Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ແຂວງຈຳປາສັກ ຈັບເຄືອຂ່າຍຄ້າຢາໄອລາຍໃຫຍ່ ​ຍຶດ​ຂອງ​ກາງ​ໄດ້ 6 ກິ​ໂລ!

ປກສ ແຂວງຈຳປາສັກ ຈັບເຄືອຂ່າຍຄ້າຢາໄອລາຍໃຫຍ່ ​ຍຶດ​ຂອງ​ກາງ​ໄດ້ 6 ກິ​ໂລ!

Published on

thief YABA

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງຈຳປາສັກ, ໄດ້ນຳກຳລັງເຂົ້າຈັບຕົວນາງ ເນດ ອາຍຸ 48 ປີ ຢູ່ບ້ານທ່າເປືອຍ ເມືອງແສບ ແຂວງ ພະວິຫານປະເທດກຳປູເຈຍ, ນາງ ໄກສອນ (ລານ) ອາຍຸ 58 ປີ ຢູ່ບ້ານທ່າອຸດົມ ແລະ ທ້າວ ບຸນເນົາ (ກຸ້ງ) ອາຍຸ 35 ປີຢູ່ບ້ານໂນນດູ່ ເມືອງປາກເຊ ແຂວງຈຳປາ ສັກ ຢູ່ເຂດບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ໃນຂະນະທີ່ພວກກ່ຽວພວມ ນຳຢາໄອໄປສົ່ງໃຫ້ລູກຄ້າ ແລະ ຜ່ານການກວດຄົ້ນພາຍໃນ ລົດໂຕໂຍຕາວີໂກ້ ໝາຍເລກທະບຽນ ຮລ 8989 ຈຳປາສັກ ຂອງພວກກ່ຽວພົບຢາໄອໜັກ 6 ກິໂລຊຸກເຊື່ອງໄວ້ໃນຖົງ, ຈຶ່ງໄດ້ຍຶດໄວ້ເປັນຫລັກຖານໃນການດຳເນີນຄະດີ.

ຜ່ານການສຶບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ຢາໄອທັງໝົດເປັນຂອງພວກກ່ຽວແທ້, ຊຶ່ງໄດ້ຊື້ມາຈາກຂະບວນການຄ້າຢາເສບຕິດໃນເຂດພາກໃຕ້ ແລະ ຈະນຳໄປຂາຍໃຫ້ລູກຄ້າໃນລາຄາກິໂລລະ 35 ພັນໂດ ລາສະຫະລັດ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ. ນອກຈາກນີ້, ເຈົ້າໜ້າທີ່ຍັງຈະເລັ່ງສືບສວນ-ສອບສວນຢ່າງລະອຽດຕື່ມ ເພື່ອຂະຫຍາຍເພື່ອຈັບຕົວຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນນີ້, ປກສ ເມືອງປາກເຊ ແຂວງຈຳປາສັກ ໄດ້ຈັບຕົວນາງ ຄຳຜ່ອນ ອາຍຸ 48 ປີຢູ່ບ້ານ ດົງເກາະໂລງ ເມືອງປາກເຊ ແຂວງຈຳປາສັກ ມາດຳເນີນຄະດີໃນຂໍ້ແຈ້ງຄວາມເທັດ(ຕົວະ)ຕໍ່ເຈົ້າໜ້າທີ່ວ່າຖືກຄົນ ຮ້າຍສອງຄົນຂີ່ລົດຈັກມາປຸ້ນຊັບຕົນໃນເສັ້ນທາງເລກ 13 ໃຕ້ເຂດບ້ານຫ້ວຍປູນ ເມືອງປາກເຊ ໂດຍຄົນຮ້າຍໄດ້ເອົາກຳປັ້ນຕີ ທ້ອງໜຶ່ງບາດ ແລະ ໃຊ້ສະກອດຄຽນມືສອງເບື້ອງ, ພ້ອມທັງເອົາຢາສອງເມັດຢັດໃສ່ປາກ ແລະ ເອົາສະກອດຕິດປາກ, ຈຶ່ງເຮັດໃຫ້ຕົນໝົດສະຕິ ແລະ ພໍຮູ້ສຶກຕົວຂຶ້ນມາຈຶ່ງໄດ້ກວດເບິ່ງເງິນທີ່ຕົນເກັບໄວ້ໃນຖົງເສື້ອຈຳ ນວນ 18 ລ້ານກີບ ແລະ ສາຍແຂນຄຳຮູບປະພັນໜັກ 5 ບາດເສຍຫາຍຈຶ່ງໄດ້ແຈ້ງເຈົ້າໜ້າທີ່, ແຕ່ຜ່ານການສືບ ສວນ-ສອບສວນຢ່າງລະອຽດ ຂອງເຈົ້າໜ້າທີ່ຈຶ່ງພົບວ່າບໍ່ແມ່ນຄວາມຈິງ, ເປັນການແຈ້ງຄວາມເທັດຂອງຜູ້ກ່ຽວເພື່ອສ້າງແຜນກົບເກືອນໃນ ການເລື່ອນເວລານັດໝາຍເຊີນຂອງສານ, ຍ້ອນຜູ້ກ່ຽວຕິດໜີ້ເງິນຍິງຄົນໜຶ່ງຈຳນວນໜຶ່ງລ້ານບາດ(ສະກຸນເງິນໄທ) ຈຶ່ງມີການຮ້ອງຟ້ອງກັນຂຶ້ນຮອດສານເພື່ອຕັດສີນຄະດີ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...