spot_img
Homeຂ່າວຕ່າງປະເທດຝາ​ແຝດ​ສາວ​ທີ່​ຄືກັນ​ທີ່ສຸດ​ໃນ​ໂລກ

ຝາ​ແຝດ​ສາວ​ທີ່​ຄືກັນ​ທີ່ສຸດ​ໃນ​ໂລກ

Published on

18202

          ຫາກ​ເວົ້າ​ເຖິງ​ຝາ​ແຝດຫລາຍ​ຄົນ​ກໍ​ຄົງ​ນຶກ​ເຖິງ​ຄົນ​ສອງ​ຄົົນທີ່​ຄືກັນ​ທັງ​ຮູບ​ຮ່າງ​ໜ້າ​ຕາ​ແລະ​ນິ​ໄສແຕ່​ຄົງ​ບໍ່ຄື​ກັບ​ຈົນ​ແຍກ​ບໍ່​ອອກ​ດອກແມ່ນຫລືບໍ່ ແຕ່​ບອກ​ເລີຍ​ວ່າ​ຝາ​ແຝດ​ຄູ່​ນີ້​ຄືກັນ​ຈົນ​ແທບ​ຈະ​ແຍກ​ບໍ່​ອອກທັງ​ໜ້າ​ຕາ,ຫຸ່ນ.ນິ​ໄສແຖມ​ນາງ​ທັງ​ຄູ່​ຍັງ​ສະນິດ​ຈົນ​ຕ້ອງ​ຕົວ​ຕິດ​ກັນ​ຊ່ຳກັບ​ເຂົ້າໜົມຕູ່ແລະ​ທີ່​ສຳຄັນ​ຍັງ​ໃຊ້​ຜົວ​ຄົນ​ດຽວ​ກັນ​ອີກ​ດ້ວຍ
ເວັບ​ໄຊ​ມິ​ເລີຂອງ​ອັງ​ກິດມີ​ລາຍ​ງານ​ວ່າຝາ​ແຝດ​ສາວ​ທີ່​ໄດ້​ຊື່​ວ່າ​ມີ​ຄວາມ​ຄືກັນ​ທີ່ສຸດ​ໃນ​ໂລກ ແອນ​ນາ ແລະ ລູ​ຊີ່ (Anna and Lucy DeCinque) ທີ່​ທຸ່ມ​ເງີນ​ໄປ​ກວ່າ 130, 000 ປອນ (ປະ​ມານ 6.5 ລ້ານ​ບາດ) ໃນ​ການເຮັດ​ສັນລະຍະ​ກຳ​ໜ້າ​ເອິກ,ຮີມ​ສົບ​ອວບ​ອິ່ມ ຄິ້ວ​ຖາວອນແລະ​ຂົນ​ຕາ​ປອມທີ່​ຈະ​ຊ່ວຍ​ອັບ​ລຸກ​ໃຫ້​ທັງ​ຄູ່​ເບິ່ງ​ຄືກັນ​ຫລາຍ​ທີ່ສຸດ
ນອກ​ຈາກ​ຈະ​ສັນຍະ​ກຳ​ໃຫ້​ພາຍນອກ​ເບິ່ງ​ຄືກັນ​ແລ້ວທັງ​ຄູ່​ຍັງ​ໄປ​ເດດ​ນຳກັນ,ນອນ​ຕຽງ​ດຽວ​ກັນ,ໃຊ້​ເຟ​ດບຸກອັນ​ດຽວ​ກັນແລະ​​ແຟນ​ກໍ​ຍັງ​ໃຊ້​ຄົນ​ດຽວ​ກັນ​ຊຶ່ງ​ທັງ​ຄູ່​ບອກວ່າ”ແຕ່​ກ່ອນ​ເຮົາ​ເຄີຍ​ແຍກ​ກັນ​ຕ່າງ​ຄົນ​ຕ່າງ​ໄປ​ມີ​ແຟນແຕ່​ມັນ​ບໍ່​ຄັກ​ເລີຍພໍ​ມາ​ຕອນ​ນີ້​ທຸກ​ຢ່າງ​ມັນ​ງ່າຍ​ກວ່າ​ກັນ​ເກົ່າເພາະ​ເຮົາ​ທັງ​ຄູ່​ຢູ່​ນຳກັນ​ຕະຫລອດ​ເວລາກໍ​ບໍ່ແມ່ນ​ເລື່ອງ​ຍາກ​ຫຍັງ​ນີ້​ທີ່​ຈະ​ມີ​ແຟນ​ຄົນ​ດຽວ​ກັນ”

18191 18193

18194 18195

18197 18198

18199 18200

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)