spot_img
Homeຂ່າວຕ່າງປະເທດມະ​ຫາ​ອຳ​ນາດ - ອີ​ຣ່ານ ບັນ​ລຸ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ ຄັ້ງ​ປະ​ຫວັດ​ສາດແລ້ວ!

ມະ​ຫາ​ອຳ​ນາດ – ອີ​ຣ່ານ ບັນ​ລຸ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ ຄັ້ງ​ປະ​ຫວັດ​ສາດແລ້ວ!

Published on

EyWwB5WU57MYnKOuFtJDWvfckZj0p99TQ5eJPkROI3pH89qq0dlH99

ຜູ້​ແທນ​ມະ​ຫາ​ອຳ​ນາດ​ໃນ​ໂລກ ບັນ​ລຸ​ຂໍ້​ຕົກ​ລົງ​ດ້ານ​ນິວ​ເຄ​ລຍ​ກັບ​ອີ​ຣ່ານ​ຄັ້ງ​ປະ​ຫວັດ​ສາດ ຫລັງ​ເຈ​ລະ​ຈາ​ຮ່ວມ​ກັນ​ດົນ​ເຖິງ 8 ມື້ ທີ່​ປະ​ເທດ​ສະ​ວິ​ດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວ​ັນ​ທີ 3 ເມ​ສາ​ນີ້​ວ່າ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ​ກຸ່ມ​ປະ​ເທດ​ມະ​ຫາ​ອຳ​ນາດ​ໄດ້​ແກ່ ສະ​ຫະ​ລັດ​ອ​າ​ເມ​ຣິ​ກາ, ອັງ​ກິດ, ຈີນ, ຝ​ຣັ່ງ, ຣັດ​ເຊຍ, ເຢຍ​ລະ​ມັນ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ໄດ້​ຕົກ​ລົງ​ເຫັນ​ດີ​ໃນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ ເຊິ່ງ​ມີ​ເປົ້າ​ໝາຍ​ຈຳ​ກັດ​ຂອບ​ເຂດ​ການ​ພັດ​ທະ​ນາ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ​ລົງ ຫລັງ​ຈາກ​ເຈ​ລະ​ຈາ​ມາ​ດົນ​ເຖິງ 8 ມື້ ທີ່​ເມືອງ​ໂລ​ຊານ ປະ​ເທດ​ສະ​ວິດ ພ້ອມ​ກັບ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ເຮັດ​ຂໍ້​ຕົກ​ລົງ​ຂັ້ນ​ສຸດ​ທ້າຍ​ໃຫ້​ສຳ​ເລັດ ພາຍ​ໃນ​ວັນ​ທີ 30 ມິ​ຖຸ​ນາ​ນີ້.

ການ​ບັນ​ລຸ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ນັບ​ເປັນ​ການ​ຜ່າ​ທາງ​ຕັນ​ຄັ້ງ​ຍິ່ງ​ໃຫຍ່ ຫລັງ​ຊາດ​ຕາ​ເວັນ​ຕົກ ແລະ ອີ​ຣ່ານ ໄດ້​ປະ​ເຊີນ​ໜ້າ​ກັນ​ໃນ​ເລື່ອງ​ນີ້​ມາ​ດົນ​ກ່​ວາ 12 ປີ ເນື່ອງ​ຈາກ​ຊາດ​ຕາ​ເວັນ​ຕົກ​ຢ້ານ​ວ່າ​ອີ​ຣ່ານ ຈະ​ພັດ​ທະ​ນາ​ລະ​ເບີດ​ນິວ​ເຄ​ລຍ, ພາຍ​ໃຕ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ນີ້ ອີ​ຣ່ານ ສັນ​ຍາ​ວ່າ​ຈະ​ຫລຸດ​ຈຳ​ນວນ​ເຄື່ອງ​ໝູນ​ຫວ່ຽງ​ແຍກ​ຢູ​ເຣ​ນຽມ ລົງ 2 ໃນ 3 ສ່ວນ ຄື​ໃຫ້​ເຫລືອ​ພຽງ 6,104 ເຄື່ອງ ຈາກ​ທັງ​ໝົດ​ປະ​ມານ 19,000 ເຄື່ອງ, ຫລຸດ​ການ​ສະ​ສົມ​ແຮ່​ຢູ​ເຣ​ນຽມ ແລະ ຫລຸດ​ຂະ​ໜາດ​ໂຄງ​ການ​ນິວ​ເຄ​ລຍ​ດ້ານ​ອື່ນໆ ເພື່ອ​ແລກ​ກັບ​ການ​ຍົກ​ເລີກ​ມາດ​ຕະ​ການ​ຂວ້ຳ​ບາດ​ຫລາຍ​ປະ​ການ ທີ່​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ມີ​ຕໍ່​ອີ​ຣ່ານ.

ຢ່າງ​ໃດ​ກໍ​ຕາມ ທ່ານ ເບັນ​ຈາ​ມິນ ເນ​ທັນ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ອິດ​ສະ​ລາ​ແອນ ໄດ້​ອອກ​ມາ​ປະ​ນາມ​ວ່າ ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ກັບ​ອີ​ຣ່ານ​ຄັ້ງ​ນີ້ ຖື​ເປັນ​ຄວາມ​ລົ້ມ​ເຫລວ​ຄັ້ງ​ປະ​ຫວັດ​ສາດ ທີ່ມອບ​ໂອ​ກາດ​ໃຫ້​ອີ​ຣ່ານ ສາ​ມາດ​ມີ​ລະ​ເບີດ​ນິວ​ເຄ​ລຍ​ໄວ້​ໂດຍ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...