spot_img
Homeຂ່າວການພັດທະນາຮັບ­ຮອງ​ເອົາ​ສວນ​ເຈົ້າ​ອະ­ນຸ­ວົງ ເປັນ​ເຂດ​ປອດ​ຄວັນ​ຢາ­ສູບ

ຮັບ­ຮອງ​ເອົາ​ສວນ​ເຈົ້າ​ອະ­ນຸ­ວົງ ເປັນ​ເຂດ​ປອດ​ຄວັນ​ຢາ­ສູບ

Published on

20150518081328

ເພື່ອ​ເປັນ​ການ​ກະ​ຕຸ້ນ​ໃຫ້​ສັງຄົມ​ຮູ້​ວ່າ: ສວນ​ເຈົ້າ​ອະ­ນຸ­ວົງ ນະຄອນ​ຫຼວງ​ວຽງ​ຈັນ ເປັນ​ສວນປອດ​ຄວັນ​ຢາ­ສູບ​ຕາມ​ກົດ­ໝາຍ ມາ​ແຕ່​ປີ 2011 ແລະ ເປັນ​ການປ່ຽນ​ພຶດ­ຕິ​ກຳ​ຂອງ​ຜູ້​ທີ່ມາ​ທ່ຽວຊົມ ແລະ ຄ້າ­ຂາຍ​ບໍ່​ໃຫ້​ສູບ­ຢາໃນ​ບໍ­ລິ­ເວນ​ສວນ​ດັ່ງ­ກ່າວ ພ້ອມທັງ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງວັນ​ງົດ​ຢາ­ສູບ​ໂລກ ກໍ່​ຄືວັນ​ງົດ​ຢາສູບ​ແຫ່ງ​ຊາດ ໃນ​ວັນ​ທີ 31 ພຶດສະ­ພາ 2015 ທີ່​ຈະ​ມາ​ເຖິງ​ນີ້ ທັງ​ນີ້ກໍ່​ເພື່ອ​ເປັນ​ການ​ປຸກ­ລະ­ດົມໃຫ້​ສັງ­ຄົມ​ຮັບ​ຮູ້ ແລະ ເຂົ້າ­ໃຈເຖິງໄພ​ອັນ­ຕະ­ລາຍ​ຂອງ​ຢາ­ສູບ ໂດຍ​ສະ­ເພາະແມ່ນ​ກຸ່ມ​ໄວ​ໜຸ່ມ ທັງ​ເປັນ​ການ​ປູກ​ຈິດ​ສຳ­ນຶກໃຫ້​ຜູ້ເຂົ້າ​ຮ່ວມ​ຮູ້​ວ່າ ການ​ສູບ­ຢາ​ບໍ່ແມ່ນ​ສິ່ງ​ປົກ­ກະ­ຕິ ມັນ​ເປັນ​ສິ່ງເສບ​ຕິດ​ທີ່​ພາ­ໃຫ້​ເກີດ​ພະ­ຍາດ​ທີ່ຮ້າຍ​ແຮງ ແລະ ເສຍ​ຊີ­ວິດ​ກ່ອນໄວ​ອັນ​ຄວນ​ໄດ້.

ພາຍ​ໃນ​ງານ​ຍັງ​ມີ​ກິດ­ຈະ­ກຳທີ່​ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ຜົນ​ຮ້າຍຂອງ​ຢາ­ສູບ ກິດ­ຈະ­ກຳ​ຖາມ-ຕອບ ແລະ ແຈກ​ສື່​ປຸກ­ລະ­ດົມຫ້າມ​ສູບ­ຢາ ການ​ເດີນ​ຂະ​ບວນ​ຖືປ້າຍ​ພະ­ຍາດ​ຕ່າງໆ​ທີ່​ເກີດຈາກການ​ສູບ­ຢາ ການ​ເດີນ​ຂະ​ບວນຂອງ​ມາ​ສ​ຄອດ ແລະ ຫຸ່ນ​ກະ­ດູກທີ່​ເປັນ​ມະ​ເຮັງ​ປອດ ນອກ­ຈາກ​ນີ້ຍັງ​ມີ​ການ­ສະ­ແດງ​ຂອງ​ໄວ​ໜຸ່ມ ເພື່ອ​ສື່​ໃຫ້​ເຫັນ​ເຖິງ​ຄົນ​ຕາຍ​ຍ້ອນຢາ­ສູບ 13 ຄົນ​ຕໍ່​ມື້ ເຊິ່ງ​ຕ້ອງ​ມີມາດ​ຕະ­ການ​ຄວບ​ຄຸມ​ຢາ­ສູບ​ໃຫ້ເຂັ້ມ​ງວດ ​ເພື່ອ​ເຮັດ​ໃຫ້​ຈຳ­ນວນ​ຜູ້ຕາຍ​ໃນ​ແຕ່​ລະ​ມື້​ຫຼຸດ​ລົງ.

ກິດ­ຈະ­ກຳ​ໄວ​ໜຸ່ມ​ເພື່ອ​ປຸກລະ­ດົມ​ສວນ​ເຈົ້າ​ອະ­ນຸ­ວົງ​ປອດຄວັນ​ຢາ­ສູບ ຈັດ​ຂຶ້ນ​ວັນ​ທີ 15 ພຶດສະ­ພາ 2015 ຈັດ​ໂດຍ​ພະ​ແນກສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງວຽງ​ຈັນ ຮ່ວມ​ກັບກົມ​ອະ­ນາ­ໄມ  ແລະ ສົ່ງ­ເສີມ​ສຸ­ຂະ­ພາບ ກະ­ຊວງສາ­ທາ­ລະ­ນະ​ສຸກ ສະ​ມາ​ພັນຄວບ​ຄຸມ​ຢາ­ສູບອາ​ຊຽນ ແລະ ອົງການ​ອະ­ນາ­ໄມ​ໂລກ ເປັນ​ກຽດເຂົ້າ​ຮ່ວມ​ຂອງ​ທ່ານ ສາຍ­ທອງ ແກ້ວດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງ​ວຽງ​ຈັນ ທ່ານ ດຣ.ນາງ ຈຸ​ລຽດ ໄຟລ​ໂຊ ຕາງ­ໜ້າອົງ­ການ​ອະ­ນາ­ໄມ​ໂລກ​ ປະ­ຈຳ ສປປ ລາວ ທ່ານ ດຣ.ພັດເກິ່ງ ຊາ​ເນດ ຫົວ­ໜ້າ​ກົມອະ­ນາ­ໄມ ແລະ ສົ່ງ­ເສີມ​ສຸ­ຂະ­ພາບກະ­ຊວງສາ­ທາ­ລະ­ນະ​ສຸກ ທັງ​ເປັນ​ຫົວໜ້າ​ກອງ​ເລ­ຂາຄະ­ນະ​ກຳ​ມະ ການ​ແຫ່ງ​ຊາດ ເພື່ອ​ການ​ຄວບຄຸມ​ຢາ­ສູບ ມີ​ບັນ­ດາ​ອຳ­ນາດ​ການປົກ­ຄອງເມືອງ 4 ເມືອງ​ໃນ ແລະ ບ້ານ​ອ້ອມ​ຂ້າງ​ສວນ​ເຈົ້າ​ອະ­ນຸ­ວົງ ຊາວ​ໜຸ່ມ ນັກ­ຮຽນ ແລະ ມວນຊົນ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ...

ພິທີເຊັນສັນຍາໂຄງການປັບປຸງເສັ້ນທາງເທດສະບານເມືອງວັງວຽງ

ໂຄງການປັບປຸງເສັ້ນທາງພາຍໃນເທດສະບານຄືນໃຫມ່ເມືອງວັງວຽງ ແຂວງວຽງຈັນ ແມ່ນໂຄງການຫນຶ່ງໃນຈໍານວນ 4 ໂຄງການຍ່ອຍ ທີ່ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ ພາຍໃຕ້ການສະຫນັບສະຫນູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2. ໃນວັນທີ 17 ຕຸລາ 2024 ທີ່ເມືອງວັງວຽງ,...

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...