spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ໄຟ​​ໄໝ້ກຸ​ຕິ​ວັດບ້ານ​ນາ​ເຕີຍ ​ແຂວງ​ສະຫວັນ​ນະ​ເຂດ ​ເສຍ​ຫາຍ​ໝົດ​ກ້ຽງ!

ໄຟ​​ໄໝ້ກຸ​ຕິ​ວັດບ້ານ​ນາ​ເຕີຍ ​ແຂວງ​ສະຫວັນ​ນະ​ເຂດ ​ເສຍ​ຫາຍ​ໝົດ​ກ້ຽງ!

Published on

fireburning temple

​​ເຈົ້າ​ໜ້າ​ທີ່ກອງ​ມອດ​ໄຟ ​ແຂວງ​ສະຫວັນ​ນະ​ເຂດ ​ໃຫ້​ຮູ້​ວ່າ: ​ໃນ​​ເວລາ​ປະມານ 15:20 ​ໂມງຂອງ​ວັນ​ທີ 20 ​ເມສາ​ນີ້, ​ໄດ້​ເກີດ​ໄຟ​ໃໝ້ກຸ​ຕິວັດ,​ ບ້ານນາ​ເຕີຍ, ​ເມືອງ​ໄກສອນ, ​ແຂວງ​ສະຫວັນ​ນະ​ເຂດ, ​ເຊິ່ງ​ເປັນ​ກຸ​ຕິ​ 2 ຊັ້ນໄມ້​ເທິງ-ລຸ​ມກໍ່ ​ໄດ້​ຮັບ​ຄວາມເສຍ​ຫາຍ​ໝົດກ້ຽງ. ພາຍຫລັງເຈົ້າ​ໜ້າ​ທີ່​ໄດ້​ຮັບ​ແຈ້ງກໍ​ຮີບ​ລົງ​ໄປ​ຈຸດ​ເກີດ​ເຫດໂດຍ​ໃຊ້​ລົດ​ນ້ຳ​ດັບ​ເພີງ​ຫລາຍຄັນ ​ແລະ ເຈົ້າ​ໜ້າ​ທີ່ຈຳນວນໜຶ່ງ​ເຂົ້າ​ຄວບ​ຄຸມ​ເພີງ​ໄວ້​ໄດ້​ໃນ​ເວລາ​ຕໍ່​ມາ, ​ໂຊກ​ດີ​​ບໍ່​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫລື​ເສຍ​ຊີວິດ. ສ່ວນ​ສາ​ເຫດ​ ​ແລະ ມູນ​ຄ່າ​ຄວາມ​ເສຍ​ຫາຍຂອງ​ການ​ເກີດ​ເຫດ​ຄັ້ງ​ນີ້ ຍັງ​ຢູ່​​ໃນ​ຂັ້ນ​ຕອນ​ການ​ສືບສວນ-ສອບ​ສວນ​ຂອງ​ເຈົ້າ​ໜ້າ​ທີ່. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​ໃນ​ໄລຍະ​ນີ້ ອາກາດ​ຮ້ອນ​ອົບ​ເອົ້າຈົ່ງ​ລະມັດລະວັງ​ການ​ໃຊ້​ເຄື່ອງ​ໄຟຟ້າ ​ແລະ ອຸປະກອນ​ຕ່າງໆ​ທີ່​ສາມາ​ດ​ເກີດ​ໄຟ​ໄດ້ງ່າຍ, ທັງ​ນີ້ ກໍ​ເພື່ອ​ຫລີກ​ລ້ຽງ​ອັກຄີ​ໄພທີ່​ຈະ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ, ​ພ້ອມ​ກັນ​ນີ້ ກໍຝາກ​ເຕືອນ​ມາ​ຍັງ​ປະຊາຊົນ​ທີ່​ຍັງ​ນຳ​ໃຊ້ສາຍ​ໄຟ​ເກົ່າຢູ່​ນັ້ນ​, ​ໃຫ້ກວດກາ ​ແລະ ປ່ຽນຖ່າຍ​ໃໝ່ກ່ອນ​ເຫດການ​ທີ່​ບໍ່​ຄາດ​ຄິດ​ຈະ​ເກີດ​ຂຶ້ນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...