spot_img
Homeຂ່າວຕ່າງປະເທດຍີ່​ປຸ່ນ​ກຽມ​ລົງ​ປະ​ຊາ​ມະ​ຕິ ສ້າງ​ແຂວງ​ໂອ​ຊາ​ກ້າ ຂຶ້ນ​ເປັນ​ມະ​ຫາ​ນະ​ຄອນ ທຽບ​ເທົ່າ​ກັບ​ໂຕ​ກຽວ 17 ພຶດ​ສະ​ພາ​ນີ້!

ຍີ່​ປຸ່ນ​ກຽມ​ລົງ​ປະ​ຊາ​ມະ​ຕິ ສ້າງ​ແຂວງ​ໂອ​ຊາ​ກ້າ ຂຶ້ນ​ເປັນ​ມະ​ຫາ​ນະ​ຄອນ ທຽບ​ເທົ່າ​ກັບ​ໂຕ​ກຽວ 17 ພຶດ​ສະ​ພາ​ນີ້!

Published on

600_142

ຊາວ​ຍີ່​ປຸ່ນ​ໃນ​ແຂວງ​ໂອ​ຊາ​ກ້າ ກຽມ​ລົງ​ປະ​ຊາ​ມະ​ຕິໃນ​ມື້​ວັນ​ອາ​ທິດທີ 17 ພຶດ​ສະ​ພາ​ນີ້ ເພື່ອ​ລົງ​ຄວາມ​ເຫັນ​ວ່າ ເຫັນ​ດີ ຫລື ບໍ່​ເຫັນ​ດີ ທີ່​ທາງ​ການຍ​ຍີ່​ປຸ່ນ​ມີ​ແຜນ​ຕັ້ງແຂວງ​ໂອ​ຊາ​ກ້າ ຂຶ້ນ​ເປັນ​ມະ​ຫາ​ນະ​ຄອນ ທຽບ​ເທົ່າ​ກັບ​ນະ​ຄອນ​ຫລວງ​ໂຕ​ກຽວ ຫລື ນິວຢອກ ແລະ ລອນ​ດອນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້​ວ່າ ຊາວ​ໂອ​ຊາ​ກ້າ​ກຽມ​ອອກ​ໄປ​ລົງ​ປະ​ຊາ​ມະ​ຕິ ວ່າ​ເຫັນ​ດີ ຫລື ບໍ່​ເຫັນ​ດີ ກັບ​ແຜນ​ການ​ດັ່ງ​ກ່າວ ໃນ​ມື້​ວັນ​ອາ​ທິດ​ທີ 17 ພຶດ​ສະ​ພາ​ນີ້ ເນື່ອງ​ຈາກ​ແຂວງ​ໂອ​ຊາ​ກ້າ ເປັນ​ເຂດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ສຳ​ຄັນທີ່​ສຸດ ອັນ​ດັບ 2 ຂອງ​ຍີ​ປຸ່ນ ໂດຍ​ຜູ້​ສະ​ໜັບ​ສະ​ໜູນ​ແນວ​ຄິດ​ດັ່ງ​ກ່າວ​ນີ້​ເຫັນ​ວ່າ ການ​ຈັດ​ຕັ້ງ​ມະ​ຫາ​ນະ​ຄອນ​ໂອ​ຊາ​ກ້າ​ຂຶ້ນ ຈະ​ເປັນ​ການ​ຫລຸດ​ຄວາມ​ຊ້ຳ​ຊ້ອນ​ໃນ​ການ​ບໍ​ລິ​ຫານ​ລັດ ອີກ​ທັງ​ຍັງ​ຈະ​ເປັນ​ການ​ສ້າງ​ພາບ​ພົດ​ຂອງ​ເມືອງ​ໃຫ້​ສູງ​ຂຶ້ນ ດຶງ​ດູດ​ນັກ​ລົງ​ທຶນ ແລະ ການ​ຈັດ​ງານ​ກິ​ລາ​ທັງ​ຫລາຍ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)