spot_img
Homeຂ່າວຕ່າງປະເທດເຮືອ​ບິນ​ເຢຍ​ລະ​ມັນ​ວິງ​ສ໌ ອົບ​ພະ​ຍົບ​ຜູ້​ໂດຍ​ສານ​ລົງ ຫລັງ​ຖືກ​ຂູ່​ວາງ​ລະ​ເບີດ!

ເຮືອ​ບິນ​ເຢຍ​ລະ​ມັນ​ວິງ​ສ໌ ອົບ​ພະ​ຍົບ​ຜູ້​ໂດຍ​ສານ​ລົງ ຫລັງ​ຖືກ​ຂູ່​ວາງ​ລະ​ເບີດ!

Published on

5

ເຮືອ​ບິນ​ລຳ​ໜຶ່ງ​ຂອງ​ສາຍ​ການ​ບິນເຢຍ​ລະ​ມັນ​ວິງສ໌ ໄດ້​ຮັບ​ຄຳ​ຂູ່​ວາງ​ລະ​ເບີດ ຈົນ​ຕ້ອງ​ອົບ​ພະ​ຍົບ​ຜູ້​ໂດຍ​ສານ​ຢ່າງ​ສົນ​ລະ​ວົນ ທີ່​ສະ​ໜາມ​ບິນ​ໃນ​ປະ​ເທດ​ເຢຍ​ລະ​ມັນ.

ສຳ​ນັກ​ຂ່າວ​ຕ່າ​ງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ເມ​ສາ​ນີ້​ວ່າ ໃນ​ມື້​ວານ​ນີ້ (12 ເມ​ສາ) ເວ​ລາ 23:30 ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ເຮືອ​ບິນ​ໂດຍ​ສານ​ສາຍ​ການ​ບິນ​ເຢຍ​ລະ​ມັນ​ວິງ​ສ໌ ຖ້ຽວ​ບິນ​ທີ ໂຟ​ຣ໌​ຢູ 826 ທີ່​ກຳ​ລັງ​ຈະ​ເດີນ​ທາງ​ອອກ​ຈາກ​ເຢຍ​ລະ​ມັນ​ໄປ​ປະ​ເທດ​ອີ​ຕາ​ລີ ຕ້ອງ​ໄດ້​ສັ່ງ​ອົບ​ພະ​ຍົບ​ຜູ້​ໂດຍ​ສານ​ ຫລັງ​ຈາກ​ໄດ້​ຮັບ​ຄຳ​ຂູ່​ວາງ​ລະ​ເບີດ ແຕ່​ຫລັງ​ຈາກ​ອົບ​ພະ​ຍົບ​ແລ້ວ ທາງ​ສາຍ​ການ​ບິນ​ກໍ​ໄດ້​ອອກ​ຖະ​ແຫລງ​ການ​ໃນ​ພາຍ​ຫລັງ​ວ່າ ບໍ່​ພົບ​ລະ​ເບີດ​ຢູ່​ເທິງ​ເຮືອ​ບິນ​ລຳ​ດັ່ງ​ກ່າວແຕ່​ຢ່າງ​ໃດ.

ທັງ​ນີ້ ສາຍ​ການ​ບິນ​ເຢຍ​ລະ​ມັນ​ວິງ​ສ໌ ເປັນ​ສາຍ​ການ​ບິນ​ຕົ້ນ​ທຶນ​ຕ່ຳ ທີ່​ຖືກ​ສັງ​ຄົມ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຢູ່​ຫລາຍ​ຝ່າຍ ຫລັງ​ຈາກ​ເກີດ​ອຸ​ບັດ​ເຫດ​ເຮືອ​ບິນ​ຕົກ​ໃນ​ສາຍ​ພູ​ແອ້ວ​ຂອງ​ປະ​ເທດ​ຝ​ຣັ່ງ ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ຈົນ​ເຮັດ​ໃຫ້​ມີ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ​ເສຍ​ຊີ​ວິດ​ຍົກ​ລຳ.

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...