spot_img
Homeນານາສາລະປະຕິທິນປີ ພສ 2558

ປະຕິທິນປີ ພສ 2558

Published on

10408918_1430584883919671_7936886376297154852_n

ປີມະແມ-ຮັບມົດ-ສັຕຕະສົກ-ອະທິກະມາສ, ພສ2557-2558, ຈສ1376-1377, ຄສ2015

ວັນສັງຂາຣລ່ວງ : ວັນອັງຄານ (ມື້ກົດສັນ) ແຮມ 11 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 14 ເມສາ 2015
ເວລາ 14ໂມງ 24 ນາທີ 00 ວິນາທີ…ຯ
ວັນສັງຂາຣເນົາ : ວັນພຸດ (ມື້ຮ້ວງມົດ) ແຮມ 12 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 15 ເມສາ 2015(ເນົາວັນດຽວ).
ວັນສັງຂາຣຂຶ້ນ : ວັນພະຫັດ(ມື້ເຕົ່າເສັດ) ແຮມ 13 ຄ່ຳ ເດືອນ 5 , ພສ 2557 ກົງກັນວັນທີ່ 16 ເມສາ 2015 ເວລາ 18
ໂມງ 21 ນາທີ 36 ວິນາທີ , ປ່ຽນວັນຖະເຫລີງສົກປີໃຫມ່ລາວ ຈຸລສັກຣາຊ ເປັນ 1377.
ນາງສັງຂາຣ : ປີມະແມ -ຮັບມົດ – ສັຕຕະສົກ ,ທາງຈັນທະຣະຄະຕິເປັນອະທິກະມາສ , ປົກກະຕິສຸຣະທິນ ,ທາງສຸຣິຍະຄະຕິ ກໍ່ເປັນປົກກະຕິສຸຣະທິນເຫມືອນກັນ ນາມມະຫາສົງກຣານຕ໌ ນາງເທພພະທິດາທີ່ 3 ຊົງພະນາມວ່າ “ ຮາກສະເທວີ ” ຊົງພະຫຸຣັດ ທັດດອກບົວຫລວງ ອາພອນປະດັບດ້ວຍແກ້ວໂມລາ(ແກ້ວລາຍ),ສະເຫວີຍໂລຫິດ(ເລືອດ)ເປັນພັກສາຫາຣ,ພະຫັຕຖ໌ຂວາຊົງຕຣີສຸລ(ຫອກສາມຫງ່າມ) , ພະຫັຕຖ໌ຊ້າຍຊົງທະນູ , ສະເດັຈໄສຍາສນ໌ລັບພະເນຕມາເທິງຫລັງວະຣະຫະ(ຫມູ) ເປັນພາຫະນະ .
ເກນພິຣຸນະສາຕ : ພະອາທິດເປັນອະທິບໍດີ, ນາຄຫລິ້ນນ້ຳ 4 ໂຕ, ບັນດານໃຫ້ຝົນຕົກ 400ຫ່າ, ຕົກໃນຂອບຈັກກະວາຣ 160 ຫ່າ, ຕົກໃນປ່າຫິມະພານຕ໌ 120 ຫ່າ, ຕົກໃນມະຫາສະຫມຸດ 80 ຫ່າ, ຕົກໃນມະນຸສໂລກ 40 ຫ່າ. …
ເກນທັນຍາຫາຣ : ຊື່ວ່າປັຈສິມະ , ເຂົ້າກ້າໄຮ່ນາຈະໄດ້ 1 ສ່ວນ , ເສັຽໄປ 5 ສ່ວນ , ໂພຊນິຍາຫາຣມີພໍສົມຄວນ, ປະຊາຊົນຈະສຸຂແດ່…. ທຸກແດ່…. ປະປົນກັນ…ຯ.
ຜລາມັດສະມັງສາຫາຣ : ຜົລໄມ້ ຈະມີພໍສົມຄວນ ຯ.
ຣຸກຂະຊາຕ : ໄມ້ງິ້ວເປັນພຍາ, ບ້ານເມືອງຈະສະຫງົບສຸຂດີ ແຕ່ຟ້າຝົນບໍ່ສູ້ດີ… ໆລໆ.
ເກນກາລະໂຍກ : ວັນພຸດເປັນທຸງໄຊຍ໌, ວັນອັງຄານເປັນອະທິບໍດີ, ວັນອາທິດເປັນອຸບາທວ໌, ວັນພະຫັດເປັນໂລກະວິນາສນ໌…ຯ.

ສະຫລຸບຜົລສຳເຣັຈການຄຳນວນ ມີດັ່ງນີ້ :
1% ຫໍຣະຄຸນອັຕຕາ 502962 ຄໍານວນວັນທີ່ລ່ວງມາແລ້ວ (1377).
2% ກຳມັດຊະພົນອັຕຕາ 188 ປົກກະຕິສຸຣະທິນ.
3% ອຸຈຈະພົນອັຕຕາ 1381 ຈຳນວນ 365 ວັນ ໃນຮອບ 1 ປີ.
4% ອະວະມານອັຕຕາ 0 ປົກກະຕິວາຣ.
5% ອາດສະເກນອັຕຕາ 17031 ອະທິກະມາສ.
6% ດິຖີຖະເຫລີງສົກ 28 ເດືອນ 5 ແຮມ 13 ຄ່ຳ ເປັນວັນສັງຂາຣຂຶ້ນປີໃຫມ່ລາວ.
7% ວະຣະຖະເຫລີງສົກ 5 ວັນພະຫັດ…ຯ

ແຜນການສະເຫລີມສະຫລອງບຸນປີໃຫມ່ລາວທີ່ຫລວງພຣະບາງ ປີ ພສ2557-58, ຈສ 1376-77, ຄສ 2015 ມີດັ່ງນີ້ :
• ວັນສຸກ ,ວັນທີ່ 10 ເມສາ 2015 :
– 8:30 ເປີດງານຕະຫລາດນັດວາງສະແດງສິນຄ້າທີ່ເດີນພຣະທາຕຸຫລວງ.
– 9:00 ຈັດການແຂ່ງຂັນກິລາພຶ້ນເມືອງຂອງຊາວຫລວງພຣະບາງ.
– 19:30 ຊົມການສະແດງສິລະປະວັນນະຄະດີ ຂອງພາຍໃນແລະຕ່າງປະເທດ ຢູ່ທີເດີ່ນພຣະທາຕຸຫລວງ.
• ວັນເສົາ-ອາທິດ 11-12 ເມສາ 2015 :
– ປະກວດນາງສັງຂານທີ່ເດິ່ນພຣະທາຕຸຫລວງ.
• ວັນອາທິດ-ຈັນ ວັນທີ່ 12-13 ເມສາ 2015:
– 7:00 ພິທີແຫ່ຊ້າງຮຽງເກີຍ ຈາກເດີ່ນທາຕຸຫລວງ ມາທີ່ຂ້າງວັດໃຫມ່ແລະຂ້າງປະຕູໂຂງວັດຊຽງທອງ.
• ວັນອັງຄານທີ່ 14 ເມສາ 2015 :
– 6:00 ໂລະລາດ ແຕ່ສີ່ແຍກຕາດຫມໍ້ຮອດສາມແຍກໂຍທາແຂວງ.
– 13:00 ລົງຕົບພຣະທາຕຸຊາຍທີ່ດອນຊາຍມຸງຄຸນ( ປະກອບມີ : ບາສີ ກິລາຕ່າງໆ ຈຸດບັ້ງໄຟຫາງ ແລະສົງນ້ຳຕາມວັດຝັ່ງຊຽງແມນ).
• ວັນພຸດ ວັນທີ່ 15 ເມສາ 2015 :
– 8:00 ທ່ຽວຊົມບ້ານວັດທະນະທັມລື້ຜານົມ ມີການບາສີສູ່ຂວັນໃຫ້ບັນດາແຂກຜູ້ນຳຂັ້ນຕ່າງໆ.
– 13:00 (ແຫ່ຫວໍຂຶ້ນ)ຂະບວນແຫ່ຫວໍອອກຈາກວັດທາດນ້ອຍ ໄປສູ່ວັດຊຽງທອງ ຕາມເສັ້ນທາງສີສະຫວ່າງວົງ.
– 19:00 ສົ່ງນ້ຳພຣະພຸທທະຮູບຕາມວັດຕ່າງໆເພື່ອເປັນສີຣີມຸງຄຸນແດ່ຕົນເອງແລະຄອບຄົວ.
• ວັນພະຫັດ ວັນທີ່ 16 ເມສາ 2015 :
– 5:30 ຜູ້ນຳແລະປະຊາຊົນແລະບັນດາແຂກນັກທ່ອງທ່ຽວເຂົ້າຮ່ວມກັນໃສ່ບາດ ຢູ່ທີພີພິຕະພັນ(ພຣະຣາຊວັງ)ແລະຂຶ້ນບູຊາພຣະທາດພູສີ.
– 13:00 (ແຫ່ຫວໍລ່ອງ)ຂະບວນແຫ່ຫວໍອອກຈາກວັດຊຽງທອງ ໄປຫາວັດທາດນ້ອຍ ຕາມເສັ້ນທາງສີສະຫວ່າງວົງ.
– 19:00 ຊົມຂະບວນແຫ່ພຣະຍານາຄ ,ໂຄມໄຟ ແຕ່ພຣະທາຕຸພູສີລົງມາສູ່ໜອງພຣະຣາຊວັງ(ຫໍພີພີຕະພັນ)ແລະຊົມການສະແດງພະລັກ ພະລາມ ນາງແກ້ວ ລິງ ຍັກ…
• ວັນສຸກ ວັນທີ່ 17 ເມສາ 2015 :
– 7:00 ເຕົ້າໂຮມພຣະພິຂຸສົງ , ຜູ້ນຳ ເຖົ້າແກ່ຜູ້ຊົງຄຸນນະວຸທທິ ມວນຊົນ ແລະແຂກພາຍໃນແລະຕ່າງປະເທດ ຢູ່ທີ່ຫໍພຣະບາງ ເພື່ອອະຣາດທະນາອັງເຊີນພຣະບາງແລະແຫ່ມາທີວັດໃຫມ່ສຸວັນນະພູມມາຣາມ ເພື່ອເຮັດພີທີຫົດສົງ.
– 13:00 ຜູ້ນຳແລະນາງສັງຂານທັງ7 ເພື່ອໄປສົງນ້ຳພຣະພຸທທະຮູບທີ່ຖ້ຳຕິ່ງ ເມືອງປາກອູ ຕາມບູຮານນະການ.
– 15:00 ປີດງານຕະຫລາດນັດ.
– ສ່ວນຕອນຄ່ຳແມ່ນສຶບຕໍ່ຫົດສົງນ້ຳພຣະບາງ ແລະຊົມການສະແດງສິລະປະວັນນະຄະດີ ພະລັກ-ພະລາມທີ່ລານເດີ່ນວັດໃຫມ່.
• ວັນເສົາ-ອາທິດ ວັນທີ່ 18-19 ເມສາ 2015 :
– ສຶບຕໍ່ສົງນ້ຳພຣະບາງແລະຕອນຄ່ຳຊົມການຟ້ອນພະລັກ-ພະລາມ ທີ່ລານເດີ່ນວັດໃຫມ່ ສຸວັນນະພູມາຣາມ.
• ວັນຈັນ ວັນທີ່ 20 ເມສາ 2015 :
– ເຕົ້າໂຮມພຣະພິຂຸສົງ , ຜູ້ນຳ ເຖົ້າແກ່ຜູ້ຊົງຄຸນນະວຸທທິ ມວນຊົນ ແລະແຂກພາຍໃນແລະຕ່າງປະເທດ ຢູ່ທີ່ຫໍພຣະບາງ ເພື່ອອະຣາດທະນາອັງເຊີນພຣະບາງກັບຄືນໄປປະດິດສະຖານທີ່ຫໍພຣະບາງ.

ບົດຄວາມຫຼ້າສຸດ

ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

ໃນວັນທີ 18 ກັນຍາ 2024 ແຂວງສາລະວັນ ໄດ້ຈັດພິທີປະກາດ ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ, ທີ່ສະໂມສອນແຂວງ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ...

ເປີດຢ່າງເປັນທາງການ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024

ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນ (AMF) ປີ 2024  ເປີດຂຶ້ນຢ່າງເປັນທາງການໃນວັນທີ 18 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ,...

ພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ...

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ...