spot_img
HomeມູມໄອທີລາວSAMSUNG GALAXY S IV ມີ 2 ສີ

SAMSUNG GALAXY S IV ມີ 2 ສີ

Published on

Samsung-Galaxy-S4-teaser

SAMSUNG GALAXY S IV ມີ 2 ສີ ດຳແລະຂາວ ຫນ່ວຍຄວາມຈຳພາຍໃນ 64GB?

ເຖິງວ່າທາງ Samsung ຈະເປີດໂຕ Galaxy S III ພ້ອມກັນ 3 ລຸ່ນກໍຄືຄວາມບັນຈຸ 16GB, 32GB ແລະ 64GB ຫລາຍຄົນອາດຈະຫວັງວ່າທາງ Samsung ອາດຈະເປີດໂຕ Galaxy S IV ທີ່ມີຄວາມບັນຈຸຫລາຍກວ່າ 64GB ແຕ່ຂ່າວລ່າສຸດສຳລັບ Samsung Galaxy S IV ນັ້ນມີການບອກວ່າໂຕເຄື່ອງຈະມີລຸ່ນ 64GB ອອກມາຂາຍເປັນຄວາມບັນຈຸສູງສຸດແລະກໍຍັງມີລຸ່ນ 16GB ແລະ 32GB ຄືເກົ່າ ແຕ່ສິ່ງທີ່ປ່ຽນໄປກໍຄືເລື່ອງຂອງສີ

Samsung Galaxy S IV ຈະມາພ້ອມກັບ 2 ສີຄືສີດຳແລະສີຂາວ ຕ່າງຈາກ Galaxy S III ທີ່ເປີດໂຕດ້ວຍສີຟ້າແລະສີຂາວ ໂດຍໂຕເຄື່ອງ Galaxy S IV ນັ້ນຈະຍັງສາມາດໃສ່ microSD Card ໄດ້ຄືກັບລຸ່ນ Galaxy S ທີ່ຜ່ານມາທັງຫມົດ ແລະຕາມຂ່າວກ່ອນຫນ້ານີ້ກໍລະບຸວ່າໂຕເຄື່ອງຈະມາພ້ອມກັບ CPU Snapdragon 600 ສຳລັບເວີຊັ່ນຂາຍທີ່ຝັ່ງອາເມລິກາເຫນືອສ່ວນບ່ອນອື່ນໆຈະໄດ້ໃຊ້ເປັນ Exynos 5 Octa ໂຕໃຫມ່

Samsung ຈະເປີດໂຕ Galaxy S IV ໃນວັນທີ 14 ມີນາຄົມນີ້ທີ່ເມືອງນິວຢອກ ເຊິ່ງພວກເຮົາກໍໄດ້ບອກໄປແລ້ວກັບຂ່າວກ່ອນຫນ້ານີ້ເອງ ເຊິ່ງຫນ້າຈະເລີ່ມວາງຂາຍໃນຊ່ວງເດືອນເມສານີ້

ໂດຍ  ເດັກລາວ

– See more at: http://www.deklao.com/samsung-galaxy-s-iv-%e0%ba%a1%e0%ba%b5-2-%e0%ba%aa%e0%ba%b5/#sthash.8H9c7N6b.dpuf

Samsung-Galaxy-S4-teaserSAMSUNG GALAXY S IV ມີ 2 ສີ ດຳແລະຂາວ ຫນ່ວຍຄວາມຈຳພາຍໃນ 64GB?

ບົດຄວາມຫຼ້າສຸດ

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີ

ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ...