ເປີດແລ້ວ ຂົວມິດຕະພາບ ລາວ-ມຽນມາ

1601473_1433251890324894_7357598560806673397_n 10647077_1433251900324893_1352780480215176399_n

CDBFEC21-E4F2-471A-95B4-B4C8D9299F99_w640_r1_s
ຂປລ. ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເທນ ເຊນ ປະທານາ ທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍການນຳຂັ້ນສູງ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ, ຊ່ວຍວ່າການ ແລະ ເຈົ້າແຂວງຂອງສອງປະເທດລາວ-ມຽນມາ,ປະຊາຊົນເມືອງລອງແຂວງຫລວງນຳ້ທາ ແລະ ເມືອງທ່າຂີ້ເຫລັກ ລັດຊານ ເຂົ້າຮ່ວມເປີດພິທີການນຳໃຊ້ຂົວມິດຕະພາບລາວ-ມຽນມາ ຢ່າງເປັນທາງການໃນວັນທີ 9 ພຶດສະພາ 2015 ຢູ່ກາງຂົວດັ່ງກ່າວລະຫວ່າງແຂວງຫລວງນຳ້ທາ ສປປ ລາວ ແລະ ເມືອງທ່າຂີ້ເຫລັກ ລັດຊານ ມຽນມາ ພາຍຫລັງໂຄງການດັ່ງກ່າວໄດ້ດຳເນີນການສຳຫລວດອອກແບບ ແລະ ລົງມືກໍ່ສ້າງແຕ່ເດືອນກຸມພາ 2013 ແລະ ສຳເລັດການກໍ່ສ້າງຕົ້ນປີ 2015.