spot_img
Homeຂ່າວຕ່າງປະເທດລະ​ທຶກ! ລົດ​ໄຟ​ເຫາະ​ຄ້າງ​ກາງ​ອາ​ກາດຢູ່​ໂຮນ​ລັງ ຜູ້​ໂດຍ​ສານ​ນັ່ງ​ຢ່ອນ​ຫົວ​ດົນ​ກ່​ວາ 40 ນາ​ທີ!

ລະ​ທຶກ! ລົດ​ໄຟ​ເຫາະ​ຄ້າງ​ກາງ​ອາ​ກາດຢູ່​ໂຮນ​ລັງ ຜູ້​ໂດຍ​ສານ​ນັ່ງ​ຢ່ອນ​ຫົວ​ດົນ​ກ່​ວາ 40 ນາ​ທີ!

Published on

aHR0cDovL3BlMi5pc2Fub29rLmNvbS9ucy8wL3VkLzM1OC8xNzkyMDMwL25ld3MwMi5qcGc=

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທ 7 ພຶດ​ສະ​ພາ​ນີ້​ວ່າ ເກີດ​ເຫດ​ລະ​ທຶກ​ຂຶ້ນ ໃນ​ງານ​ເທດ​ສະ​ການ​ລະ​ດູ​ໃບ​ໄມ້​ປົ່ງ​ແຫ່ງ​ໜຶ່ງ ໃນ​ປະ​ເທດ​ໂຮນ​ລັງ ເມື່ອ​ເຄື່ອງ​ຫລິ້ນ​ລົດ​ໄຟ​ເຫາະ ໄດ​້​ເກີດ​ເຫດ​ຂັດ​ຂ້ອງ​ຢຸດ​ແລ່ນ​ກະ​ທັນ​ຫັນ ສົ່ງ​ຜົນ​ເຮັດ​ໃຫ້​ຜູ້​ໂດຍ​ສານ ຕ້ອງ​ຕິດ​ຢູ່​ກັບ​ເຄື່ອງ​ຫລິ້ນ​ດັ່ງ​ກ່າວ​ນີ້ ດົນກ່​ວາ 40 ນາ​ທີ ໃນ​ສະ​ພາບ​ຢ່ອນ​ຫົວ​ລົງລຸ່ມແບບ​ຫວາດ​ສຽວ​ທີ່​ສຸດ.

ລາຍ​ງານ​ລະ​ບຸ​ວ່າ ເຫດ​ການ​ດັ່ງ​ກ່າວ​ນີ້ ເກີດ​ຂຶ້ນ​ໃນ​ເມືອງ​ໄດ​ແລ່ມ ໂດຍ​ກຸ່ມ​ນັກ​ທ່ອງ​ທ່ຽວ​ຈຳ​ນວນ 7 ຄົນ ໄດ້​ຂຶ້ນ​ຂີ່​ລົດ​ໄຟ​ເຫາະ​ຂອງ​ງານ​ເທດ​ສະ​ການ​ດັ່ງ​ກ່າວ ແຕ່​ປະ​ກົດ​ເຫດ​ຂັດ​ຂ້ອງ​ຕິດ​ຄ້າງ​ໃນ​ສະ​ພາບ​ຫ້ອຍ​ຢູ່​ກາງ​ອາ​ກາດ ເຊິ່ງ​ຜູ້​ຂຶ້ນ​ຂີ່​ຕິດ​ຢູ່​ໃນ​ທ່າ​ນັ່ງ​ຫ້ອຍ​ຢ່ອນ​ຫົວ​ລົງ​ລຸ່ມ​ເປັນ​ເວ​ລາ 45 ນາ​ທີ.

ເຈົ້າ​ໜ້າ​ທີ່​ໄດ້​ເຂົ້າ​ແກ້​ໄຂ​ເຄື່ອງ​ຫລິ້ນ​ດັ່ງ​ກ່າວໄດ້​ກັບ​ຄືນ​ສູ່​ປົກ​ກະ​ຕິ ໂດຍ​ຜູ້​ຂຶ້ນ​ຫລິ້ນ​ທຸກ​ຄົນ​ສາ​ມາດ​ລົງ​ມາ​ໄດ້ ໂດຍ​ບໍ່​ປະ​ສົບ​ອຸ​ບັດ​ເຫດ​ໃດໆ ທ່າມ​ກາງ​ຄວາມ​ຍິນ​ດີຂອງ​ຜູ້​ທີ່​ລຸ້ນ​ຢູ່​ເບື້ອງ​ລຸ່ມ.

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...