spot_img
Homeຂ່າວພາຍ​ໃນລາວໂພສເຊີນຊວນທ່ານ ອ່ານໜັງສືເພື່ອຊິງລາງວັນ

ລາວໂພສເຊີນຊວນທ່ານ ອ່ານໜັງສືເພື່ອຊິງລາງວັນ

Published on

Laopost Logo - Copy

ລາວໂພສເຂົ້າໃຈດີວ່າ ການອ່ານເປັນສິ່ງທີ່ປະເສີດທີ່ສຸດ ທຸກຄົນທີ່ປະສົບຄວາມສຳເລັດໃນໂລກນີ້ ລ້ວນແຕ່ເປັນຄົນມັກອ່ານໜັງສື. ອ່ານຂ່າວກໍຮູ້ຂ່າວ ອ່ານເລື່ອງກໍຮູ້ເລື່ອງ ອ່ານສາລະກໍໄດ້ສາລະ ອ່ານປະຫວັດສາດກໍຮູ້ປະຫວັດສາດ ອ່ານບົດຄວາມທາງການຄ້າກໍໄດ້ຄວາມຮູ້ໃນການເຮັດທຸລະກິດ ອ່ານບົດຊີວິດແລະຄວາມຮັກກໍເຂົ້າໃຈຄົນຫຼາຍຂຶ້ນ ອ່ານບົດສຸຂະພາບກໍຮູ້ວິທີຮັກສາສຸຂະພາບ…

ລາວໂພສໄດ້ເຮັດສະຕິກເກີສຳລັບຕິດທ້າຍລົດ ທັງລົດໃຫຍ່ແລະລົດຈັກ ເພື່ອເປັນການປະຊາສຳພັນໃຫ້ຄົນສົນໃຈແລະເຂົ້າອ່ານ ລາວໂພສ ເຊິ່ງມີທັງຂ່າວແລະສາລະຕ່າງໆ ອັນເປັນການສົ່ງເສີມການອ່ານໂດຍທາງອ້ອມ.

ທ່ານໃດເອົາສະຕິກເກີໄປຕິດທ້າຍລົດ ທ່ານນັ້ນຈະໄດ້ຮັບລາງວັນເປັນເງິນສົດ ໂດຍບໍ່ຕ້ອງສົງໄສ ບໍ່ມື້ໃດກໍມື້ໜຶ່ງ ເພາະລາວໂພສຈະແຈກໄປຕະຫຼອດບໍ່ມີວັນຢຸດເຊົາກິດຈະກຳນີ້ເລີຍ. ຫຼືທ່ານໃດຢາກມອບເງິນລາງວັນດັ່ງກ່າວເພື່ອໄປຊ່ວຍເຫຼືອຜູ້ດ້ອຍໂອກາດກໍໄດ້ ຂໍໃຫ້ທ່ານແຈ້ງມາ ພວກເຮົາຈະເອົາເງິນລາງວັນຂອງທ່ານໄປມອບໃຫ້ແກ່ ກຸ່ມຜູ້ໃຫ້ (www.facebook.com/laogivers) ເພື່ອນຳໄປຊ່ວຍເຫຼືອຜູ້ດ້ອຍໂອກາດ ໂດຍສະເພາະແມ່ນນ້ອງໆ ນັກຮຽນຢູ່ຕາມຊົນນະບົດ.

ກະຕິກາກໍງ່າຍໆ ຄື:

1. ໃຫ້ທ່ານເອົາສະຕິກເກີ ລາວໂພສ (ຈາກພວກເຮົາ) ໄປຕິດໃສ່ທ້າຍລົດ.
2. ຖ່າຍຮູບສະຕິກເກີໃນທ້າຍລົດຂອງທ່ານ (ຖ່າຍໃຫ້ເຫັນທັງສະຕິກເກີແລະປ້າຍລົດ) ສົ່ງມາຫາພວກເຮົາທາງ ເຟສບຸກເພຈ ລາວໂພສ (www.facebook.com/12laopost) ແລະອີກທາງໜຶ່ງ ພວກເຮົາພົບເຫັນຢູ່ບ່ອນໃດຈະຖ່າຍຮູບເອົາ ມາມອບລາງວັນໃຫ້ເຊັ່ນດຽວກັນ (ເອົາມາໂຮມກັນແລ້ວຈັບສະຫຼາກ).
3. ພວກເຮົາຈະປະກາດຮູບລົດ ພ້ອມສະຕິກເກີຜູ້ໂຊກດີອອກທາງ ເວັບໄຊ www.laopost.com ແລະ ເຟສບຸກເພຈ www.facebook.com/12laopost
4. ໃຫ້ທ່ານຕິດຕາມເວັບໄຊ www.laopost.com ແລະເຟສບຸກເພຈ www.facebook.com/12laopost ເມື່ອທ່ານພົບເຫັນຮູບລົດຂອງທ່ານ ສະແດງວ່າທ່ານເປັນຜູ້ໂຊກດີ ແລ້ວໃຫ້ເອົາທະບຽນລົດເຂົ້າມາຮັບເອົາລາງວັນ. ຫລືຖ່າຍຮູບທະບຽນລົດຂອງທ່ານ ພ້ອມບັນຊີທະນາຄານສົ່ງໃຫ້ພວກເຮົາ ແລ້ວເຮົາຈະໂອນເງິນລາງວັນໃຫ້.
5. ຖ້າທ່ານມີຈຸດປະສົງຈະມອບເງິນລາງວັນດັ່ງກ່າວອໄປຊ່ວຍເຫຼືອຜູ້ດ້ອຍໂອກາດ ຂໍໃຫ້ທ່ານຖ່າຍຮູບທະບຽນລົດຄັນດັ່ງກ່າວ ພ້ອມແຈ້ງບອກພວກເຮົາ ແລ້ວເຮົາຈະມອບເງິນລາງວັນດັ່ງກ່າວໃຫ້ ກຸ່ມຜູ້ໃຫ້ (www.facebook.com/laogivers)  ເພື່ອເອົາໄປຊ່ວຍເຫຼືອຜູ້ດ້ອຍໂອກາດຕໍ່ອີກ.

ກິດຈະກຳດັ່ງກ່າວນີ້ຈະເລິ່ມແຈກລາງວັນ ແຕ່ວັນທີ 1 ມິຖຸນາ 2015 ເປັນຕົ້ນໄປ ແບບບໍ່ມີກຳໜົດ. ຜູ້ສົນໃຈ ສາມາດສອບຖາມລາຍລະອຽດໄດ້ທີ່: www.facebook.com/12laopost ຫຼື ໂທລະສັບ 020 7779 1133

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...