spot_img
Homeຂ່າວພາຍ​ໃນຂໍ້ຫ້າມໃນການຫຼິນບຸນປີໃໝ່ລາວ 2558

ຂໍ້ຫ້າມໃນການຫຼິນບຸນປີໃໝ່ລາວ 2558

Published on

chao khong

ໃນວັນທີ 31 ມີນານີ້, ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະ ຄອນ ຫລວງວຽງຈັນ,ຫົວໜ້າຄະນະຮັບຜິດ ຊອບຈັດງານບຸນປີໃໝ່ລາວປີ 2015, ໄດ້ຖະ ແຫລງຂ່າວກ່ຽວກັບການຮັກສາຄວາມເປັນລະບຽບຮຽບຮ້ອຍໃນການຈັດງານບຸນ ປີໃໝ່ປະຈຳປີ 2015 ຂຶ້ນຢູ່ຫ້ອງວ່າການນະຄອນຫລວງວຽງຈັນ, ໂດຍມີບັນດາສື່ມວນ ຊົນເຂົ້າຮ່ວມຢ່າງ​ຫລວງຫລາຍ.

ທ່ານຮອງເຈົ້າຄອງໄດ້ຖະແຫລງວ່າ: ເພື່ອເປັນການປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດລາວເຮົາທີ່ສືບທອດ ກັນມາແຕ່ບູຮານນະການ, ໂດຍສະເພາະງານບຸນປີໃໝ່ລາວໃຫ້ຢູ່ຄຽງຄູ່ກັບຄົນລາວ ຕະຫລອດໄປ;ຮັບປະກັນການສົ່ງເສີມ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມ, ຕິດພັນກັບການຜະລິດເປັນສິນຄ້າ, ການທ່ອງທ່ຽວວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມ ປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຮອບດ້ານ, ທັງຮັບປະກັນໃຫ້ມີບັນຍາກາດເບີກ ບານມ່ວນຊື່ນ, ສະອາດ, ຈົບງາມເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາທ່ອງທ່ຽວນະຄອນຫລວງວຽງຈັນ.

ຄຽງຄູ່ກັນນີ້ ກໍ​ຮຽກຮ້ອງໃຫ້ແມ່ຍິງ, ໂດຍສະເພາະໄວໜຸ່ມທີ່ມັກນຸ່ງສົ້ງຂາສັ້ນ, ເສື້ອຜ້າບາງໆ, ຄວນນຸ່ງຖື​ໃຫ້​ເໜມາະສົມ, ​ໂດ​ຍສະ​ເພາະການນຸ່ງຖືເຂົ້າໄປໃນວັດວາອາຣາມ ແລະ ສະຖານທີ່ສັກສິດຕ່າງໆ ຄວນນຸ່ງສິ້ນຕາມຮີດຄອງປະເພນີ ທີ່ເຄີຍປະ ຕິບັດມາແຕ່ບູຮານ.

ນອກຈາກນີ້ ທ່ານເຈົ້າຄອງຍັງໄດ້ອອກຂໍ້ຫ້າມຂອງການຫລີ້ນບຸນ ປີໃໝ່ປີ 2015 ດັ່ງນີ້: ຫ້າມດື່ມສິ່ງມືນເມົາແລ້ວຂັບ ຂີ່ລົດ, ຫ້າມຂາຍສິນຄ້າ ແລະ ອຸປະກອນທີ່ກໍໃຫ້ເກີດສຽງແຕກທຸກປະເພດ, ບໍ່ໃຫ້ຈຸດໝາກກະໂພກ, ບັ້ງໄຟດອກທຸກຊະ ນິດ, ບໍ່ໃຫ້ ເອົານ້ຳກ້ອນແກວ່ງໃສ່ລົດ, ໃສ່ຄົນສັນຈອນໄປມາ, ບໍ່ໃຫ້ໃຊ້ນ້ຳສີ, ນ້ຳຄັນຄາຍ ແລະ ນ້ຳເປີະເປື້ອນຫົດສົງເຊິ່ງກັນ ແລະ ກັນ ແລະ ບໍ່ໃຫ້ນຸ່ງເຄື່ອງໂປ້ເປືອຍ, ຍົ້ວຍວນ ແລະ ການກະທຳລາມົກອະນາຈານໃນເຂດວັດ ແລະ ສະຖານທີ່ຊຸມຊົນອື່ນໆ ຫາກມີການລະເມີດຈະໄດ້ໃຫ້ເຈົ້າໜ້າທີ່ດຳເນີນຕາມລະບຽບຢ່າງເຂັ້ມງວດ ແລະ ພິເສດໃນປີນີ້ ຈະມີການປະກວດນາງສາວນະຄອນຫລວງ, ກິດຈະກຳປະຕິມະກຳຊາຍທີ່ຫາດດອນຈັນ, ເມືອງຈັນທະບູລີ, ໂດຍມີຫລາຍປະເທດເຂົ້າຮ່ວມ, ການແຂ່ງຂັນກິລາຫາດຊາຍ, ການຕົບພະທາດຊາຍ ແລະ ການຄົບງັນມ່ວນຊື່ນ ຕ່າງໆຕາມຮີດຄອງປະເພນີ.

ຖ້າເຫັນວ່າຂ່າວນີ້ມີປະໂຫຍດ ຢ່າລືມສົ່ງຕໍ່ໃຫ້ຄົນອື່ນຮູ້ແດ່ເດີ ເພື່ອຊ່ວຍກັນສ້າງສັນສັງຄົມ ແລະຮັກສາຮີດຄອງປະເພນີ

decorating-buddha

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...