ຕຳ​ຫລວດ​ອາ​ເມ​ຣິ​ກັນ ຍິງ​ຊາຍ​ຜິວ​ດຳ​ເສຍ​ຊີ​ວິດ ຖືກ​ຈັບ​ດຳ​ເນີນ​ຄະ​ດີ​ແລ້ວ!

EyWwB5WU57MYnKOuFtJkbPmnQ5b9zYJ7vXk0VcufHCGrrIPFxS22bT

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 9 ເມ​ສາ​ນີ້​ວ່າ ກໍ​ລະ​ນີ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ ກໍ່​ເຫດ​ຍິງ​ຊາຍ​ຜິວ​ດຳ​ເສຍ​ຊີ​ວິດ ຢູ່​ລັດເຊົ້າ ແຄ​ໂຣ​ໄລ​ນ່າ ໄດ້​ກາຍ​ເປັນ​ປະ​ເດັນ​ທີ່​ຖືກວິ​ພາກວິ​ຈານ​ຢູ່​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ ໂດຍ​ມີ​ການ​ຍົກ​ພຶດ​ຕິ​ກຳ​ຂອງ​ເຈົ້າ​ໜ້າ​ທີ່ ໃນ​ການ​ແບ່ງ​ແຍກ​ສີ​ຜິວ ໂດຍ​ລ່າ​ສຸດ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ລາຍ​ດັ່ງ​ກ່າວ​ນີ້ ໄດ້​ຖືກ​ຈັບ​ກຸມ ແລະ ດຳ​ເນີນ​ຄະ​ດີ​ແລ້ວ.

ທັງ​ນີ້​ໄດ້​ມີ​ພົນ​ລະ​ເມືອງ​ດີອັດ​ຄ​ລິບ​ວີ​ດີ​ໂອ ໃນ​ຂະ​ນະ​ທີ່​ເຫດ​ການ​ດັ່ງ​ກ່າວ​ເກີດ​ຂຶ້ນ ເຊິ່ງ​ເປັນ​ຫລ​ັກ​ຖານ​ອັນ​ສຳ​ຄັນ ໂດຍ​ໃນ​ຄ​ລິບ​ໄດ້​ສະ​ແດງ​ໃຫ້​ເຫັນ ເຈົ້າ​ໜ້າ​ທີ່​ຕຳ​ຫລວດຊື່ ໄມ​ເຄິນ ສະ​ເລ​ເກີ ອາ​ຍຸ 33 ປີ ຍິງ​ປືນ​ໃສ່ ທ້າວ ວໍ​ເຕີ ເລັມ​ເມີ ສະ​ກ໊ອດ ອາ​ຍຸ 50 ປີ 8 ນັດ​ຊ້ອນ​ກັນ ເປັນ​ເຫດ​ເຮັດ​ໃຫ້​ເຂົາ​ເສຍ​ຊີ​ວິດ​ທັນ​ທີ  ເຊິ່ງ​ລ່າ​ສຸດ​ຕຳ​ຫລວດ​ລາຍ​ດັ່ງ​ກ່າວ ໄດ້​ຖືກ​ຈັບ​ກຸມ​ຂໍ້​ຫາ​ຂ້າ​ຄົນ​ອື່ນ​ຕາຍ​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ສຳ​ລັບ​ກໍ​ລະ​ນີ​ຕຳ​ຫລວດ​ຍິງ​ຜູ້​ຕ້ອງ​ຫາ​ໃນ​ສະ​ຫະ​ລັດ ປັດ​ຈຸ​ບັນ​ຍັງ​ປະ​ກົດ​ໃຫ້​ເຫັນ​ເລື້ອຍໆ ແຕ່​ກໍ​ມັກ​ຈະ​ມີ​ການ​ຕັ້ງ​ຂໍ້​ຫາ ຫລື ດຳ​ເນີນ​ຄະ​ດີ​ໜ້ອຍ​ຫລາຍ ເຊິ່ງ​ກາຍ​ເປັນ​ປະ​ເດັນ​ທີ່​ສ້າງ​ຄວາມ​ບໍ່​ພໍ​ໃຈ​ຂອງ​ປະ​ຊາ​ຊົນ ໂດຍ​ສະ​ເພາະ​ຄົນ​ອາ​ເມ​ຣິ​ກັນ​ຜິວ​ດຳ ທີ່​ມັກ​ຕົກ​ເປັນ​ເປົ້າ​ຂອງ​ການ​ຈັບ​ກຸມ​ຂອງ​ເຈົ້າ​ໜ້າ​ທີ່.

NjpUs24nCQKx5e1DISi1gAiMxWRtDvgwQrj9yM4jqbi