spot_img
Homeຂ່າວຕ່າງປະເທດຄືບ​ໜ້າ​ເຫດ​ໄຟ​ໄໝ້ ​ໂຮງ​ງານ​ເກີບ​ອີ່​ແຕະຢູ່​ຟິ​ລິບ​ປິນ ​ຕົວ​ເລກ​ຜູ້ເສຍ​ຊີ​ວິດ​ເພີ່ມ​ເປັນ 72 ຄົນ!

ຄືບ​ໜ້າ​ເຫດ​ໄຟ​ໄໝ້ ​ໂຮງ​ງານ​ເກີບ​ອີ່​ແຕະຢູ່​ຟິ​ລິບ​ປິນ ​ຕົວ​ເລກ​ຜູ້ເສຍ​ຊີ​ວິດ​ເພີ່ມ​ເປັນ 72 ຄົນ!

Published on

618267-01

ຄວາມ​ຄືບ​ໜ້າ​ການ​ຄົ້ນ​ຫາ​ຮ່າງ​ຜູ້​ເສຍ​ຊີ​ວິດ ຈາກ​ເຫດ​ໄຟ​ໄໝ້​ໂຮງ​ງານ​ຜະ​ລິດ​ເກີບ​ອີ່​ແຕະ ໃນ​ປະ​ເທດ​ຟິ​ລິບ​ປິນ ລ່າ​ສຸດ​ພົບ​ສົບ​ແລ້ວ 72 ຄົນ ແລະ ທີ່​ເຫລືອ​ຍັງ​ສືບ​ຕໍ່​ຄົ້ນ​ຫາ​ຕໍ່.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ ຈາກ​ເຫດ​ໄຟ​ໄໝ້​ຮຸ​ນ​ແຮງ​ຢູ່​ໂຮງ​ງານ​ຜະ​ລິດ​ເກີບ​ອີ່​ແຕະ ຊານ​ນະ​ຄອນ​ຫລວງ​ມະ​ນິ​ລາ ປະ​ເທດ​ຟິ​ລິບ​ປິນ ຕັ້ງ​ແຕ່​ມື້​ວັນ​ພຸດ (13 ພຶດ​ສະ​ພາ) ຜ່ານ​ມາ ລ່າ​ສຸດ​ແມ່ນ​ພົບ​ສົບ​ຜູ້​ເສຍ​ຊີ​ວິດ​ແລ້ວ 72 ຄົນ ສ່ວນ​ອີກ​ຈຳ​ນວນ​ທີ່​ຍັງ​ສູນ​ຫາຍ ແມ່ນ​ຍັງ​ສືບ​ຕໍ່​ຄົ້ນ​ຫາ​ ໂດຍ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຈະ​ມີ​ການ​ຕັ້ງ​ຂໍ້​ຫາ​ແກ່​ຜູ້​ປະ​ກອບ​ການ ທີ່​ບໍ່​ມີ​ມາດ​ຕະ​ການ​ໃນ​ການ​ປ້ອງ​ກັນ ຫລື ແກ້​ໄຂ​ເຫດ​ສຸກ​ເສີນ ອັນ​ເຮັດ​ໃຫ້​ມີ​ກຳ​ມະ​ກອນ​ຕ້ອງ​ເສຍ​ຊີ​ວິດ​ ໃນ​ສ​ະ​ຖານ​ທີ່​ເຮັດ​ວຽກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ທັງ​ນີ້ ເຈົ້າ​ໜ້າ​ທີ່​ຍັງ​ລະ​ບຸ​ອີກວ່າ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ ເນື່ອງ​ຈາກ​ຜູ້​ທີ່​ສູນ​ຫາຍ​ຍັງ​ບໍ່​ສາ​ມາດ​ຊອກ​ເຫັນ​ໄດ້ ແລະ ສັນ​ນິ​ຖານ​ວ່າ​ອາດ​ເສ​ຍ​ຊີ​ວິດ​ແລ້ວ.

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...