spot_img
Homeຂ່າວຕ່າງປະເທດຫລາຍ​ບ້ານ​ໃນ​ພາກ​ກາງ​ຂອງ​ມຽນ​ມາ ເລີ່ມ​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ!

ຫລາຍ​ບ້ານ​ໃນ​ພາກ​ກາງ​ຂອງ​ມຽນ​ມາ ເລີ່ມ​ປະ​ເຊີນ​ກັບ​ໄພ​ແຫ້ງ​ແລ້ງ!

Published on

558000004738001

ຫລາຍ​ເມືອງ ແລະ ຫລາຍ​ບ້ານ​ທາງ​ພາກ​ກາງ​ຂອງ​ມຽນ​ມາ ເລີ່ມ​ປະ​ເຊີນ​ບັນ​ຫາ​ຂາດ​ແຄນ​ນ້ຳ​ໃນ​ລະ​ດູ​ຮ້ອນ ເນື່ອງ​ຈາກ​ຝົນ​ຕົກ​ໜ້ອຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເມືອງ ແລະ ບ້ານ​ຫລາຍ​ແຫ່ງ ໃນ​ເຂດ​ມະ​ເມວ, ມັນ​ດະ​ເລ ແລະ ສະ​ກາຍ ທີ່​ຢູ່​ໃນ​ເຂດ​ແຫ້ງ​ແລ້ງ ຫ່າງ​ໄກ​ຈາກ​ແຫລ່ງ​ນ້ຳ ຕ້ອງ​ໄດ້​ອາ​ໄສ​ນ້ຳ​ຈາກ​ບຶງ ແລະ ໜອງ​ນ້ຳ​ທຳ​ມະ​ຊາດ ລວມທັງ​ອ່າງ​ເກັບ​ນ້ຳ​ຕ່າງໆ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ບໍ​ລິ​ໂພກ ແລະ ນຳ​ໃຊ້​ໃນ​ຄົວ​ເຮືອນ, ບາງ​ບ້ານແມ່ນ​ຂາດ​ແຄນ​ນ້ຳ​ດື່ມ ແລະ ປະ​ສົບ​ກັບ​ພາ​ວະ​ຂາດ​ແຄນ​ນ້ຳ​ເພື່ອ​ນຳ​ໃຊ້​ໃນ​ຄົວ​ເຮືອນ​ແລ້ວ.

ທັງ​ນີ້ ຕາມ​ການ​ລາຍ​ງານ​ຂອງ​ທາງ​ການ​ມຽນ​ມາ ແມ່ນ​ທົ່ວ​ປະ​ເທດ​ມີ​ບ້ານ​ທັງ​ໝົດ 60,000 ບ້ານ ເຊິ່ງ​ບ້ານ​ທີ່​ມີ​ໂຄງ​ການ​ນ້ຳ​ສະ​ອາດ ສະ​ໜອງ​ໃນ​ຂອບ​ເຂດ​ພື້ນ​ທີ່ ກວມ​ເອົາ​ພຽງ 62% ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ ເຊິ່ງ​ເຫັນ​ວ່າຍັງ​ມີ​ອີກ​ກ່​ວາ 25,000 ບ້ານ ໃນ​ທົ່ວ​ປະ​ເທດ ຍັງ​ຂາດ​ແຄນ​ນ້ຳ​ໃຊ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...