spot_img
Homeຂ່າວທ້ອງຖິ່ນເມືອງຫາດ​ຊາຍ​ຟອງ ໄດ້​ຮັບເງິນ​ຊ່ວຍ­ເຫຼືອ​ ຈາກ​ທະນາ​ຄານ​ຮ່ວມ​ພັດ­ທະ­ນາ

ເມືອງຫາດ​ຊາຍ​ຟອງ ໄດ້​ຮັບເງິນ​ຊ່ວຍ­ເຫຼືອ​ ຈາກ​ທະນາ​ຄານ​ຮ່ວມ​ພັດ­ທະ­ນາ

Published on

20150504140941

ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ໄດ້​ນຳ​ເອົາ​ເງິນຈຳ­ນວນ 310 ລ້ານ​ກີບ ໄປ​ມອບ​ໃຫ້​ແກ່​ເມືອງ ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງວຽງ​ຈັນ ເພື່ອ​ນຳ­ໄປ​ຊ່ວຍ­ເຫຼືອ​ບັນເທົາ​ທຸກ​ໃຫ້​ແກ່​ປະ­ຊາ­ຊົນ​ຜູ້​ທີ່​ຖືກຜົນ​ ກະ­ທົບ​ຈາກ​ໄພ­ພິ­ບັດ​ທາງ​ທຳມະ​ຊາດ ລົມ​ພະ­ຍຸ​ລະ­ດູ​ຮ້ອນ​ພັດຖະ​ຫຼົ່ມ​ໃນ​ກາງເດືອນ​ກຸມ­ພາ 2015 ທີ່​ຜ່ານ​ມາ ເຮັດ​ໃຫ້​ຊັບ​ສິນ ແລະ ເຮືອນ​ຊານ​ເປ່​ເພ​ເປັນ​ຈຳນວນຫຼວງ­ຫຼາຍ.

ທ່ານ ບຸນ​ທາມ ພຸດ​ທະ​ວົງ­ສາ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ທະນາ​ຄານ​ຮ່ວມ​ພັດ­ທະ­ນາ ທີ່​ໄດ້​ໃຫ້ການ​ຊ່ວຍ­ເຫຼືອ​ໃນ​ຄັ້ງ​ນີ້ ເປັນ​ການປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ກໍ່​ຄືການ​ຊ່ວຍ­ເຫຼືອ​ທຸກ​ຄົນ​ໃນ​ສັງ­ຄົມ ແລະ ຢືນ­ຢັນ​ວ່າ​ເງິນ​ຈຳ­ນວນ​ດັ່ງກ່າວ​ນີ້​ຕ້ອງ​ເຖິງ​ມື​ປະ­ຊາ­ຊົນ​ຜູ້​ໄດ້ຮັບ​ ຜົນ​ກະ­ທົບ​ຢ່າງ​ແນ່­ນອນ ທ່ານເຈົ້າ­ເມືອງ​ກ່າວ​ຕື່ມ​ວ່າ ສຳ­ລັບ​ໄພພິ­ບັດ​ທາງ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນຄັ້ງ​ນີ້ ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ຫຼວງ­ຫຼາຍ ປະ­ຊາ­ຊົນ​ໄດ້​ຮັບຜົນ​ກະ­ທົບ 1.400 ຫຼັງ­ຄາ​ເຮືອນ ໃນ​ນັ້ນວັດ 8 ແຫ່ງ ໂຮງ­ຮຽນ 7 ຫຼັງ ພາກ­ສ່ວນ​ທຸ­ລະ​ກິດ 12 ຫົວໜ່ວຍ ລວມ​ທັງ​ຄວາມ​ເສຍ​ຫາຍທາງ​ດ້ານ​ໂຄງ​ລ່າງ​ເສດ­ຖະ­ກິດ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ​ທັງໝົດ 18 ຕື້​ກີບ ໃນ​ນັ້ນ ສະ­ເພາະພາກ­ສ່ວນ​ເອ­ກະ​ຊົນ​ກວມ​ປະ­ມານ 10 ຕື້​ກີບ ຢ່າງ­ໃດ​ກໍ່​ຕາມ​ຄວາມ ຕ້ອງ­ການ​ທີ່​ຈະ​ຟື້ນ​ຟູ​ດ້ານ​ໂຄງລ່າງ​ຂັ້ນ​ພື້ນ­ຖານ​ອັນ​ຮີບ​ດ່ວນ ໃນມູນ​ຄ່າ​ເກືອບ 5 ຕື້​ກີບ ມາ​ເຖິງ​ປັດຈຸ​ບັນ​ສາ­ມາດ​ລະ­ດົມ​ທຶນ​ຈາກ​ທົ່ວສັງ­ຄົມ​ໄດ້​ປະ­ມານ 1 ຕື້​ກວ່າ​ກີບ ຍັງ​ເຫຼືອ​ເກືອບ 4 ຕື້​ກີບ ທີ່​ຈະ​ສືບຕໍ່​ລະ­ດົມ​ທົ່ວ​ສັງ­ຄົມ​ໃຫ້­ການ​ຊ່ວຍເຫຼືອ ຈຶ່ງ​ຈະ​ສາ­ມາດ​ແກ້​ໄຂ​ໃນເບື້ອງ​ຕົ້ນ.

ພິ­ທີມອບ-ຮັບເງິນ​ຊ່ວຍ­ເຫຼືອຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ​ວັນ​ທີ 29 ເມ­ສາ 2015 ທີ່​ຜ່ານ​ມາ ​ຢູ່​ຫ້ອງ​ວ່າການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ໂດຍ​ແມ່ນ​ທ່ານ ຄຳ­ຮູ້ ທອງທະ­ວີ ຮອງ​ອຳ­ນວຍ​ການ​ທະ​ນາຄານ​ຮ່ວມ​ພັດ­ທະ­ນາ ເປັນ​ຜູ້​ກ່າວມອບ ແລະ ທ່ານ ບຸນ​ທາມ ພຸດທະ​ວົງ­ສາ ເຈົ້າ­ເມືອງ​ຫາດ​ຊາຍຟອງ ເປັນ​ຜູ້​ກ່າວ​ຮັບ ໂດຍ​ຊ້ອງໜ້າທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພລາດ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງວຽງ​ຈັນ ແລະ ພະ­ນັກ­ງານ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເປັນ​ສັກ­ຂີ​ພິຍານ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...