spot_img
Homeຂ່າວຕ່າງປະເທດເຈົ້າ​ໜ້າ​ທີ່​ພາ​ສີ​ຫວຽດ​ນາມ ຍຶດ​ງາ​ຊ້າງ ແລະ ນໍ​ແຮດ ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ!

ເຈົ້າ​ໜ້າ​ທີ່​ພາ​ສີ​ຫວຽດ​ນາມ ຍຶດ​ງາ​ຊ້າງ ແລະ ນໍ​ແຮດ ມູນ​ຄ່າ​ຫລາຍ​ລ້ານ​ໂດ​ລາ!

Published on

558000004567601

ເຈົ້າ​ໜ້າ​ທີ່​ພາ​ສີ​ຫວຽດ​ນາມ ຍຶດ​ງາ​ຊ້າງ ແລະ ນໍ​ແຮດ ຄາ​ສະໜາມ​ບິນ​ສາ​ກົນ​ໂນຍ​ບ່າຍ ມີ​ມູນ​ຄ່າ​ລວມ​ກັນ​ຫລາຍ​ລ້ານ​ໂດ​ລາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 17 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ພາ​ສີ​ຫວຽດ​ນາມ ສາ​ມາດ​ຍຶດ​ຂອງ​ກາງ​ເປັນ​ງາ​ຊ້າງ 18 ງາ ແລະ ນໍ​ແຮດ 3 ນໍ ເຊິ່ງ​ເຊື່ອ​ວ່າ​ອາດ​ຈະ​ມາ​ຈາກ​ທະ​ວີບ​ອາ​ຟ​ຣິ​ກາ ໂດຍ​ຍຶດ​ໄດ້​ທີ່​ສະ​ໜາມ​ບິນ​ສາ​ກົນ​ໂນຍ​ບ່າຍ ນະ​ຄອນ​ຫລວງ​ຮ່າ​ໂນ້ຍ ເຊິ່ງ​ຂອງ​ກາງ​ດັ່ງ​ກ່າວ​ແມ່ນ​ບັນ​ທຸກ​ມາ​ກັບ​ສາຍ​ການ​ບິນ​ຫວຽດ​ນາມ​ແອ​ຣ໌​ລາຍ ທີ່​ເດີນ​ທາງ​ມາ​ຈາກ​ປະ​ເທດ​ຝ​ຣັ່ງ ໃນ​ມື້​ວັນ​ທີ 16 ເມ​ສາ​ຜ່ານ​ມາ ໂດຍ​ຂອງ​ກາງ​ດັ່ງ​ກ່າວ​ນີ້ ແມ່ນ​ມີ​ມູນ​ຄ່າ​ລວມ​ກັນ​ຫລາຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ຕະ​ຫລາດ​ມືດ​ທີ່​ມີ​ການ​ຄ້າ​ຂາຍ​ກັນ​ຢູ່​ໃນ​ຫວຽດ​ນາມ.

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...