spot_img
Homeຂ່າວຕ່າງປະເທດແຜ່​ນ​ດິນ​ໄຫວ 4.5 ຢູ່​ເກາະ​ຍາວ ແຂວງ​ພັງ​ງາ ປະ​ເທດ​ໄທ ໂຊກ​ດີບໍ່​ມີ​​ສຶ​ນາ​ມິ!

ແຜ່​ນ​ດິນ​ໄຫວ 4.5 ຢູ່​ເກາະ​ຍາວ ແຂວງ​ພັງ​ງາ ປະ​ເທດ​ໄທ ໂຊກ​ດີບໍ່​ມີ​​ສຶ​ນາ​ມິ!

Published on

616648-01

ເກີດ​ເຫດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 4.5 ແມັກ​ນິ​ຈູດ ບໍ​ລິ​ເວນ​ເກາະ​ຍາວ ແຂວງ​ພັງ​ງາ ປະ​ເທດ​ໄທ  ເຮັດ​ໃຫ້​ຊາວ​ບ້ານ​ແຕກ​ຕື່ນ​ຢ້ານ​ສຶ​ນາ​ມິ ອອກ​ຈາກ​ເຮືອນ​ຕອນ​ກາງ​ເດິກ ກຽມ​ອົບ​ພະ​ຍົບ​ໃນ​ຫລາຍ​ພື້ນ​ທີ່.

ສຳ​ນັກ​ຂ່າວ INN ຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ນີ້​ວ່າ ສູນ​ເຕືອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ໄທ ໄດ້​ແຈ້ງ​ເຫດ​ແຜ່ນ​ດິນ​ໄຫວ ໃນ​ເວ​ລາ 00:30 ໂມາງ ຂອງວັນ​ທີ 7 ພຶດ​ສະ​ພານີ້ ຢູ່​ບໍ​ລິ​ເວນ​ເມືອງ​ເກາະ​ຍາວ ແຂວງ​ພັງ​ງາ ຂະ​ໜາດ 4.5 ແມັກ​ນິ​ຈູດ ຄວາມ​ເລິກ 11 ກິ​ໂລ​ແມັດ ໂດຍ​ຊາວ​ບ້ານ​ໃນ​ຫລາຍ​ພື້ນ​ທີ່​ຂອງ​ແຂວງ​ພູ​ເກັດ, ກະ​ບີ່ ແລະ ພັງ​ງາ ສາ​ມາດ​ຮັບ​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ​ໄດ້ ເຮັດ​ໃຫ້​ພາ​ກັນ​ຕື່ນ​ຕົກ​ໃຈ ອົບ​ພະ​ຍົບ​ອອກ​ມາ​ລວມ​ກັນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ຫລາຍ​ຈຸດ.

ແນວ​ໃດ​ກໍ​ຕາມ ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້ ບໍ່​ມີ​ການ​ເຕືອນ​ໄພ​ສຶ​ນາ​ມິ​ແຕ່​ຢ່າງ​ໃດ ເຊິ່ງ​ເຈົ້າ​ໜ້າ​ທີ່​ໄດ້​ອອກ​ປະ​ຊາ​ສຳ​ພັນ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ແລະ ປະ​ຊາ​ຊົນ ເພື່ອ​ບໍ່​ໃຫ້​ແຕກ​ຕື່ນ.

 

ບົດຄວາມຫຼ້າສຸດ

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...

ການພົບປະລະຫວ່າງຮອງນາຍົກລັດຖະມົນຕີ ລາວ-ຈີນ

ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ, ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍາ 2024 ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນ, ສະຫາຍ...

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...