spot_img
Homeຂ່າວຕ່າງປະເທດທັກ​ສິນ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ໄທ ວິ​ຈານ​ລັດ​ຖະ​ບານ ພົນ​ເອກ ປະ​ຍຸດ ຂະ​ນະ​ຢູ່ເກົາ​ຫລີ​ໃຕ້!

ທັກ​ສິນ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ໄທ ວິ​ຈານ​ລັດ​ຖະ​ບານ ພົນ​ເອກ ປະ​ຍຸດ ຂະ​ນະ​ຢູ່ເກົາ​ຫລີ​ໃຕ້!

Published on

tkpy 600

ທ່ານ ທັກ​ສິນ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ກ່າວ​ໃນ​ຂະ​ນະ​ຢູ່​ໃນ​ເກົາ​ຫລີ​ໃຕ້ ວິ​ຈານ​ການ​ເຮັດ​ວຽກ​ຂອງ​ລັດ​ຖະ​ບານ ພົນ​ເອກ ປະ​ຍຸດ ຈັນ​ໂອ​ຊາ ຍັງ​ບໍ່​ທັນ​ເຂົ້າ​ຕາ​ກຳ​ມະ​ການ.

ສຳ​ນັກ​ຂ່າວ​ເດ​ລິ​ນິວ​ຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ ທ່ານ ທັກ​ສິນ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ໄດ້​ກ່າວ​ວິ​ຈານ​ການ​ເຮັດ​ວຽກ​ຂອງ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ ໃນ​ຂະ​ນະ​ທີ່​ເດີນ​ທາງ​ໄປ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ແຫ່ງ​ທະ​ວີບ​ອາ​ຊີ ຄັ້ງ​ທີ 6 (The 6th Asian Leadership Conference) ຢູ່ ສ.ເກົາ​ຫລີ ​ໂດຍ​ທ່ານ​ໄດ້​ລະ​ບຸ​ວ່າ ” ການ​ບໍ​ລິ​ຫານ​ງານ​ຂອງ​ລັດ​ຖະ​ບານ ພົນ​ເອກ ປະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຫົວ​ໜ້າ​ຄະ​ນະ​ຮັກ​ສາ​ຄວາມສະ​ຫງົບ​ແຫ່ງ​ຊາດ ຍັງ​ບໍ່​ທັນ​ເປັນ​ຕາ​ປະ​ທັບ​ໃຈ​ພໍ​ເທົ່າ​ໃດ ແລະ ຂໍ​ໃຫ້​ພະ​ຍາ​ຍາມ​ເຮັດ​ວຽກ​ໜັກ​ກ່​ວາ​ນີ້ ” ແນວ​ໃດ​ກໍ​ຕາມ ທ່ານ ທັກ​ສິນ ຊິນ​ນະ​ວັດ ກໍ​ຍັງ​ເຊື່ອ​ວ່າ ລັດ​ຖະ​ບານ​ຂອງ​ພົນ​ເອກ​ປະ​ຍຸດ ຈະ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​ໄດ້.

ນອກ​ຈາກ​ນັ້ນ, ທ່ານ ທັກ​ສິນ ຊິນ​ນະ​ວັດ ເຊິ່ງ​ປັດ​ຈຸ​ບັນ​ກຳ​ລັງ​ລີ້​ໄພ​ທາງ​ການ​ເມືອງ​ຢູ່​ຕ່າງ​ປະ​ເທດ ຍັງ​ໄດ້​ປະ​ຕິ​ເສດ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ກຸ່ມ​ເສື້ອ​ແດງ ແລະ ທັງ​ຍັງ​ເວົ້າ​ອີກວ່າ ຕົນ​ເອງ​ບໍ່​ໄດ້​ມີ​ແຜນ​ການ​ໃຫ້​ ທ້າວ ພານ​ທອງ​ແທ້ ຊິນ​ນະ​ວັດ ເຊິ່ງ​ເປັນ​ລູກ​ຊາ​ຍ​ຄີງ ຂຶ້ນ​ເປັນ​ຫົວ​ໜ້າ​ພັກ​ເພື່ອ​ໄທ​ ຕາມ​ຫາງ​ສຽງ​ຂ່າວ​ລື​ໃນ​ເວ​ທີ​ການ​ເມືອງ​ໄທ​ປັດ​ຈຸ​ບັນ​ແຕ່​ຢ່າງ​ໃດ.

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...