spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ລູກ​ເຂີຍ​ທໍ​ລະ​ພີ! ລັກ​ເງິນ​ພໍ່​ເຖົ້າ 30 ລ້ານກີບແລ້ວ​ຫລົບ​ໜີ ສຸດ​ທ້າຍ​ຖືກ​ຈັບ!

ລູກ​ເຂີຍ​ທໍ​ລະ​ພີ! ລັກ​ເງິນ​ພໍ່​ເຖົ້າ 30 ລ້ານກີບແລ້ວ​ຫລົບ​ໜີ ສຸດ​ທ້າຍ​ຖືກ​ຈັບ!

Published on

look kheuy

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັບຕົວທ້າວໄຊຊະນະ ອາຍຸ 23 ປີຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃນຂໍ້ຫາລັກຊັບມາດຳເນີນຄະດີ, ພາຍຫລັງຜູ້ກ່ຽວໄດ້ລັກປີນເຂົ້າເຮືອນ ນາງ ຄຳຮັກ, ຜູ້ເປັນແມ່ເຖົ້າຂອງຕົນ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນຕອນເຊົ້າວັນທີ 7 ມີນາ 2015, ໂດຍໄດ້ເງິນ 96 ພັນບາດ (ສະກຸນເງິນໄທ) ແລະ 4 ລ້ານກີບ ແລ້ວຫລົບໜີມາເຮືອນຂອງຕົນ ຈົນມາຮອດວັນທີ 18 ມີນາ 2015 ຈຶ່ງຖືກເຈົ້າໜ້າທີ່ນຳຈັບຕົວມາດຳເນີນຄະດີ ຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວໄຊຊະນະ ຮັບສາລະພາບວ່າ: ໄດ້ແຕ່ງງານກັບ ນາງ ເບີ້ຍ ລູກ ສາວນາງ ຄຳຮັກ ແລະ ມາຢູ່ເຮືອນນຳແມ່ເຖົ້າໃນປີ 2014, ພໍຢູ່ໄດ້ປະມານປີໜຶ່ງຕົນກໍເລີ່ມພົວພັນກັບຢາເສບຕິດ ແລະ ມີການຜິດຖຽງ ກັບຄອບຄົວເປັນປະຈຳ ແລ້ວໄດ້ໜີອອກຈາກເຮືອນແມ່ເຖົ້າໄປໄລຍະໜຶ່ງ, ຈາກນັ້ນ ໄດ້ກັບຄືນມາເຮືອນ ແມ່ເຖົ້າ ແລະ ກໍ່ເຫດລັກຊັບຄືດັ່ງກ່າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...