spot_img
Homeຄວາມງາມລັກສະນະໃນໂຕຜູ້ຍິງທີ່ມີສະເໜ່ດຶງດູດຕໍ່ຜູ້ຊາຍຫລາຍທີ່ສຸດ

ລັກສະນະໃນໂຕຜູ້ຍິງທີ່ມີສະເໜ່ດຶງດູດຕໍ່ຜູ້ຊາຍຫລາຍທີ່ສຸດ

Published on

m725_

ເມື່ອ​​ຜູ້​ຊາຍ​ສ່ວນ​ໃຫຍ່​ຖືກ​ຖາມວ່າ​ແມ່ນຫຍັງ​ໃນ​ໂຕ​ຜູ້ຍິງ​ທີ່​ພວກເຂົາເຫລົ່ານັ້ນ​ຮູ້ສຶກ​ວ່າ​ໜ້າ​ດຶງ​ດູດ​ຫລາຍ​ທີ່ສຸດຫລາຍ​ເທື່ອ​ທີ່​ຜູ້ຍິງຈະ​ຮູ້ສຶກ​ແປກ​ໃຈ​ກັບ​ຄຳ​ຕອບ​ທີ່​ໄດ້​ຢູ່​ຄືກັນ

ໃນ​ຂະນະ​ທີ່​ແທ້​ຈິງ​ແລ້ວຜູ້ຍິງ​ຫລາຍໆ​ຄົນ​ລຸກ​ຂຶ້ນ​ມາ​ແຕ່ງ​ໜ້າແຕ່ງ​ໂຕ​ໃຫ້​ເບິ່ງ​ງາມ​ເພື່ອ​ຕົວ​ເອງຊຶ່ງ​ນີ້​ຄື​ສິ່ງ​ທີ່​ຄວນ​ຖືກ​ສົ່ງ​ເສີມ​ໃຫ້​ຜູ້ຍິງ​ທຸກ​ຄົນ​ເຮັດ​ກັນແຕ່​ເລິກ​ໆແລ້ວ​ສາວໆທຸກ​ຄົນ​ກໍ​ຕ້ອງ​ຍອມ​ຮັບ​ວ່າຕົນເອງ​ກໍ​ຢາກ​ຮູ້​ຄືກັນ​ວ່າ​ອັນທີ່​ຂ້ອຍ​ແຕ່ງ​ໂຕງາມ​ຢູ່​ທຸກ​ມື້​ນີ້​ຜູ້​ຊາຍ​ເຫັນ​ແລ້ວ​ພວກເຂົາ​ຄິດ​ແບບໃດກັນແນ່​ເອົາ​ເປັນ​ວ່າ​ມື້​ນີ້​ເຮົາ​ມີ​ຜົນ​ການສຶກສາ​ວິ​ໄຈ​ທີ່​ໜ້າ​ສົນ​ໃຈ​ຫລາຍ​ກ່ຽວກັບ7ລັກສະນະ​ໃນ​ໂຕ​ຜູ້ຍິງທີ່​ໜ້າ​ດຶງ​ດູດ​ຫລາຍ​ທີ່ສຸດ​ໃນ​ສາຍ​ຕາ​ຜູ້​ຊາຍ​ມາ​ຝາກ​

1.ແຂ້ວ​ຂາ

ຈາກ​ການສຶກສາ​ຂອງ​ເວັບ​ໄຊ plosone. org ການ​ມີ​ແຂ້ວ​ຂາວ​ສະ​ອາດ​ມີ​ຜົນ​ຕໍ່​ຄວາມ​ໜ້າ​ດຶງ​ດູດ​ໃນ​ໂຕ​​ໃນ​ສາຍ​ຕາ​ຜູ້​ຊາຍນັກ​ວິ​ໄຈ​ພົບ​ວ່າ​ແຂ້ວ​ສີ​ເຫລືອງຫລື​ແຂ້ວ​ທີ່​ລຽງ​ກັນ​ບໍ່​ງາມຈະ​ເຮັດໃຫ້​ຄວາມ​ໜ້າ​ດຶງ​ດູດ​ໃຈ​ໃນ​ໂຕ​ຫ​ລຸດ​ນ້ອຍ​ລົງແຕ່​ຮູ້​ແບບນີ້​ແລ້ວ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​​ຕ້ອງ​ຟ້າວ​ໄປ​ຂັດ​ແຂ້ວ​ໃຫ້​ສີ​ຂາວ​ຍິ້ມ​ທີ​ເຮັດໃຫ້​ຄົນ​ຮອບ​ຂ້າງ​ແສບ​ຕາເພາະ​ຈັ່ງໃດ​ແຂ້ວ​ຂາວ​ສະ​ອາດ​ແບບ​ທຳມະຊາດ​ກໍ​ຍ່ອມ​ດີກວ່າ​ຢູ່​ແລ້ວ

2.ສີສົບ​ສີ​ແດ

ຈາກ​ການສຶກສາ​ຈາກJournal of Personality and Social Psychologyຂອງ​ມະຫາ​ວິທະຍາ​ໄລ​ໂລ​ເຊດ​ເຕີສະ​ຫະລັດ​ອາ​ເມ​ລິ​ກາພົບ​ວ່າ​ສີ​ແດງ​ນັ້ນ​ເປັນ​ສີ​ທີ່​ສາມາດ​ດຶງ​ດູດ​ຜູ້​ຊາຍ​ເຂົ້າ​ຫາ​ຜູ້ຍິງ​ໄດ້​ເປັນ​ຢ່າງ​ດີຊຶ່ງ​ໂດຍ​ປົກກະຕິ​ແລ້ວ​ພວກ​ຜູ້​ຊາຍ​ກໍ​ຈະ​ບໍ່​ຮູ້​ໂຕ​ວ່າ​ເວລາ​ຕົນ​ເອງ​ເຫັນ​ສີ​ແດງ​ແລ້ວ​ຈະ​ເກີດ​ປະຕິ​ກິ​ລິ​ຍາ​ດັ່ງ​ກ່າວເອົາ​ເປັນ​ວ່າ​ມື້​ໃດ​ຖ້າ​ສາວໆ​ຢາກ​ຈະ​ເພີ່ມ​ສະເໜ່​​ໃຫ້​ກັບ​ຕົນ​ເອງກໍ່ຕ້ອງທາ​ສີສົບ​ສີ​ແດງ​ນີ້ໄດ້​ຜົນຕອບຮັບ​ແນ່ນອນ​

3.ແອວ​ຄອດ​ສະ​ໂພກ​ຜາ

ຮູບ​ຮ່າງ​ຈ່ອຍນ້ອຍ​ອາດຈະ​ເປັນ​ມາດຕະຖານ​ຂອງ​ນາງ​ແບບ​ຕອນ​ນີ້ແຕ່​ນັກ​ວິ​ໄຈ​ຈາກ​ນິວ​ຊີ​ແລນພົບ​ວ່າ​ຜູ້​ຊາຍ​ສ່ວນ​ໃຫຍ່​ມັກ​ຜູ້ຍິງ​ທີ່​ມີ​ຮູບ​ຮ່າງ​ຄື​ໂມງ​ຊາຍ,ມີ​ສ່ວນ​ໂຄ້ງ​ຊັດເຈນໂດຍ​ສະເພາະ​ຜູ້ຍິງ​ທີ່​ມີ​ແອວກິວກະໂພກ​ໃຫຍ່​ເປັນ​ຕົ້ນ

4.ສຽງ​ນ້ອຍ

ຜົນ​ວິ​ໄຈ​ພົບ​ວ່າ​ຜູ້​ຊາຍ​ສ່ວນ​ໃຫຍ່​ມັກ​ຜູ້ຍິງ​ທີ່​ມີ​ສຽງ​ນ້ອຍຫລື​ສຽງ​ສູງແຕ່​ນັ້ນ​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຮູ້​ແບບ​ນີ້​ແລ້ວ​ຈະ​ຕ້ອງ​ພະຍາຍາມ​ບີບ​ສຽງ​ໃຫ້​ນ້ອຍ​ຄືເດັກ​ນ້ອຍ​ຕະຫລອດ​ເວລາ​ຈົນ​ເກີນ​ພໍ​ດີເພາະ​ແບບສາວ ສ​ກາ​ເລດ ໂຈ​ແຮນສັນ ກໍ​ມີ​ສຽງ​ແຫບ​ສະເໜ່ສຸດ​ເຊັກ​ຊີ່ທີ່​ຜູ້​ຊາຍ​ໄດ້ຍິນ​ກໍ​ໃຈ​ເຕັ້ນ​ມາ​ຫລາຍຄົນແລ້ວ

5.ຜົມ​ສີ​ເຂັ້

ແບບທີ່​ພວກເຂົາ​ມັກ​ເວົ້າ​ກັນ​ວ່າ“blondes have more fun”ແຕ່​ຄວາມຈິງແລ້ວ​ສາວ​ຜົມບ​ອນ​ເບິ່ງ​ໜ້າ​ດຶງ​ດູດ​ກວ່າ​ຫລື​ບໍ່ຈາກ​ຜົນ​ວິ​ໄຈ​ຈາກNational Center for Biotechnology Information ສະ​ຫະລັດ​ອາເມ​ລິ​ກາ​ໃນ​ປີ2008ພົບ​ວ່າ​ສາວ​ຜົມ​ສີ​ເຂັ້ມ ຫລື​ຜົມ​ສີ​ນ້ຳ​ຕານໄດ້ຮັບ​ການ​ຈັດ​ອັນ​ດັບ​ໃຫ້​ມີ​ຄວາມ​ດຶງ​ດູດ​ສູງ​ກວ່າ​ສາວ​ຜົມບ​ລອນ​ຈາກ​ກຸ່ມ​ຜູ້​ຊາຍສ່ວນ​ຄວາມ​ສັ້ນຄວາມ​ຍາວ​ຂອງ​ຜົມ​ນັ້ນ​ບໍ່​ຄ່ອຍ​ມີ​ຜົນ​ກະທົບ​ຕໍ່​ຄວາມ​ໜ້າ​ດຶງ​ດູດ​ເທົ່າ​ໃດ

6.ແຕ່ງ​ໜ້າ​ໜ້ອຍ

ຈາກ​ການສຶກສາ​ຈາກThe Quarterly Journal of Experimental Psychology ກຸ່ມ​ຜູ້​ຊາຍແລະ​ຜູ້ຍິງ​ທີ່​ເຂົ້າ​ຮ່ວມ​ທົດລອງໄດ້​ມີ​ການ​ໃຫ້​ເບິ່ງຮູບ​ຂອງ​ໃບ​ໜ້າ​ຜູ້ຍິງ​ທີ່​ແຕ່ງ​ໜ້າ​ໃນ​ລະ​ດັບ​ທີ່​ບໍ່​ເທົ່າ​ກັນໂດຍ​​ພວກເຂົາ​ຕ້ອງ​ເລືອ​ກວ່າ​​ໜ້າ​ແບບໃດ​ທີ່​ພວກເຂົາ​ຮູ້ສຶກ​ໜ້າ​ດຶງ​ດູດ​ຫລາຍ​ທີ່ສຸດແລະ​ໃຫ້​ເດົາ​ນໍາວ່າ​ຝ່າຍ​ເພດ​ກົງກັນຂ້າມ​ຈະ​ເລືອກ​​ໜ້າ​ແບບໃດ​ທີ່​ເບິ່ງ​ໜ້າ​ດຶງ​ດູດ​ສຳລັບ​ຕົນ​ເອງຜົນ​ປາກົດ​ວ່າ​ທັງ​ກຸ່ມ​ຜູ້​ຊາຍ​ແລະ​ຜູ້ຍິງ​ມັກ​ຫນ້າທີ່​ແຕ່ງ​ເຄື່ອງ​ສຳ​ອາງ​ໜ້ອຍແຕ່​ໃນ​ຂະນະ​ດຽວ​ກັນ​ກຸ່ມ​ຜູ້ຍິງ​ພັດ​ຄິດວ່າ​ກຸ່ມ​ຜູ້​ຊາຍ​ຈະ​ຕ້ອງ​ມັກ​ຫນ້າທີ່​ແຕ່ງ​ແຮງໆ

7.ແຂນ​ຍາ

ຈາກ​ຫນັງສືJournal of Evolutionary Biologyພົບ​ວ່າ​ຜູ້​ຊາຍ​ມັກ​ຮູ້ສຶກ​ດຶງ​ດູດ​ຕໍ່​ຜູ້ຍິງ​ທີ່​ມີ​ແຂນ​ສວ້ຍ​ຍາວ​ເຊື່ອ​ວ່າ​ນີ້ເປັນ​ສ່ວນຫນຶ່ງ​ໃນ​ຮ່າງກາຍ​ທີ່​ສາວໆ​ຈະ​ຄິດ​ບໍ່​​ວ່າ​ຜູ້​ຊາຍ​ພວກເຂົາ​ກໍ​ໃຫ້​ຄວາມ​ສຳຄັນ​ຄືກັນເພາະ​ພວກ​ເຮົາ​ມັກ​ໃຫ້​ຄວາມ​ສຳຄັນເຈາະ​ຈົ່ງ​ໄປ​ທີ່​​ຂາທີ່ສວ້ຍ​ຫລາຍກວ່າ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...