spot_img
Homeຄວາມງາມ5 ປະໂຫຍດ​ຈາກ​ຟອງ​ນ້ຳ​ແຕ່ງ​ໜ້າ

5 ປະໂຫຍດ​ຈາກ​ຟອງ​ນ້ຳ​ແຕ່ງ​ໜ້າ

Published on

27_201101071525271.

       ສາວໆຫລາຍ​ຄົນ​ອາດ​ບໍ່​ເຄີຍ​ມີ​ອຸປະກອນ​ແຕ່ງ​ໜ້າ​ຊະນິດ​ນີ້ພົກ​ຢູ່ໃນ​ກະ​ເປົ໋າ​ເຄື່ອງ​ສຳ​ອາງ​ເລີຍ
ແຕ່​ເຈົ້າ​ຮູ້​ຫລືບໍ່ວ່າຊ່າງ​ແຕ່ງ​ໜ້າເກືອບ​ຈະ​ຮ້ອຍ​ທັງ​ຮ້ອຍຕ່າງ​ຕ້ອງ​ພຶ່ງ​ຟອງ​ນ້ຳ​ສຳລັບ​ໃຊ້​ແຕ່ງ​ໜ້າ​ນີ້​ກັນ​ທັງ​ນັ້ນເພາະ​ເຮົາ​ສາມາດ​ໃຊ້​ປະໂຫຍດ​ຈາກ​ມັນ​ໄດ້​ຕັ້ງ​ຫລາຍ​ຢ່າງ​​ຄື​
1.ໃຊ້​ທາ​ມວຍ​ເຈີ​ໄລ​ເຊີສາວໆບາງ​ຄົນອາດ​ໃຊ້​ມອຍ​ເຈີ​ໄລ​ເຊີໃນ​ປະລິມານ​ທີ່​ຫລາຍ​ເກີນ​ໄປສົ່ງ​ຜົນ​ຜິວ​ໜ້າ​ເບິ່ງ​ມັນ​ເຍີ້ມ​ຈົນ​ເຄື່ອງ​ສຳ​ອາງ​ບໍ່​ສາມາດ​ເກາະ​ຕິດ​ໄດ້​ຢ່າງ​ຍາວນານ​ຢ່າງ​ທີ່​ຄວນ​ຈະ​ເປັນ ສາວໆ​ສາມາດ​ແກ້​ບັນຫາ​ນີ້​ໄດ້ດ້ວຍ​ການ​ຢອດມວຍ​​ເຈີ​ໄລ​ເຊີ​ລົງ​ເທິງ​ຟອງ​ນ້ຳ​ສອງ​ສາມ​ຢອດແລ້ວ​ນຳ​ໄປ​ລູບ​​ເທິງ​ໃບ​ໜ້າ​ໃຫ້​ທົ່ວ
2.ໃຊ້​ຊັບ​ແປ້ງ​ສ່ວນ​ເກີນ​ອອກ ຖ້າ​ເຈົ້າ​ບໍ່​ຢາກ​ໃຫ້​ເຫັນ​ເນື້ອ​ແປ້ງ​ຕິດ​ຢູ່​ເທິງ​ຜິວ​ຫລາຍ​ເກີນ​ໄປຫລັງ​ຈາກ​ທາ​ແປ້ງ​ຝຸ່ນ​ສຳເລັດ​ແລ້ວກໍ​ໃຊ້​ຟອງ​ນ້ຳ​ຄ່ອຍ​ໆຊັບ​ແປ້ງ​ຝຸ່ນ​ສ່ວນ​ເກີນ​ອອກ
3.ໃຊ້​ເກ່ຍ​ອາຍ​ແຊ​ໂດ ຖ້າ​ເຈົ້າ​ບໍ່​ຢາກ​ໃຫ້​ສີ​ອາຍ​ແຊ​ໂດ​ເບິ່ງ​ເປັນ​ແຂງ​ໆກໍ​ໃຊ້​ຟອງ​ນ້ຳ​ເກ່ຍ​ຂອບ​ອາຍ​ແຊ​ໂດໃຫ້​ເບິ່ງ​ຈາງ​ລົງ​ໄດ້
4.ໃຊ້​ແຕ່ງ​ຕາ​ແບ​ບສະ​ໂມ​​ກີ້​ອາຍໂດຍ​ຫລັງ​ຈາກ​ໃຊ້​ດິນ​ສໍ​ຂຽນ​ຂອບ​ຕາ​ຮຽບຮ້ອຍ​ແລ້ວກໍ​ໃຊ້​ຟອງ​ນ້ຳ​ລູບ​ເສັ້ນ​ອາຍ​ໄລ​ເນີ​ນັ້ນ​ໃຫ້​ຄ່ອຍໆເບິ່ງ​ຈາງ​ລົງ​ຈົນ​ເຖິງ​ຮອຍ​ພັບ​ເທິງ​ເປືອກ​ຕາ
5.ໃຊ້​ທຳ​ຄວາມ​ສະ​ອາດ​ຂໍ້​ຜິດ​ພາດບໍ່​ວ່າ​ຈະ​ເປັນ​ມາດ​ຄາ​ລ່າ,ອາຍ​ໄລ​ເນີຫລື​ແມ່ນແຕ່​ລິບ​ສະຕິ​ກໂດຍ​ໃຊ້​ຂອບ​ຟອງ​ນ້ຳ​ຄ່ອຍ​ໆລູບ​ເອົາ​ຮອຍ​ຜິດ​ພາດ​ນັ້ນ​ອອກ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...