫັນມີແຜ່ຫລາຍ

ນັກສຶກສາໂຕນຫ້ອງຮຽນ ໄປດື່ມກິນເຮຮາເຫັນມີແຜ່ຫລາຍ

Published on

schboys drink beer

ສະຖາບັນການສຶກສານັບທັງພາກລັດ ແລະ ເອກະຊົນ, ຕ້ອງໄດ້ເພີ່ມທະວີການຄຸ້ມ ຄອງກວດກາ ແລະ ມີມາດຕະການເຂັ້ມງວດກວ່າເກົ່າດ້ານລະບຽບຕໍ່ນັກຮຽນ-ນັກ ສຶກສາເພາະ ຜ່ານມາເຫັນວ່າມີນັກຮຽນ-ນັກສຶກສາຈຳ ນວນບໍ່ໜ້ອຍບໍ່ເອົາໃຈໃສ່ຕໍ່ ການຮຽນພາກັນໄປນັ່ງດື່ມເຫລົ້າເບຍຢູ່ຕາມຮ້ານອາຫານ ແລະ ສະຖານບັນເທິງ ຕ່າງໆແມ່ນມີແຜ່ຫລາຍ, ໂດຍສະເພາະຮ້ານອາຫານຕັ້ງຢູ່ໃກ້ກັບສະຖາ ບັນການ ສຶກສາຂອງພວກເຂົາ.

ນັກຂ່າວພວກເຮົາໄດ້ລົງຕິດຕາມເບິ່ງບັນຫາຕົວຈິງຢູ່ຮ້ານອາຫານເຂດແຄມຂອງໃນບ່າຍວັນທີ 19 ພຶດສະ ພານີ້, ພາຍຫລັງມີເພື່ອນຜູ້ອ່ານທ່ານໜຶ່ງໄດ້ແຈ້ງມາວ່າ: ມີນັກຮຽນ-ນັກສຶກສາຂອງວິທະຍາໄລເຕັກນິກຊື່ດັງຫລາຍຄົນທັງຜູ້ຊາຍ ແລະ ຜູ້ຍິງໃສ່ຊຸດນັກຮຽນພາກັນຕັ້ງວົງດື່ມເບຍຢ່າງສະໜຸກສະໜານຈົນບໍ່ໄປໂຮງຮຽນ ແລະ ຄວາມເປັນຈິງແລ້ວປາກົດການ

ເຊັ່ນນີ້ແມ່ນພົບເຫັນເລື້ອຍໆຢູ່ຕາມຮ້ານອາຫານຕ່າງໆ ແລະ ເປັນບັນຫາຊ່ຳເຮື້ອແກ່ຍາວມາດົນຈົນຍາກທີ່ຈະແກ້ໄຂໄດ້, ສົ່ງຜົນສະທ້ອນບໍ່ດີຕໍ່ວົງການການສຶກສາຂອງປະເທດ ແລະ ຖ້າພວກເຮົາຍັງປະປ່ອຍໃຫ້ສະພາບດັ່ງກ່າວເປັນໄປຕາມກະ ແສສັງຄົມຫລິ້ນກິນຟູມເຟືອຍໂດຍບໍ່ມີມາດຕະການສະກັດກັ້ນຢ່າງຈິງຈັງ, ກໍຍິ່ງຈະເຮັດໃຫ້ໄວໜຸ່ມ, ນັກຮຽນ-ນັກສຶກສາຈຳ ນວນບໍ່ໜ້ອຍຕົກເປັນທາດຂອງສິ່ງມຶນເມົາ ແລະອະໄວຍະມຸກຕ່າງໆ, ບໍ່ເອົາໃຈໃສ່ຕໍ່ການສຶກສາຮ່ຳຮຽນສຸດທ້າຍກໍກ້າວໄປ ສູ່ການປະລະການຮຽນ ແລະ ກາຍເປັນພາລະຂອງພໍ່ແມ່, ຄອບ ຄົວ ແລະ ສັງຄົມ ຄືດັ່ງພວກເຮົາເຫັນສະພາບຕົວຈິງນຳ ກັນໃນປັດຈຸບັນ.

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...