spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກ​ສ ແຂວງ​ຫົວ​ພັນ ຈັບ​ພໍ່​ຄ້າ​ຢາ​ບ້າ​ລາຍ​ໃຫຍ່ ພົບ​ຂອງ​ກາງ 24 ພັນ​ເມັດ!

ປກ​ສ ແຂວງ​ຫົວ​ພັນ ຈັບ​ພໍ່​ຄ້າ​ຢາ​ບ້າ​ລາຍ​ໃຫຍ່ ພົບ​ຂອງ​ກາງ 24 ພັນ​ເມັດ!

Published on

yaba

ໃນວັນທີ 4 ເມສາຜ່ານມາ, ປກສ ແຂວງຫົວພັນໄດ້ນຳກຳລັງສະເພາະ ກິດເຂົ້າສະກັດລົດກະບະວີໂກ້ ໝາຍເລກທະບຽນ ກຄ 9011 ນະຄອນ ຫລວງ ຽງຈັນ, ຢູ່ເສັ້ນທາງເຂດແກ່ວຂິງ ເມືອງຮ້ຽມ ແຂວງຫົວພັນ ໂດຍມີທ້າວ ຈື່ຢາງ ອາຍຸ 26 ປີຢູ່ບ້ານເພຍເລັງ ເມືອງຮຸນ ທ້າວ ເຢຍເຮີ ອາຍຸ 27 ປີຢູ່ບ້ານນ້ຳເຕີນ ເມືອງແບ່ງ ແລະ ທ້າວ ສີຈັນ ອາຍຸ 25 ປີຢູ່ເມືອງແບ່ງ ແຂວງອຸດົມໄຊ ແລະ ຜ່ານການ ກວດຄົ້ນພາຍໃນລົດພົບຢາບ້າ 24 ພັນເມັດຊຸກເຊື່ອງໄວ້ຢູ່ຝາທ້າຍລົດ, ເງິນສົດ 11 ລ້ານກວ່າກີບ, ໂທລະສັບ 4 ໜ່ວຍ, ສາຍແຂນ ແລະ ແຫວນ​, ຈຶ່ງໄດ້ຍຶດ ໄວ້ເປັນຫລັກຖານໃນການດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...