spot_img
Homeຂ່າວພາຍ​ໃນລັດວິສາຫະກິດຂົນສົ່ງ ນໍ້າມັນເຊື້ອໄຟລາວ ມອບພັນທະ 3 ຕື້ກວ່າ

ລັດວິສາຫະກິດຂົນສົ່ງ ນໍ້າມັນເຊື້ອໄຟລາວ ມອບພັນທະ 3 ຕື້ກວ່າ

Published on

ພິທີສະຫລຸບຜົນງານ ການດໍາເນີນທຸລະກິດ ປະຈໍາປີ 2012 ແລະ
ວາງຄາດໝາຍສູ້ຊົນປະຈໍາປີ 2013 ຂອງລັດວິສາຫະກິດຂົນສົ່ງ
ນໍ້າມັນເຊື້ອໄຟລາວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ່ 22 ຫາ 23
ກຸມພາ 2013 ທີ່ຫ້ອງປະຊຸມລັດວິສາຫະກິດຂົນສົ່ງນໍ້າມັນເຊື້ອໄຟລາວ
ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ໂດຍການເຂົ້າຮ່ວມຂອງທ່ານ ພູວອນ ແກ້ວບຸນລ້ອມ
ອໍານວຍການໃຫຍ່ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ
ທ່ານ ພິນດາລາ ລັບຫລ່ຽມແສງ ອຳນວຍການລັດວິສາຫະກິດ
ຂົນສົ່ງນໍ້າມັນເຊື້ອໄຟລາວ ມີຄະນະບໍລິຫານ ພ້ອມພະນັກງານ
ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນຈັນ ແກ້ວມະນີ ຮອງອຳນວຍການລັດວິສາຫະກິດ
ຂົນສົ່ງນໍ້າມັນເຊື້ອໄຟລາວ ໄດ້ກ່າວວ່າ: ທາງລັດວິສາຫະກິດ
ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດຂອງຕົນ
ສາມາດສ້າງຜົນງານທີ່ພົ້ນເດັ່ນຫລາຍດ້ານເປັນຕົ້ນ ໃນໜຶ່ງປີຜ່ານມາ
ໄດ້ບໍລິການຂົນສົ່ງນໍ້າມັນພາຍໃນປະເທດ 212.851.660 ລີດ
ທຽບໃສ່ແຜນການປີ ປະຕິບັດໄດ້ 101%, ດ້ານການຂົນສົ່ງນໍ້າມັນ
ເຂົ້າຜ່ານແດນ ປະຕິບັດໄດ້ 9.943.000 ລີດ ທຽບໃສ່ແຜນການ
ປະຕິບັດໄດ້ 103% ຊຶ່ງສາມາດສ້າງລາຍຮັບໄດ້ 27 ຕື້ກວ່າກີບ
ທຽບໃສ່ແຜນການປີປະຕິບັດໄດ້ 94,63% ມີຜົນກໍາໄລ 1 ຕື້ກວ່າກີບ.
ພິເສດ, ປີ 2012 ສາມາດປະຕິບັດການມອບພັນທະໃຫ້ລັດຖະບານ
3 ຕື້ກວ່າກີບ ທຽບໃສ່ແຜນການ ປະຕິບັດໄດ້ 164,07% .
ສຳລັບແຜນການປີ 2013 ຈະສູ້ຊົນຂົນສົ່ງນໍ້າມັນພາຍໃນປະເທດໃຫ້ໄດ້
213 ລ້ານກວ່າລີດ, ຂົນສົ່ງນໍ້າມັນເຂົ້າຜ່ານແດນໃຫ້ໄດ້ 10 ລ້ານກວ່າລີດ
ແລະ ຈະສູ້ຊົນສ້າງລາຍຮັບໃຫ້ໄດ້ 29 ຕື້ກວ່າກີບ, ປະຕິບັດພັນທະ
ຕໍ່ລັດຖະບານໃຫ້ໄດ້ 4 ຕື້ກວ່າກີບ.

ກອງປະຊຸມຄັ້ງນີ້ ຍັງໄດ້ມອບໃບຍ້ອງຍໍຂັ້ນລັດຖະບານໃຫ້ແກ່ຜູ້ທີ່ມີຜົນງານ
ດີເດັ່ນປະຈໍາປີ 2012 .

ຂ່າວ/ພາບ: ເທພະວົງສອນ

ທີ່ມາhttp://vtetoday.la/

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...