Homeຂ່າວຕ່າງປະເທດຟິ​ລິບ​ປິນກຽມ​ເນ​ລະ​ເທດ​ ໜຸ່ມແຮງ​ງານ​ໄທ ໂພ​ສ​ຕ໌​ເຟ​ສ​ບຸກ​ດູ​ຖູກ​ຊາວ​ຟິ​ລິບ​ປິນ!

ຟິ​ລິບ​ປິນກຽມ​ເນ​ລະ​ເທດ​ ໜຸ່ມແຮງ​ງານ​ໄທ ໂພ​ສ​ຕ໌​ເຟ​ສ​ບຸກ​ດູ​ຖູກ​ຊາວ​ຟິ​ລິບ​ປິນ!

Published on

NjpUs24nCQKx5e1DISmXcfrtc3MJhLEEMOL98cUJJi9

ສຳ​ນັກ​ງານກວດ​ຄົນ​ເຂົ້າ​ເມືອງ​ຟິ​ລິບ​ປິນ ດຳ​ເນີນ​ການ​ກຽມ​ເນ​ລະ​ເທດ​ໜຸ່ມ​ໄທ ທີ່​ເຮັດ​ວຽກ​ຢູ່​ຟິ​ລິບ​ປິນ ຫລັງ​ຈາກ​ຜູ້​ກ່ຽວ​ໂພ​ສ​ຕ໌​ຂໍ້​ຄວາມ​ທາງ​ເຟ​ສ​ບຸກ ດູ​ຖືກ​ຊາວ​ຟິ​ລິບ​ປິນ​ຫລາຍ​ຢ່າງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 6 ພຶດ​ສະ​ພາ​ນີ້​ວ່າ ທ້າວ ໂກ​ສິນ ປ​ຣະ​ເສີດ​ສີ ເຊິ່ງ​ເປັນ​ຄົນ​ໄທ​ທີ່​ໄປ​ເຮັດ​ວຽກ​ຢູ່​ຟິ​ລິບ​ປິນ ເປັນ​ເວ​ລາ 3 ປີ​ແລ້ວ ກຳ​ລັງ​ຈະ​ຖືກ​ເນ​ລະ​ເທດ​ອອກ​ຈາກ​ປະ​ເທດ​ຟິ​ລິບ​ປິນ ຫລັງ​ຈາກ​ທີ່​ເຂົາ​ໄດ້​ໄປ​ໂພ​ສ​ຕ໌​ຂໍ້​ຄວາມ​ລົງ​ທາງ​ເຟ​ສ​ບຸກ ດ້ວຍ​ການ​ໃຊ້​ຄຳ​ເວົ້າ​ແບບ​ດູ​ຖູກ​ຊາວ​ຟິ​ລິບ​ປິນ​ໄວ້​ຫລາຍ​ຢ່າງ​ເຊັ່ນ: ພວກ​ສັດ​ປະ​ຫລາດ​ທີ່​ໂງ່​ຈ້າ, ພວກ​ທາດ​ຊັ້ນ​ຕ່ຳ ແລະ ພວກ​ຊົ​ນ​ຊາດ​ທີ່​ໄຮ້​ຄ່າ​ເທິງ​ໂລກ​ໜ່ວຍ​ນີ້.

ແຫລ່ງ​ຂ່າວ​ໄດ້​ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ສຳ​ນັກ​ງານກວດ​ຄົນ​ເຂົ້າ​ເມືອງ​ຟິ​ລິບ​ປິນ (Bureau of Immigration) ໄດ້​ດຳ​ເນີນ​ການ​ແຈ້ງ​ຂໍ້​ຫາ​ໃຫ້​ແກ່ ທ້າວ ໂກ​ສິນ ເຊິ່ງ​ໃສ່​ຊື່​ທາງ​ເຟ​ສ​ບຸກວ່າ ໂກ​ໂກ້ ໜ້າ​ຣັກ ເປັນ​ບຸກ​ຄົນ​ຜູ້​ບໍ່​ເພິ່ງ​ປະ​ສົງ ອັນ​ເປັນ​ຂັ້ນ​ຕອນ​ໃນ​ຂະ​ບວນ​ການ​ເນ​ລະ​ເທດ​ຜູ້​ກ່ຽວ ອອກ​ຈາກ​ປະ​ເທດ​ຟິ​ລິບ​ປິນ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ພາຍ​ຫລັງ​ປະ​ເຊີນ​ໜ້າ​ກັ​ບ​ການ​ຈະ​ຖືກ​ເນ​ລະ​ເທດ ທ້າວ ໂກ​ສິນ ໄດ້​ອອກ​ມາ​ຂໍ​ໂທດ​ຕໍ່​ຊາວ​ຟິ​ລິບ​ປິນ ໂດຍ​ເຂົາ​ໄດ້​ລະ​ບຸ​ວ່ານີ້​ເປັນ​ພຽງ​ການຢອກ​ຫລິ້ນ​ຊື່ໆ ພ້ອມ​ທັງ​ບອກວ່າ ບໍ​ລິ​ສັດ ຄ​ັອກ​ນິ​ແຊນ ເຊິ່ງ​ເປັນ​ນາຍ​ຈ້າງ​ຂອງ​ເຂົາ ໄດ້​ດຳ​ເນີນ​ການ​ລົງ​ໂທດ​ເຂົາ​ແລ້ວ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...