spot_img
Homeຂ່າວຕ່າງປະເທດຍອດ​ເສຍ​ຊີ​ວິດ​ແຜ່ນ​ດິນ​ໄຫວ​ເນ​ປານ ທະ​ລຸ 4 ພັນ​ກ່​ວາ​ ຄາດ​ອາດ​ສູງ​ເຖິງ​ຫລັກ​ໝື່ນ​ຄົນ!

ຍອດ​ເສຍ​ຊີ​ວິດ​ແຜ່ນ​ດິນ​ໄຫວ​ເນ​ປານ ທະ​ລຸ 4 ພັນ​ກ່​ວາ​ ຄາດ​ອາດ​ສູງ​ເຖິງ​ຫລັກ​ໝື່ນ​ຄົນ!

Published on

PRAKASH1

ຍອດ​ຜູ້​ເສຍ​ຊີ​ວິດ​ແຜ່ນ​ດິນ​ໄຫວ​ເນ​ປານ ລ່າ​ສຸດ​ມີ​ຜູ້​ເສຍ​ຊີ​ວິດ​ຢູ່​ທີ່ 4,138 ຄົນ ແລະ ບາດ​ເຈັບ​ອີກ​ກ່​ວາ 7,500 ຄົນ ໂດຍ​ເຈົ້າ​ໜ້າ​ທີ່​ຄາດ​ການ​ອາດ​ມີ​ຫລາຍ​ກ່​ວາ 1 ໝື່ນ​ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ເມ​ສານີ້​ວ່າ ກະ​ຊວງ​​ປ້ອງ​ກັນ​ຄວາມ​ສະ​ຫງົບພາຍ​ໃນ​ຂອງ​ເນ​ປານ ໄດ້​ເປີດ​ເຜີຍຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດ​ແຜ່ນ​ດິນ​ໄຫວຮຸນ​ແຮງ ຂະ​ໜາດ 7.8 ແມັກ​ນິ​ຈູດ ໃນ​ມື້​ວັນ​ເສົາ​ທີ 25 ເມ​ສາ​ຜ່ານ​ມາ​ນີ້ ຮອດ​ປັດ​ຈຸ​ບັນ​ຕົວ​ເລກ​ລ່າ​ສຸດ​ຜູ້​ເສຍ​ຊີ​ວິດ ໄດ້​ເພີ່​ມ​ຂຶ້ນ​ເປັນ 4,138 ຄົນ ແລະ ບາດ​ເຈັບ​ອີກ​ກ່​ວາ 7,500 ຄົນ ໂດຍ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ກ່າວ​ວ່າ ຍອດ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ທະ​ລຸ​ຫລັກ​ໝື່ນ​ຄົນ ເນື່ອງ​ຈາກ​ຍັງ​ມີ​ຜູ້​ຕິດ​ຢູ່​ກ້ອງ​ຊາກ​ຕຶກ​ອາ​ຄານ ແລະ ພູ​ເຂົາ​ເຈື່ອນ​ຖົມ​ທັບ, ເຖິງ​ແມ່ນ​ເຈົ້າ​ໜ້າ​ທີ່​ຈາກ​ບັນ​ດາ​ປະ​ເທດ​ຕ່າງໆ ຈະ​ທະ​ຍອຍ​ເຂົ້າ​ມາ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແລ້ວ​ກໍ​ຕາມ ແຕ່​ກໍ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ແຜ່ນ​ດິນ​ໄຫວ​ຊ້ຳ ຕັ້ງ​ແຕ່ 3-5 ແມັກ​ນິ​ຈູດ ຫລາຍ​ຄັ້ງ ປະ​ກອບ​ກັບ​ສະ​ພາບ​ອາ​ກາດ​ທີ່​ໜາວ​ເຢັນ ແລະ ບາງ​ຈຸດ​ກໍ​ມີ​ຝົນ​ຕົກ​ລົງ​ມາ ສົ່ງ​ຜົນ​ກະ​ທົບ​ຕໍ່​ເສັ້ນ​ທາງ​ໃນ​ການ​ເຂົ້າ​ໄປ​ຊ່ວຍ​ເຫລືອ​ກູ້​ໄພ​ໃນ​ແຕ່​ລະ​ຈຸດ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...