Homeອຸບັດເຫດແລະປາກົດການຫຍໍ້ທໍ້7 ມື້ໃນໄລຍະບຸນປີໃໝ່ ທົ່ວ​ປະ​ເທດເກີດອຸບັດເຫດ 325 ກໍລະນີ ເສຍຊີວິດ 45 ຄົນ!

7 ມື້ໃນໄລຍະບຸນປີໃໝ່ ທົ່ວ​ປະ​ເທດເກີດອຸບັດເຫດ 325 ກໍລະນີ ເສຍຊີວິດ 45 ຄົນ!

Published on

11149270_961510043880668_468311874813044757_n
(ພາບ​ປະ​ກອບ​ຈາກ: ໂທ​ລະ​ໂຄ່ງ)

ນັບ​ແຕ່​ວັນ​ທີ 12-18 ເມສາ​ນີ້ ເຊິ່ງ​ເປັນ​ໄລຍະ​ຂອງ​ການ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ​ພສ 2558 ທົ່ວ​ປະເທດ ມີ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ 325 ກໍລະນີ ສົ່ງ​ຜົນ​ໃຫ້​ມີ​ຄົນ​ເສຍ​ຊີວິດ 45 ຄົນ ຖ້າ​ທຽບໃສ່​ໃນ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ເຫັນ​ວ່າ​ມີ​ຈຳນວນ​ເພີ່ມ​ຂຶ້ນ 10 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ 6 ຄົນ ແຕ່​ຈຳນວນ​ພາຫະນະ​ເປ່​ເພ ແລະ ຜູ້​ໄດ້​ຮັບ​ບາດເຈັບ​ແມ່ນ​ມີ​ອັດຕາ​ຫຼຸດ​ລົງ ໃນ​ນີ້ ສະເພາະ​ນະຄອນຫຼວງ​ວຽງ​ຈັນ ໄດ້​ເກີດ​ອຸບັດ​ຕິ​ເຫດ​ຫຼາຍ​ກວ່າ​ແຂວງ​ອື່ນໆ ແມ່ນ​ມີ 52 ກໍລະນີ ມີ​ຜູ້​ເສຍ​ຊີວິດ 6 ຄົນ ຮອງ​ລົງ​ມາ​ແມ່ນ​ແຂວງ​ຈຳປາ​ສັກ 51 ກໍລະນີ ເສຍ​ຊີວິດ 5 ຄົນ ແລະ ແຂວງ​ທີ່​ມີ​ອຸບັດ​ຕິ​ເຫດ​ເກີດ​ຂຶ້ນ​ໜ້ອຍ ແຕ່​ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ແມ່ນ​ແຂວງ​ໄຊ​ຍະ​ບູ​ລີ 7 ກໍລະນີ ເສຍ​ຊີວິດ 5 ຄົນ ແຂວງ​ບໍ​ລິ​ຄຳ​ໄຊ 21 ກໍລະນີ ເສຍ​ຊີວິດ 5 ຄົນ ນອກຈາກ​ນີ້ ແຂວງ​ທີ່​ບໍ່​ມີ​ຄົນ​ເສຍ​ຊີວິດ​ຈາກ​ອຸບັດ​ຕິ​ເຫດ ມີ 5 ແຂວງ​ຄື: ຜົ້ງ​ສາລີ ຫົວພັນ ຊຽງ​ຂວາງ ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ແລະ ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ​ສົມຄວນ.

ເຈົ້າ​ໜ້າທີ່​ກົມ​ຈະລາຈອນ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້​ຮູ້​ວ່າ: ໄລຍະ 7 ວັນ​ຂອງ​ບຸນປີໃໝ່​ລາວ​ປີ​ນີ້ ເຈົ້າ​ໜ້າທີ່​ທຸກ​ຄົນ ໄດ້​ສຸມ​ໃສ່​ການ​ຕັ້ງ​ຈຸດ​ກວດກາ ເປັນຕົ້ນ ຄວບ​ຄຸມ​ທາດ​ເຫຼົ້າ ການ​ຂັບ​ຂີ່​ລົດ​ດ້ວຍ​ຄວາມ​ໄວ ກວດ​ເອກະສານ​ຕ່າງໆ ທັງ​ນີ້​ກໍ່​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ປາກົດການ​ຫຍໍ້ທໍ້​ທີ່​ຈະ​ຕາມ​ມາ ພ້ອມ​ນີ້ ຍັງ​ເຫັນ​ວ່າ​ນັກ​ຂັບ​ຂີ່​ທຸກ​ຄົນ ແມ່ນ​ມີ​ສະຕິ​ລະວັງ​ຕົວ​ຫຼາຍ​ຂຶ້ນ ປະຕິບັດ​ກົດ​ລະບຽບ​ຈະລາຈອນ​ຢ່າງ​ເຂັ່ງ​ຄັດ ແຕ່​ຍັງ​ມີ​ບາງ​ຈຳນວນ​ທີ່​ຍັງ​ເມີນເສີຍ ແລະ ປະໝາດ ຈຶ່ງ​ເຮັດ​ໃຫ້​ມີ​ອຸບັດ​ຕິ​ເຫດ​ຮ້າຍ​ແຮງ​ເກີດ​ຂຶ້ນ​ຕາມ​ລຳດັບ ດັ່ງນັ້ນ ຖ້າ​ພວກ​ເຮົາ​ທຸກ​ຄົນ​ເອົາໃຈໃສ່ ໃນ​ການ​ປະຕິບັດ​ກົດ​ລະບຽບ​ໃຫ້​ເຂັ້ມ​ງວດ ອຸບັດ​ຕິ​ເຫດ​ກໍ່​ສາມາດ​ຫຼຸດ​ລົງ​ໄດ້​ເຊັ່ນ​ກັນ.

ໃນ​ຂະນະ​ດຽວ​ກັນ ຢູ່​ນະຄອນຫຼວງ​ວຽງ​ຈັນ ຍັງ​ໄດ້​ເກີດ​ມີ​ອັກຄີ​ໄພ ໄຟ​ໄໝ້​ເຮືອນ​ປະຊາຊົນ 3 ຄັ້ງ​ຄື: ໃນ​ວັນ​ທີ 13 ເມສາ ຢູ່​ບ້ານ​ວັດ​ໄຕ ເມືອງ​ສີ​ໂຄດ​ຕະບອງ ລວມ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍ​ກວ່າ 250 ລ້ານ​ກີບ ໃນ​ມື້ຕໍ່ມາ​ເກີດ​ຂຶ້ນ​ຢູ່​ບ້ານ​ວຽງ​ຄຳ ເມືອງ​ສີ​ໂຄດ​ຕະບອງ ມູນ​ຄ່າ​ເສຍ​ຫາຍ 28 ລ້ານ​ກີບ ແລະ ໃນ​ວັນ​ທີ 15 ເມສາ ໄດ້​ເກີດ​ຢູ່​ບ້ານ​ດອນ​ແດງ ເມືອງ​ຈັນທະ​ບູ​ລີ ເສຍ​ຫາຍ​ຫຼາຍ​ກວ່າ 250 ລ້ານ​ກີບ ໂຊກ​ດີ​ເຫດການ​ທັງ​ໝົດ​ບໍ່​ມີ​ຜູ້​ໄດ້​ຮັບ​ບາດເຈັບ ແລະ ເສຍ​ຊີວິດ ດັ່ງນັ້ນ ເຈົ້າ​ໜ້າທີ່​ມອດ​ໄຟ​ນະຄອນຫຼວງ​ວຽງ​ຈັນ ຈຶ່ງ​ເຕືອນ​ມາ​ຍັງ​ປະຊາຊົນ​ທຸກ​ຄົນ ຈົ່ງ​ມີ​ສະຕິ​ໃນ​ການ​ຊົມໃຊ້​ຟືນ​ໄຟ​ທຸກ​ຄັ້ງ ແມ່ນ​ໃຫ້​ດັບ​ມອດ​ກ່ອນ​ຈຶ່ງ​ອອກ​ຈາກ​ບ້ານ ແລະ ການ​ຈູດ​ທູບ​ບູຊາ​ກໍ່​ເຊັ່ນ​ດຽວ​ກັນ ຫຼັງ​ຈາກ​ສຳເລັດ​ການ​ກາບ​ໄຫວ້ ກໍ່​ໃຫ້​ດັບ​ມອດ​ທັນທີ ເພື່ອ​ປ້ອງ​ກັນ​ການ​ເກີດ​ອັກຄີ​ໄພ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...