spot_img
Homeຂ່າວຕ່າງປະເທດຊາວ​ໜຸ່ມ​ອາ​ເມ​ຣິ​ກັນ​ຫລາຍ​ພັນ​ຄົນ ເດີນ​ຂະ​ບວນ​ປະ​ທ້ວງ​ຕຳ​ຫລວດ ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຄົນ​ຜິວ​ດຳ!

ຊາວ​ໜຸ່ມ​ອາ​ເມ​ຣິ​ກັນ​ຫລາຍ​ພັນ​ຄົນ ເດີນ​ຂະ​ບວນ​ປະ​ທ້ວງ​ຕຳ​ຫລວດ ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ຄົນ​ຜິວ​ດຳ!

Published on

558000005122201

ສຳ​ນັກ​ຂ່າ​ວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 30 ເມ​ສາ​ນີ້​ວ່າ ມີ​ຜູ້​ຊຸມ​ນຸມ​ປະ​ທ້ວງ​ຫລາຍ​ພັນ​ຄົນ ໃນ​ຫລາຍ​ເມືອງ​ຊາຍ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ມື້​ວັນ​ພຸດ​ທີ 29 ເມ​ສາ​ຜ່ານ​ມາ​ນີ້ ເພື່ອ​ຮຽກ​ຮ້ອງ​ໃຫ້​ຕຳ​ຫລວດ ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ຢ່າງ​ເທົ່າ​ທ່ຽມ​ກັນ ຫລັງ​ຈາກ​ທີ່​ເກີດ​ເຫດ​ໄວ​ໜຸ່ມ​ຜິວ​ດຳ ​ໄດ້​ຮັບ​ບາດ​ເຈັບຈົນ​ເສຍ​ຊີ​ວິດ ຈາກ​ການ​ຈັບ​ກຸມ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ຢູ່​ເມືອງ​ບັນ​ຕິ​ມໍ.

ສູນ​ກາງ​ຂອງ​ການ​ຊຸມ​ນຸມ​ປະ​ທ້ວງ​ ທີ່​ມີ​ຊາວ​ໜຸ່ມ​ອອກ​ມາ​ຫລາຍ​ພັນ​ຄົນ ແມ່ນ​ຢູ່​ທີ່​ເມືອງ​ບັນ​ຕິ​ບໍ ຈົນ​ເຮັດ​ໃຫ້​ເມືອງ​ກາຍ​ເປັນ​ອຳ​ມະ​ພາດ ເນື່ອງ​ຈາກ​ມີ​ການ​ເດີນ​ຂະ​ບວນ​ຜ່ານ​ເຂດ​ໃຈ​ກາງ​ເມືອງ ໂດຍ​ທາງ​ການ​ໄດ້​ສັ່ງ​ທະ​ຫານ 2,000 ຄົນ ມາ​ປະ​ຈຳ​ການ​ທົ່ວ​ເມືອງ​ບັນ​ຕິ​ມໍ ເພື່ອ​ຄວບ​ຄຸມ​ສະ​ຖາ​ນະ​ການ, ໜັງ​ສື​ພິມ​ຂອງ​ທ້ອງ​ພິ່ນ​ໄດ້​ລາຍ​ງານ​ວ່າ ມີ​ຜູ້​ຖືກ​ຈັບ​ກຸມ​ຫລາຍ​ກ່​ວາ 200 ຄົນ ໃນ​ມື້​ວັນ​ຈັນ​ທີ 27 ເມ​ສາ​ຜ່ານ​ມາ ໂດຍ​ໃນ​ນັ້ນ​ພວກ​ເຂົາ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວຫລາຍ​ກ່​ວາ​ເຄິ່ງ​ໜຶ່ງ​ໃນ​ມື້​ວານ​ນີ້.

558000005122202

ໃນ​ຂະ​ນະ​ດຽວ​ກັນ​ນັ້ນ, ຢູ່​ທີ່​ເມືອງ​ນິວຢອກ, ວໍ​ຊິງ​ຕັນ, ບອດ​ສະ​ຕັນ ກໍ​ໄດ້​ມີ​ກະ​ແສ​ຄວາມ​ບໍ່​ພໍ​ໃຈ ຕໍ່​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ໃນ​ການ​ປະ​ຕິ​ບັດ​ຢ່າງ​ບໍ່​ເທົ່າ​ທຽມ​ຕໍ່​ຄົນ​ຜິວ​ດຳ ເຮັດ​ໃຫ້​ຊາວ​ໜຸ່ມ​ຈຳ​ນວນ​ຫລວງ​ຫລາຍ ພາ​ກັນ​ອອກ​ມາ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ເຊັ່ນ​ດຽວ​ກັນ ໂດຍ​ພວກ​ເຂົາ​ກ່າວ​ວ່າ ຕຳ​ຫລວດ​ໃຊ້​ການ​ປະ​ຕິ​ບັດ​ຢ່າງ​ຮຸນ​ແຮງ ແລະ ແບ່ງ​ແຍກ​ຕໍ່​ຄົນ​ດຳ ຢ່າງ​ໄຮ້​ມະ​ນຸດ​ສະ​ທຳ.

558000005122203

ບົດຄວາມຫຼ້າສຸດ

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ,...

ເຈົ້າຂອງຟາມແຂ້ຈຳໃຈ ປິດຊີວິດແຂ້ໝົດຟາມ ເນື່ອງຈາກຢ້ານນ້ຳຖ້ວມຈະເຮັດໃຫ້ຫຼຸດອອກໄປກັດຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ກັນຍາ 2024 ຜ່ານມານີ້ວ່າ, ຟາມໂຕແຂ້ແຫ່ງໜຶ່ງໃນຈັງຫວັດລຳພູນ ປະເທດໄທ ໄດ້ທຳການປິດຊີວິດໂຕແຂ້ໝົດທັງໝົດໃນຟາມເກືອບຮ້ອຍໂຕເນື່ອງຈາກຢ້ານນ້ຳຖ້ວມ ແລະ ເຮັດໃຫ້ແຂ້ຫຼຸດອອກມາກັດຄົນໃນພຶ້ນທີ່ດັ່ງກ່າວ. ເຈົ້າຂອງຟາມໄດ້ລະບຸວ່າ: ໄດ້ຕັດສິນໃຈນຳໂຕແຂ້ພໍ່-ແມ່ ພັນທີ່ຢູ່ດ້ວຍກັນມາຕັ້ງແຕ່ທຳອິດເມື່ອ 17 ປີອອກຈາກອ່າງທັງໝົດ...

ບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ,...

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...