ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຂະ​ຫຍາຍ​ເວ​ລາ​ຄຳ​ສັ່ງ​ເຄີ​ຟິວ​ອີກ ໃນ​ເມືອງ​ບັນ​ຕິ​ມໍ ຫລັງ​ເຫດ​ປະ​ທ້ວງ​ຍັງ​ບໍ່​ຢຸດ​ຕິ!

EyWwB5WU57MYnKOuFtKhBFMBukkl1FxDW3QsrJFUSR1atKoVg7mD1w

ໃນ​ວັນ​ທີ 2 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ເຈົ້າ​ໜ້າ​ທີ່​ຂອງ​ລັດ​ໃນ​ເມືອງ​ບັນ​ຕິ​ມໍ ລັດ​ແມ​ຣີ​ແລນ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ຂະ​ຫຍາຍ​ເວ​ລາ ປະ​ກາດ​ເຄີ​ຟິວ ຕັ້ງ​ແຕ່​ເວ​ລາ 10:00 – 05:00 ໂມງ ອອກ​ໄປ​ອີກ ທ່າມ​ກາງ​ກຳ​ລັງ​ທະ​ຫານ​ເກືອບ 3 ພັນ​ຄົນ ເຂົ້າ​ຄວບ​ຄຸມ​ພາຍ​ໃນ​ພື້ນ​ທີ່.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ຂະ​ຫຍາຍ​ເວ​ລາ​ໃນ​ການ​ປະ​ກາດ​ໃຊ້​ເຄີ​ຟິວ (ຄຳ​ສັ່ງ​ຫ້າມ​ອອກນອກ​ເຄ​ຫະ​ສະ​ຖານ ໃນ​ເວ​ລາ​ທີ່​ກຳ​ນົດ) ອອກ​ໄປ​ອີກ ທ່າມ​ກາງ​ປະ​ຊາ​ຊົນ​ຫລາຍ​ພັນ​ຄົນ ໄດ້​ອອກ​ມາ​ເດີນ​ຂະ​ບວນ​ປະ​ທ້ວງ​ຕາມ​ທ້ອງ​ຖະ​ໜົນ ໂດຍ​ບໍ່​ເກງ​ກົວ​ຕໍ່​ຄຳ​ສັ່ງ​ດັ່ງ​ກ່າວ​ແຕ່​ຢ່າງ​ໃດ ແລະ ເຖິງ​ແມ່ນ​ຈະ​ມີ​ການ​ຈັບ​ກຸມ​ຜູ້​ຝ່າ​ຝືນ​ຫລາຍ​ສິບ​ຄົນ​ກໍ​ຕາມ ການ​ເດີ​ນ​ຂະ​ບວນ​ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ​ຄວາມ​ເປັນ​ທຳ ໃຫ້​ແກ່ ທ້າວ ເຟ​ຣດ​ດີ ເກຣ ຊາວ​ອາ​ເມ​ຣິ​ກັນ​ຜິວ​ດຳ ອາ​ຍຸ 25 ປີ ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ການ​ຈັບ​ກຸມ ຈົນ​ເຮັດ​ໃຫ້​ເຂົາ​ເສຍ​ຊີ​ວິດ ຍັງ​ຄົງ​ສືບ​ຕໍ່​ທັງ​ຢູ່​ໃນ​ເມືອງ​ບັນ​ຕິ​ມໍ ແລະ ເມືອງ​ໃຫຍ່​ອື່ນໆ​ອີກ​ຫລາຍ​ແຫ່ງ.

ທັງ​ນີ້ ຜູ້​ປະ​ທ້ວງ​ຕ້ອງ​ການ​ເຫັນ​ຄວາມ​ຍຸ​ດ​ຕິ​ທຳໃຫ້​ແກ່​ຄົນ​ດຳ ທີ່​ຖືກ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ໃຊ້​ຄວາມ​ຮຸ​ນ​ແຮງ​ຢູ່​ເລື້ອຍໆ ໂດຍ​ພວກ​ເຂົາ​ຖື​ວ່າ ຕົນ​ເອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ບໍ່​ເປັນ​ທຳ.