spot_img
Homeຂ່າວຕ່າງປະເທດຮິນ​ລາ​ຣີ ຄ​ລິນ​ຕັນ ປະ​ກາດ​ລົງ​ສະ​ໝັກ​ຊິງ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ຢ່າງ​ເປັນ​ທາງ​ການ

ຮິນ​ລາ​ຣີ ຄ​ລິນ​ຕັນ ປະ​ກາດ​ລົງ​ສະ​ໝັກ​ຊິງ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ ຢ່າງ​ເປັນ​ທາງ​ການ

Published on

news01

ທ່ານ ນາງ ຮິນລາ​ຣີ ຄ​ລິນ​ຕັນ ປະ​ກາດ​ລົງ​ແຂ່ງ​ຂັນ​ຮັບ​ສະ​ໝັກ ຊິງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ແຫ່ງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຢ່າງ​ເປັນ​ທາງ​ການ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ ໃນ​ວັນ​ທີ 13 ເມ​ສາ​ນີ້​ວ່າ ໃນ​ມື້​ວັນ​ອາ​ທິດຜ່ານ​ມາ​ນີ້ (12 ເມ​ສາ) ເວ​ລາ 15:00 ໂມງ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຫລື ກົງ​ກັບ​ເວ​ລາ 02:00 ໂມງ ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ ທ່ານ ນາງ ຮິນ​ລາ​ຣີ ຄ​ລິນ​ຕັນ ອະ​ດີດ​ສະ​ຕີ​ໝາຍ​ເລກ​ໜຶ່ງ ແລະ ອະ​ດ​ີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ​ລົງ​ທາງ​ເວັບ​ໄຊ​ຫາ​ສຽງ​ຂອງ​ນາງ​ເອງ ເພື່ອ​ປະ​ກາດ​ຕົນ​ລົງ​ແຂ່ງ​ຂັນ​ເພື່ອ​ຄັດ​ເລືອກ​ເປັນ​ຕົວ​ແທນ​ຂອງ​ພັກ​ປະ​ຊາ​ທິ​ປັດ ຫລື ພັກ​ເດ​ໂມ​ແຄ​ຣັດ ສຳ​ລັບ​ການ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຢ່າງ​ເປັນ​ທາງ​ການ​.

ທັງ​ນີ້ ທ່ານ ນາງ ຄ​ລິນ​ຕັນ ອາ​ຍຸ 67 ປີ ໄດ້​ອອກ​ມາ​ປະ​ກາດ​ຕົນ​ລົງ​ຮັບ​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ເປັນ​ຄົນ​ທີ​ສາມ​ແລ້ວ ຕາມ​ຫລັງ​ ທ່ານ ຊິກ​ເທັດ ຄ​ຣູດ ຜູ້​ແທນ​ຈາກ​ພັກ​ສາ​ທາ​ລະ​ນະ ຫລື ຣິ​ພັບ​ລິ​ກັນ ແລະ ທ່ານ ແຣນ ພອນ ເຊິ່ງ​ຫາ​ກໍ​ປະ​ກາດ​ຕົນ​ລົງ​ສະ​ຮັບ​ສະ​ໝັກກ່ອນ​ໜ້າ​ນີ້​ບໍ່​ເທົ່າ​ໃດ​ອາ​ທິດ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...