spot_img
Homeຂ່າວຕ່າງປະເທດກຸ່ມ​ຕໍ​ລີ​ບັນ ປະ​ກາດ​ໂຈມ​ຕີ​ທົ່ວ​ອັບ​ກາ​ນິ​ສະ​ຖານ ເລີ່ມ​ເປີດ​ສາກ​ມື້​ອື່ນ​ນີ້!

ກຸ່ມ​ຕໍ​ລີ​ບັນ ປະ​ກາດ​ໂຈມ​ຕີ​ທົ່ວ​ອັບ​ກາ​ນິ​ສະ​ຖານ ເລີ່ມ​ເປີດ​ສາກ​ມື້​ອື່ນ​ນີ້!

Published on

EyWwB5WU57MYnKOuFtLsQB1eKSArAWIIChTcRnM50O7G8V7WWKqoEA

ກຸ່ມ​ຕໍ​ລີ​ບັນ​ໃນ​ອັບ​ກາ​ນິ​ສະ​ຖານ ປະ​ກາດ​ປະ​ຕິ​ບັດ​ການ​ໂຈມ​ຕີ​ທົ່ວ​ປະ​ເທດ​ອັບ​ກາ​ນິ​ສະ​ຖານ ໂດຍ​ຈະ​ເລີ່ມ​ຂຶ້ນ​ໃນ​ມື້​ອື່ນ​ນີ້ (24 ເມ​ສາ).

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດລາຍ​ງານ​ວ່າ ໃນ​ວັນ​ທີ 22 ເມ​ສາ​ທີ່​ຜ່ານ​ມາ ກຸ່ມ​ຕໍ​ລີ​ບັນ ໄດ້​ອອກ​ມາ​ປະ​ກາດ​ວ່າ ຈະ​ເລີ່ມ​ເປີດ​ສາກ​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີປະ​ຈຳ​ປີ ໃນ​ວັນ​ສຸກ​ທີ 24 ເມ​ສາ​ນີ້ ໂດຍ​ລະ​ບຸ​ວ່າ ຈະ​ທຳ​ການ​ໂຈມ​ຕີ​ທົ່ວ​ປະ​ເທດ​ອັບ​ກາ​ນິ​ສະ​ຖານ ເຊິ່ງ​ການ​ບຸກ​ໂຈມ​ຕີ​ໃນ​ຮອບ​ນີ້ ແມ່ນ​ຈະ​ເປັນ​ເທື່ອ​ທຳ​ອິດ ທີ່ກອງ​ທັບ​ອັບ​ອາ​ນິ​ສະ​ຖານ ຈະ​ເປັນ​ຜູ້​ຮັບ​ມື​ການ​ໂຈມ​ຕີ​ຕາມ​ລຳ​ພັງ ໂດຍ​ບໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກກອງ​ກຳ​ລັງ​ຕ່າງ​ປະ​ເທດ ທີ່​ມີ​ສະ​ຫະ​ລັດ​ອ​າ​ເມ​ຣິ​ກາ​ເປັນ​ແກນ​ນຳ.

ທັງ​ນີ້ ກຸ່ມ​ຕໍ​ລີ​ບັນ ເລີ່ມ​ການ​ໂຈມ​ຕີ​ປະ​ຕິ​ບັດ​ການ​ໂຈມ​ຕີ​ໄປ​ແລ້ວ​ບາງ​ສ່ວນ ໃນ​ຊ່ວງ​ຫລາຍ​ອາ​ທິດ​ທີ່​ຜ່ານ​ມາ ເຮັດ​ໃຫ້​ມີ​ພົນ​ລະ​ເມືອງ ແລະ ກອງ​ກຳ​ລັງ​ຄວາມ​ໝັ້ນ​ຄົງ​ຂອງ​ລັດ​ຖະ​ບານ​ອັບ​ກາ​ນິ​ສະ​ຖານ ເສຍ​ຊີ​ວິດ​ເປັນ​ຈຳ​ນວນ​ຫລາຍ, ເນື່ອງ​ຈາກກອງ​ກຳ​ລັງ​ນາ​ໂຕ້ ໄດ້​ຢຸດ​ຕິ​ປະ​ຕິ​ບັດ​ການ​ສູ້​ຮົບ​ກັບ​ກຸ່ມ​ຕໍ​ລີ​ບັນ ໃນ​ປະ​ເທດ​ອັບ​ກາ​ນິ​ສະ​ຖານ​ໄປ​ແລ້ວຢ່າງ​ເປັນ​ທາງ​ການ ໃນ​ເດືອນ​ທັນ​ວາ​ປີ 2014 ທີ່​ຜ່ານ​ມາ ໂດຍ​ປະ​ຕິ​ບັດ​ການ​ບຸກ​ໂຈມ​ຕີ​ປະ​ຈຳ​ປີ ຂອງ​ກຸ່ມ​ຕໍ​ລີ​ບັນ​ໃນ​ຄັ້ງ​ນີ້ ຄາດ​ວ່າ​ຈະ​ເປັນ​ການ​ສູ້​ຮົບ​ນອງ​ເລືອດ​ທີ່​ສຸດ ໃນ​ຮອບ​ທົດ​ສະ​ວັດ.

 

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...