Homeຂ່າວພາຍ​ໃນທ​ຄ​ຕ​ລ ຢືນຢັນ! ພະນັກງານຜູ້ຫາຍຕົວໄປໃນມຸກດາຫານ ບໍ່ແມ່ນລະດັບຜູ້ຈັດການ!

ທ​ຄ​ຕ​ລ ຢືນຢັນ! ພະນັກງານຜູ້ຫາຍຕົວໄປໃນມຸກດາຫານ ບໍ່ແມ່ນລະດັບຜູ້ຈັດການ!

Published on

21807_969569186408087_3708535584276153563_n

ພາຍຫລັງເກີດເຫດການທ້າວ ອະທິວາ ເກດຕະວົງ ພະນັກງານຂອງທະນາຄານ ການຄ້າຕ່າງປະເທດລາວມະຫາຊົນສາຂາແຂວງສະຫວັນ ນະເຂດຫາຍຕົວ ໄປໃນ ຈັງຫວັດມຸກດາຫານ (ປະເທດໄທ)ໂດຍບໍ່ຮູ້ສາເຫດແຕ່ຕອນທ່ຽງວັນທີ 26 ເມສາ 2015 ເປັນຕົ້ນມາ, ເຊິ່ງເປັນທີ່ສົນໃຈຂອງສັງຄົມບໍ່ໜ້ອຍນັບທັງຢູ່ລາວ ແລະ ໄທ ແລະ ມາຮອດປັດຈຸບັນເຈົ້າໜ້າທີ່ສຶບສວນ-ສອບສວນຂອງໄທ ກໍພວມເລັ່ງສືບ ສວນຫາສາເຫດຂອງການຫາຍຕົວໄປໃນຄັ້ງນີ້.

ຕໍ່ເຫດການດັ່ງກ່າວ, ຜູ້ບໍລິຫານລະດັບສູງຂອງທະນາຄານການຄ້າຕ່າງປະ ເທດລາວມະຫາຊົນ ຢູ່ສຳນັກງານໃຫຍ່, ນະຄອນຫລວງວຽງຈັນ, ໄດ້ອອກມາ ຢືນຢັນຕໍ່ນັກຂ່າວພວກເຮົາວ່າ: ທ້າວ ອະທິວາ ເກດຕະວົງ ບໍ່ໄດ້ມີຕຳແໜ່ງເປັນຜູ້ຈັດການຄືດັ່ງສື່ມວນຊົນໄທລາຍງານຜ່ານມາ, ເຊິ່ງຜູ້ກ່ຽວເປັນພຽງພະນັກງານປະຈຳຢູ່ສາຂາແຂວງສະຫວັນນະເຂດ, ດັ່ງນັ້ນ ຈຶ່ງຂໍໃຫ້ສັງຄົມຈົ່ງມີຄວາມເຂົ້າໃຈຕາມນີ້ດ້ວຍ, ສ່ວນສາເຫດຂອງການຫາຍຕົວໄປກໍລະນີນີ້, ເຈົ້າໜ້າທີ່ໄທພວມເລັ່ງດຳເນີນການສືບສວນ-ສອບສວນຕາມຂັ້ນຕອນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...