Homeຄວາມງາມຮັກສາດວງ​ຕາໄລຍະລະດູຮ້ອນ

ຮັກສາດວງ​ຕາໄລຍະລະດູຮ້ອນ

Published on

211234

       ຊ່ວງ​ນີ້​ອາ​ກາດ​ຮ້ອນ,ແດດ​ຈ້າ,ແຖມ​ລົມ​ແຮງ ເຮັດໃຫ້​ເກີດ​ບັນຫາ​ກັບ​ດວງ​ຕາ​ຫລາຍໆ ຢ່າງທີ່​ພົບ​ເລື້ອຍ​ຄືພະຍາດ​ຕາ​ແຫ້ງຊຶ່ງ​ປົກກະຕິ​ຈະ​ພົບ​ຫລາຍ​ໃນ​ກຸ່ມ​ຜູ້​ທີ່​ເຮັດວຽກ​ໜ້າ​ຈໍ​ຄອມພິວເຕີຫລື​ຜູ້​ສູງ​ອາ​ຍຸ​ທີ່​ມີ​ນ້ຳ​ຫລໍ່​ລ້ຽງ​ໜ່ວຍ​ຕາ​ໜ້ອຍຈົນ​ເຮັດໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ​ຕາໂດຍ​ສະເພາະ​ຢ່າງ​ຍິ່ງ​ຊ່ວງ​ໜ້າ​ຮ້ອນ​ຈະ​ມີ​ອາການ​ຝືດ​ຕາ,ເຄືອງ​ຕາ,ຕາ​ແດງ​ຫລາຍ​ຂຶ້ນຕໍ່​ມາ​ຄືພະຍາດ​ຕໍ້​ລົມ​ຫລື​ຕໍ້​ເນື້ອ ຊຶ່ງ​ເປັນ​ອາການ​ຂອງ​ເຍື່ອ​ບຸ​ຕາ​ຂາວ​ໜາ​ຂຶ້ນ​ຈາກ​ການ​ຖືກ​ລົມ​ຫລື​ຄວາມ​ຮ້ອນເຮັດໃຫ້​ເກີດ​ພາ​ວະ​ເຄືອງ​ຕາແລະ​ຄົນ​ລາວ​ເປັນ​ພະຍາດ​ນີ້​ກັນ​ຫລາຍ

ຂໍ້​ແນະນຳ  ໃຫ້​ຫລີກ​ລ້ຽງ​ການ​ຢູ່ໃນ​ບ່ອນທີ່​ອາ​ກາດ​ຮ້ອນ,ອາ​ກາດ​ແຫ້ງ,ລົມ​ແຮງ  ເພາະ​ເຮັດໃຫ້​ນ້ຳ​​ຫລໍ່​ລ້ຽງ​ໜ່ວຍ​ຕາ​ລະ​ເຫຍ​ງ່າຍ​ກວ່າ​ປົກກະຕິອາດຈະ​ໃຊ້​ການ​ກະ​ພິບ​ຕາ​ເປັນ​ໄລ​ຍະເມື່ອ​ຮູ້ສຶກ​ບໍ່​ສະບາຍ​ຕາ ກໍ່ໃຊ້​ນ້ຳ​ຕາ​ທຽມ​ເພື່ອ​ລຸດ​ພາ​ວະ​ຕາ​ແຫ້ງ ລະ​ຄາຍ​ເຄືອງ​ຕາ​ໄດ້ແຕ່​ຖ້າ​ອາການ​ບໍ່​ດີ​ຂຶ້ນ​ກໍ​ໃຫ້​ໄປ​ກວດ

ບົດຄວາມຫຼ້າສຸດ

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...