ຜົ​ນ​ການ​ວິ​ໄຈ​ໃນ​ອັງ​ກິດ​ຊີ້ ຫ້າມ​ເດັກ​ນ້ອຍ​ເອົາ​ມື​ຖື​ມາ​ໂຮງ​ຮຽນ ຊ່ວຍ​ໃຫ້​ຜົນ​ການ​ຮຽນ​ດີ​ຂຶ້ນ!

558000005816901

ຜົນ​ການ​ສຶກ​ສາ​ລ່າ​ສຸດຂອງ​ອັງ​ກິດ​ພົບ​ວ່າ ການ​ຫ້າມ​ເດັກ​ນ້ອຍ​ເອົາ​ໂທ​ລະ​ສັບ​ມື​ຖື​ມາ​ໂຮງ​ຮຽນ​ນຳ ມີ​ສ່ວນ​ເຮັດ​ໃຫ້​ເດັກ​ນ້ອຍ​ມີ​ຜົນ​ການ​ຮຽນ​ດີ​ຂຶ້ນ.

ສຳ​ນັກ​ຂ່າ​ວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ  18 ພຶດ​ສະ​ພາ​ນີ້​ ໂດຍ​ອ້າງ​ຜົນ​ການ​ສຶກ​ສາ​ຂອງ “London School of Economics” ທີ່​ໄດ້​ຮວບ​ຮວມ​ຂໍ້​ມູນ​ຈາກ​ໂຮງ​ຮຽນ​ໃນ 4 ເມືອງ​ໃຫຍ່​ຂອງ​ອັງ​ກິດ​ຄື: ນະ​ຄອນ​ຫລວງ​ລອນດອນ, ແມນ​ເຊ​ສ​ເຕີ້, ເລ​ສ​ເຕີ້ ແລະ ເບີ​ມິງ​ແຮມ ພົບ​ວ່າ ເດັກ​ນ້ອຍ​ນັກ​ຮຽນ​ອາ​ຍຸ​ລະ​ຫວ່າງ 11-16 ປີ ມີ​ຜົນ​ການ​ຮຽນ​ດີ​ຂຶ້ນປະ​ມານ 6% ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ຖືກ​ຫ້າມ ບໍ່​ໃຫ້​ເອົາ​ໂທ​ລະ​ສັບ​ມື​ຖື​ຕິດ​ໂຕ​ໄປ​ໂຮງ​ຮຽນ​ນຳ.

ທ່ານ ຫລຸຍ ຟິ​ລິບ​ເປ ບີ​ແລນ ແລະ ທ່ານ ຣິ​ຊາດ ເມີ​ຟີ ເຊິ່ງ​ຮ່ວມ​ກັນ​ເປັນ​ຜູ້​ວິ​ໄນ​ໃນ​ເລື່ອງ​ດັ່ງ​ກ່າວ ໄດ້​ອອກ​ມາ​ລະ​ບຸ​ວ່າ ເຖິງ​ເວ​ລາ​ແລ້ວ ທີ່​ໂຮງ​ຮຽນ​ຄວນ​ພິ​ຈາ​ລະ​ນາ ນຳ​ມາດ​ຕະ​ການ​ຫ້າມ​ໃຊ້​ໂທ​ລະ​ສັບ​ມື​ຖື​ໃນ​ໂຮງ​ຮຽນ​ຢ່າງ​ຈິງ​ຈັງ ເພາະ​ໂທ​ລະ​ສັບ​ມື​ຖື​ມີ​ຜົນ​ໂດຍ​ກົງ ຕໍ່​ກັບ​ຄວາມ​ຕັ້ງ​ໃຈ​ຮຽນ​ຂອງ​ເດັກ​ນ້ອຍ ແລະ ມັນ​ໄດ້​ຫລຸດ​ຜ່ອນ​ຜົນ​ສຳ​ເລັດ​ທາງ​ການ​ສຶກ​ສາ​ຂອງ​ເດັກ​ນ້ອຍ​ອີກ​ດ້ວຍ.

ຢ່າງ​ໃດ​ກໍ​ຕາມ ກຸ່ມ​ເຄື່ອນ​ໄຫວ​ດ້ານ​ສິດ​ທິ​ມະ​ນຸດຫລາຍ​ກຸ່ມ ໄດ້​ອອກປະ​ກາດ​ຄັດ​ຄ້ານ ຫາກ​ໂຮງ​ຮຽນ​ນຳ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ ເນື່ອງ​ຈາກ​ເປັນ​ການ​ທຳ​ລາຍ​ເສ​ລີ​ພາບ​ໃນ​ການ​ສື່​ສານ​ຂອງ​ເດັກ​ນ້ອຍ ແລະ ຍັງ​ໄດ້​ໂຕ້​ແຍ້ງ​ອີກວ່າ ການ​ຫາ​ວິ​ທີເພື່ອ​ຈຳ​ກັດ​ການ​ໂທ ຫລື ກຳ​ນົດ​ຊ່ວງ​ເວ​ລາ​ທີ່​ຊັດ​ເຈນ ເພື່ອ​ໃຫ້​ເດັກ​ນ້ອຍ​ສາ​ມາດ​ໃຊ້​ໂທ​ລະ​ສັບ​ໄດ້ ແລະ ເວ​ລາ​ໃດ​ບໍ່​ໃຫ້​ໃຊ້ ແມ່ນ​ຈະ​ເປັນ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ກ່​ວາ.