Homeຂ່າວຕ່າງປະເທດ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ຊະ​ນະ​ເລື​ອກ​ຕັ້ງ ເປັນ​ຜູ້​ນຳ​ປະ​ເທດ​ສະ​ໄໝ​ທີ 5 ຕິດ​ຕໍ່​ກັນ!

​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ຊະ​ນະ​ເລື​ອກ​ຕັ້ງ ເປັນ​ຜູ້​ນຳ​ປະ​ເທດ​ສະ​ໄໝ​ທີ 5 ຕິດ​ຕໍ່​ກັນ!

Published on

 EyWwB5WU57MYnKOuFtMuuKgOJiHMWkY7KItMXv0QRhgGXZrF3M6sOg

ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ຊະ​ນະ​ການ​ເລືອກ​ຕັ້​ງ​ຊິງ​ຕຳ​ແໜ່ງ​ຜູ້​ນຳ​ປະ​ເທດ ເປັນ​ສະ​ໄໝ​ທີ 5 ໂດຍ​ໄດ້​ຄະ​ແນນ​ສຽງ​ຖະ​ຫລົ່ມ​ທະ​ລາຍ​ເກືອບ 100%.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທ​ດ ລາຍ​ງານ​ໃນ​ວັນ​ທີ 27 ເມ​ສາ​ນີ້​ວ່າ ທ່ານ ນູ​ສຸ​ລະ​ຕ່ານ ນາ​ຊາ​ບາ​ເຢັບ ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ​ປະ​ເທດ​ກາ​ຊັກ​ສະ​ຖານ ໄດ້​ຮັບ​ໄຊ​ຊະ​ນະ​ຈາກ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຈັດ​ຂຶ້ນ​ເມື່ອ​ວັນ​ອາ​ທິດ​ທີ 26 ເມ​ສາ​ຜ່ານ​ມາ​ນີ້ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ເຖິງ 97.5% ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ເປັນ​ສະ​ໄໝ​ທີ 5 ຕິດ​ຕໍ່​ກັນ.

ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ຂັ້ນ​ສູນ​ກາງ ແຫ່ງ​ກາ​ຊັກ​ສະ​ຖານ​ໄດ້​ອ້າງວ່າ ການ​ເລືອກ​ຕັ້ງ​ໃນ​ມື້​ວັນ​ອາ​ທິດ​ທີ່​ຜ່ານ​ມາ ມີ​ຜູ້​ອອກ​ມາ​ໃຊ້​ສິດ​ເລືອກ​ຕັ້ງ​ເຖິງ 95.11% ຂອງ​ຜູ້​ມີ​ສິດ​ລົງ​ຄະ​ແນນ​ສຽງ​ທັງ​ໝົດ ແລະ ຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ ຈະ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ຈັນ​ນີ້.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...