Homeຂ່າວພາຍ​ໃນສະຖາບັນການເມືອງ ມອບປຶ້ມບົດນິພົນໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດ

ສະຖາບັນການເມືອງ ມອບປຶ້ມບົດນິພົນໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດ

Published on

ສະຖາບັນການເມືອງ ມອບປຶ້ມບົດນິພົນໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດ

 

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບປຶ້ມບົດນິພົນເລືອກເຟັ້ນຂອງທ່ານ ວາລາດີເມຍ ອີລິດ ເລນິນ ທ່ານ
ກາກມາກ ແລະ ຟຣີດຣິກ ອັງແກນ ແລະ ທ່ານປະທານ ໂຮ່ຈິມິນ ໃຫ້ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ຈຳນວນ 70
ເຫຼັ້ມ.
ສຳລັບປຶ້ມບົດນິພົນເລືອກເຟັ້ນຂອງທ່ານ ວາລາດີເມຍ ອີລິດ ເລນິນ ມີເຫຼັ້ມ 1 ແລະ ເຫຼັ້ມ 2 ປຶ້ມ ບົດນິພົນເລືອກເຟັ້ນຂອງທ່ານ
ກາກມາກ ແລະ ຟຣີດຣິກ ອັງແກນ ມີເຫຼັ້ມ 1 ແລະ ເຫຼັ້ມ 2 ສ່ວນປຶ້ມບົດນິພົນເລືອກເຟັ້ນຂອງທ່ານປະທານ ໂຮ່ຈິມິນ ມີເຫຼັ້ມ
1 ເຫຼັ້ມ 2 ແລະ ເຫຼັ້ມ 3 ລວມທັງໝົດ 70 ເຫຼັ້ມ ເພື່ອໄວ້ໄປສຶກສາຄົ້ນຄວ້າ ວາງແຜນ ກຳນົດແນວທາງຂອງພັກ ແລະ ລັດ
ຈຳນວນໜຶ່ງຈະເກັບມ້ຽນຫໍສະໝຸດ ເພື່ອບໍລິການໃຫ້ແກ່ສັງຄົມທົ່ວໄປ.
ວັນທີ 25 ກຸມພາ 2013 ຜ່ານມານີ້ ກໍໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ຢູ່ທີ່ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໂດຍ
ແມ່ນທ່ານນາງ ຄຳຫຼ້າ ແກ້ວອຸ່ນຄຳ ວ່າການຫົວໜ້າຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕາງໜ້າມອບ
ແລະ ຕາງໜ້າຮັບແມ່ນທ່ານ ໂອແກ້ວ ສີຫາລາດ ຫົວໜ້າຫ້ອງການສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໂດຍມີທ່ານ ຮສຈ.
ດຣ. ທອງສະລິດ ມັງໜໍ່ເມກ ວ່າການປະທານສະຖາບັນວິທະຍາສາດສັງຄົມແຫ່ງຊາດ ເຂົ້າຮ່ວມເປັນສັກຂີພິຍານ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...