spot_img
Homeຂ່າວຕ່າງປະເທດເກີດ​ເຫດ​ດິນ​ຖະ​ຫລົ່ມ​ຢູ່​ໂກ​ລົມ​ບີ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ເກືອບ​ເຄິ່ງ​ຮ້ອຍ!

ເກີດ​ເຫດ​ດິນ​ຖະ​ຫລົ່ມ​ຢູ່​ໂກ​ລົມ​ບີ ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ​ເກືອບ​ເຄິ່ງ​ຮ້ອຍ!

Published on

EyWwB5WU57MYnKOuFtPlMvGZ1cq3zlX1wMNlv8GU6QobLlETPs1Rc6

ເກີດ​ເຫດ​ດິນຖະ​ຫລົ່ມ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ໂກ​ລົມ​ບີ ເນື່ອງ​ຈາກ​ຝົນ​ຕົກ​ໜັກ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ ຢ່າງ​ໜ້ອຍ 48 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ ເກີດ​ເຫດ​ດິນຖະ​ຫລົ່ມ​ໃນ​ພື້ນ​ທີ່​ລັດ​ແອນ​ຕິ​ໂອ​ເກຍ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ​ໂກ​ລົມ​ບີ ໃນ​ຕອນ​ເຊົ້າ​ຂອງວັນ​ຈັນ​ທີ 18 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ແລ້ວ ຢ່າງ​ໜ້ອຍ 48 ຄົນ ໂດຍ​ສາ​ເຫດ​ແມ່ນ​ເກີດ​ມາ​ຈາກ​ຝົນ​ທີ່​ຕົກ​ລົງ​ມາ​ຢ່າງ​ໜັກ ສົ່ງ​ຜົນ​ເຮັດ​ໃຫ້​ນ້ຳ​ໃນ​ແມ່​ນ້ຳ​ລິ​ໂບ​ເຣຍ​ນາ ໃນ​ເມືອງ​ຊັນ​ກາ ລົ້ນ​ຝັ່ງ​ໄຫລ​ເຂົ້າ​ຖ້​ວມ​ຕະ​ລິ່ງ ເຮັດ​ໃຫ້​ເກີດ​ມີ​ດິນ​ຖະ​ຫລົ່ມ.

ເຈົ້າ​ໜ້າ​ທີ່​ໂກ​ລົມ​ບີ ໄດ້​ສົ່ງ​ທີມ​ສຸກ​ເສີນ​ທຸກ​ໜ່ວຍ​ອອກ​ໄປ​ຊ່ວຍ​ເຫລືອຜູ້​ປະ​ສົບ​ໄພ ໂດຍກອງ​ທັບ​ອາ​ກາດ​ໂກ​ລົມ​ບີ​ໄດ້​ເປີດ​ເຜີຍ​ວ່າ ໄດ້​ສົ່ງ​ເຮືອ​ບິນ​ເຮ​ລິ​ຄ​ັອບ​ເຕີ້ ໄປ​ພື້ນ​ທີ່​ດັ່ງ​ກ່າວ​ແລ້ວ ໂດຍ​ມີ​ທະ​ຫານ​ຫລາຍ​ກ່​ວາ 160 ຄົນ ເຂົ້າ​ຮ່ວມ​ໃນ​ການ​ແກ້​ໄຂ​ສະ​ຖາ​ນະ​ການ​ສຸກ​ເສີນ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...