6ສັນຍານເຕືອນຄວາມເຖົ້າແຕ່ແກ້ໄຂໄດ້

women.haijai.com

1 ຜິວພັນບໍ່ຕິ່ງກະຊັບ  ບັນຫາກວນໃຈຜູ້ຍິງອັບດັບຕົ້ນໆທີ່ເປັນເຫດໃຫ້ຕ້ອງຫາຊື້ສະກິນແຄມາບໍາລຸງກັນໃຫ້ວຸ້ນວາຍເພາະເມື່ອອາຍຸລ່ວງເລີຍເຂົ້າເລກ 3ແລ້ວຮ່າງກາຍຈະຜະລິດຄ່ລະເຈນໄດ້ໜ້ອຍລົງ ເມື່ອຮ່າງກາຍບໍ່ເກີດການສ້າງຄໍລະເຈນແລ້ວກໍ່ສົ່ງປົນກະທົບໃຫ້ເກີດບັນຫາດ້ານຜິວພັນທັງໜ້າແລະຜິວກາຍບໍ່ວ່າຈະເປັນບັນຫາຮິ້ວຮອຍເທີງໃບໜ້າ,ຮອຍຄ້ຳກ້ອງຕາ,ຈຸດດ່າງດຳ,ຖົງກ້ອງຕາ,ລວມເຖິງຍິ້ມແລ້ວມຸມປາກຕົກ ປັດຈຸບັນນີ້ເທັກໂນໂລຢີເພື່ອຄວາມງາມຄວາມຕຶງກະຊັບຂອງຜິວພັນຫລາຍວິທີຫາກການທາຄີມໃຫ້ຜົມລັບທີ່ບໍ່ທັນໃຈ

2 ຜົມບາງລົງ ປັນຫານີ້ອາດບໍ່ກະທົບກັບເພດຍິ່ງເທ່າໃດແຕ່ກໍ່ບໍ່ແມ່ນຈະບໍ່ເປັນປັນຫາ ໂດຍສະເພາະໃນກຸ່ມສາວໆທີ່ມີຜົມໜ້ອຍມາຕັ້ງແຕ່ເກີດດັ່ງນັ້ນເມື່ອແກ່ຕົວລົງເສັ້ມຜົມລົ່ນຫລາຍຂື້ນຍິ່ງເຮັດໃຫ້ເສັ້ນຜົມບາງລົງເບິ່ງຄືຄົນຫົວລ້ານໄດ້ ນອກນາກນີ້ຍັງກ່ຽວຂ້ອງກັບປັບໃຈສິ່ງແວດລ້ອມອື່ນໆໄດ້ແກ່ ການມີລູກ ມີໂລກປະຈຳຕວົຫລືຢາບາງຊະນິດເພື່ອຮັກສາໂລກເປັນຕົ້ນ

3 ຄໍຫ່ຽວຍານເປັນຊັ້ນ ຄໍຫ່ຽວຍາຍເປັນຊັ້ນ ຫລື Turkey Neck ເກີດມາຈາກການທີ່ຜິວໜັງບໍລິເວນລຳຄໍຂາດຄວາມຊຸ່ມຊື່ນມີຂະບວນການຜະລິດຄໍລິເຈນຊ້າລົງເຖິງແມ່ນວ່າປັດຈຸບັນຈະມີວິທີການຮັກສາດ້ວຍແສງເລເຊີແລ້ວແຕ່ຖ້າຫາກບໍ່ໜັ່ນອອກກຳລັງກາຍ ຫລື ທາຄີມບໍລິເວນຮອບຄໍ ຄວາມຫ່ຽວຍານກໍ່ຈະກັບຄືນມາ

4.ໜ້າເອີກຍານ ໜ້າເອິກຍ່ອນຍານເປັນຜົນມາຈາກໄຂມັນບໍລິເວນຊ່ວງເອິກລຸດນ້ອຍລົງ ເກີເແຮງໂນ້ມຖ່ວງໃຫ້ຍ່ອນຍານລົງ ຮໍໂມນເອໂຕເຈນໄດ້ໜ້ອຍລົງ ການໝັ່ນອອກກຳລັງກາຍໂດຍການບໍລິຫານກ້າມເນື້ອຈະຊ່ວຍຮູບຊົງບໍ່ຍ່ອນຍານຜິດຮູບໄດ້ນອກຈາກນີ້ຄວນເລືອກສວມຍົກຊົງໃຫ້ເໝາະສົມກັບຂະໜາດຂອງເຕົ້ສນົມ

5.ບໍລິເວນຫລັງຝາມືຫ່ຽວຍານ ບໍລິເວນນີ້ບໍ່ສາມາດຕວະອາຍຸໄດ້ເພາະເປັນອະໄວຍະວະທີ່ສຳພັດກັບມົນລະພາວະຫລາຍກວ່າອະໄວຍະວະອື່ນ ດັ່ງນັ້ນຈິ່ງເປັນເລື່ອງປົກກະຕິທີ່ຜິວບໍລິເວນຫລັງຝາມືຈະຫ່ຽວໄປຕາມເວລາ ຕາມໄວຂອງເຮົາ ວິທີການທີ່ຊ່ວຍໃຫ້ຝາມືນຸ້ມສວຍງາມຢູ່ສະເໝີຄືການທາຄີມຫລິກລ້ຽງການໃຊ້ມືເຮັດກິດຈຳກຳອື່ນໆໂດນຕົງເຊັ່ນ ຊັກເຄື່ອງ,ກວດເຮືອນ,ຖູເຮືອນ

6.ຂົນຄີ້ວແລະຂົນຕາເລີ່ມບາງລົງ

ການທີ່ຂົນຄິ້ວແລະຂົນຕາເລີ່ມບາງລົງຂາກເກົ່າ ເປັນຜົມມາຈາກທີ່ຮ່າງກາຍຜະລິດຮໍໂມນເພດໄດ້ນ້ອຍລົງການແກ້ໄຂເລື່ອງຄວາມສວຍງາມກໍ່ສາມາດເພື່ງເທັກໂນໂລຍີໃໝ່ເຊັ່ນ ສັກຄີ້ວຖາວອນ,ປູກຂົນຕາ ຫລື ຈະໃຊ້ຕາປອມຊົ່ວຄາວເພື່ອເສີມຄວາມສວຍງາມກໍ່ໄດ້