Homeຂ່າວຕ່າງປະເທດອີກ 2 ປີ ຈີນ​ຈະ​ເປີດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ກວາງ​ໂຈວ - ຮົ່ງ​ກົງ ພຽງ 45 ນາ​ທີ!

ອີກ 2 ປີ ຈີນ​ຈະ​ເປີດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ກວາງ​ໂຈວ – ຮົ່ງ​ກົງ ພຽງ 45 ນາ​ທີ!

Published on

558000003842701 ລົດ​ໄຟ​ຄວາມ​ໄວ​ສູງ ຢູ່​ເມືອງ​ເຊິນ​ເຈິ້ນ ແຂວງ​ກວາງ​ຕຸ້ງ

ຈີນ​ກຽມ​ເປີດ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ກວາງ​ໂຈວ – ຮົ່ງ​ກົງ ໃຊ້​ເວ​ລາ​ພຽງ 45 ນາ​ທີ ເລີ່ມ​ເປີດ​ໃຫ້​ບໍ​ລິ​ການ​ປີ 2017 ຈະ​ມາ​ເຖິງ​ນີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທ່ານ ຫວັງ ເມິ່ງ​ຊູ່ ຮອງ​ຫົວ​ໜ້າ​ວິ​ສະ​ວະ​ກອນ ບໍ​ລິ​ສັດ China Railway Tunnel Group ວ່າ ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ລະ​ຫວ່າງ​ເຊິນ​ເຈິ້ນ – ຮົ່ງ​ກົງ ກຳ​ລັງ​ຄືບ​ໜ້າ​ຕາມ​ແຜນ​ການ ໂດຍ​ສ່ວນ​ເສັ້ນ​ທາງ​ລະ​ຫວ່າງກວາງ​ໂຈວ – ເຊິນ​ເຈິ້ນ​ນັ້ນ ແມ່ນ​ໄດ້​ສຳ​ເລັດ​ລຸ​ລ່ວງ​ແລ້ວ. ທ່ານ​ຍັງ​ໄດ້​ກ​່າວ​ອີກວ່າ ຈາກ​ສະ​ພາບ​ພື້ນ​ທີ່​ໃນ​ທ້ອງ​ຖິ່ນ ເຮັດ​ໃຫ້​ຊ່ວງ​ຂອງ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ນີ້ ຕ້ອງ​ໄດ້​ຫລຸດ​ຄວາມ​ໄວ​ລົງ​ເຫລືອ 200 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ແທນ​ທີ່​ຈະ​ເປັນ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕາມ​ແຜນ​ການ ເຊິ່ງ​ໃຊ້​ເວ​ລາ​ພຽງ​ແຕ່ 45 ນາ​ທີ່​ເທົ່າ​ນັ້ນ​ໃນ​ການ​ເດີນ​ທາງ ໂດຍ​ຈະ​ເລີ່ມ​ເປີດ​ໃຫ້​ບໍ​ລິ​ການ​ພາຍ​ໃນ​ປີ 2017 ນີ້ ແລະ ເສັ້​ນ​ທາງ​ລົດ​ໄຟ​ດັ່ງ​ກ່າວ ຈະ​ເປັນ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດ​ຖະ​ກິດ​ອັນ​ສຳ​ຄັນ ລະ​ຫວ່າງ​ເກາະ​ຮົ່ງ​ກົງ ແລະ ຈີນ​ແຜ່​ນ​ດິນ​ໃຫຍ່.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...