ອຸ​ທາ​ຫອນ! ສາວ​ໂຣ​ມາ​ນີ ຖືກ​ໄຟ​ຊ໊ອດ​ຕາຍ ຫລັງ​ນອນຍົກ​ຂາ​ຖ່າຍ​ເຊວ​ຟີ່​ ເທິງ​ຫລັງ​ຄາ​ລົດ​ໄຟ!

7

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້​ວ່າ ເກີດ​ເຫດ​ອຸ​ທາ​ຫອນ​ທີ່​ໜ້າ​ສະ​ຫລົດ​ໃຈ​ຂຶ້ນ ເມື່ອ​ສາວ​ໄວ​ລຸ້ນ​ຊາວ​ໂຣ​ມາ​ນີ ຕ້ອງ​ເຖິງ​ແກ່​ຊີ​ວິດ ຫລັງ​ຈາກ​ນອນ​ຍົກ​ຂາ​ຖ່າຍ​ເຊວຟີ່​ຢູ່​ເທິງ​ຫລັງ​ຄາ​ລົດ​ໄຟ ເຮັດ​ໃຫ້​ໄຟ​ຊ໊ອດ​ຕາຍ.

ລາຍ​ງານ​ຂ່າວ​ໄດ້​ລະ​ບຸ​ວ່າ ຜູ້​ເຄາະ​ຮ້າຍ​ຊື່ ນາງ ແອນ​ນາ ເອີ​ຊູ ອາ​ຍຸ 18 ປີ ແລະ ໝູ່​ຂອງ​ນາງ ໄດ້​ເດີນ​ທາງ​ດ້ວຍ​ລົດ​ໄຟໃນ​ເມືອງ​ໄອ​ຊີ ແຕ່​ນາງ​ເປັນ​ຄົນ​ທີ່​ມັກ​ຖ່າຍ​ຮູບ​ຕົນ​ເອງ ຫລື ເຊວ​ຟີ່​ຫລາຍ ແລະ ຕ້ອງ​ການ​ທີ່​ຈະ​ຖ່າຍ​ຮູບ​ເຊວ​ຟີ່​ແບບ​ແປກ​ໃໝ່ ຈິ່ງ​ໄດ້​ຂຶ້ນ​ໄປ​ນອນ​ເທິງ​ຫລັງ​ຄາ​ລົດ​ໄຟ ແລະ ໄດ້​ຍົກ​ຂາ​ເບື້ອງ​ໜຶ່ງ​ຂຶ້ນ​ເທິງ​ຟ້າ ກ່ອນ​ທີ່​ຂາ​ຈະ​ໄປ​ພາດ​ໃສ່​ສາຍ​ໄຟ​ຟ້າ​ແຮງ​ສູງ ເຮັດ​ໃຫ້​ໄຟ​ຟ້າ​ຊ໊ອດ ແລະ ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ກ່ອນ​ທີ່​ຈະ​ຖືກ​ນຳ​ຮ່າງ​ຂຶ້ນ​ເຮືອ​ບິນ ເພື່ອ​ໄປ​ໂຮງ​ໝໍ ໂດຍ​ນາງ​ເອງ​ຢູ່​ໃນ​ສະ​ພາບ​ຖືກ​ໄຟ​ຟ້າ​ໄໝ້ຮ່າງ​ກາຍ​ເຖິງ 50% ​ແລະ ເສຍ​ຊີ​ວິດ​ລົງ​ໃນ​ເວ​ລາ​ຕໍ່​ມາ.