spot_img
Homeຂ່າວພາຍ​ໃນດົງຄຳຊ້າງເສັ້ນທາງອັນຕະລາຍ ຕາຍແລ້ວ 3

ດົງຄຳຊ້າງເສັ້ນທາງອັນຕະລາຍ ຕາຍແລ້ວ 3

Published on

ຈາກການລາຍງານຂ່າວຂອງໜ່ວຍກູ້ໄພຯ ອົງການກາແດງລາວໃຫ້ຮູ້ວ່າ ໄດ້ເຫດອຸບັດເຫດຂຶ້ນໃນເສັ້ນທາງກຳລັງກໍ່ສ້າງ ລະຫວ່າງບ້ານໜອງໄຮ-ບ້ານດົງຄຳຊ້າງ 5 ຄືນຊ້ອນແລ້ວ ທີ່ໜ່ວຍກູ້ໄພໄດ້ໄປໃຫ້ການຊ່ວຍເຫຼືອ. ດັ່ງນັ້ນ, ມື້ນີ້ ທີມຂ່າວພວກເຮົາ ຈຶ່ງໄດ້ເດິນທາງລົງໄປເບິ່ງສະພາບຕົວຈິງ ຂອງເສັ້ນທາງດັ່ງກ່າວ.

ຈາກການລົງເບິ່ງຕົວຈິງ ພວກເຮົາໄດ້ເຫັນວ່າຕະຫຼອດເສັ້ນທາງ ເມືອງນ້ອຍ-ຊຽງດາ-ດົງຄຳຊ້າງ-ໜອງແຫ້ວ... ແລະໜອງໄຮ-ດົງຄຳຊ້າງ ເສັ້ນທາງຖືກປູດ້ວຍຄອນກີດສຳເລັດແລ້ວ ປະມານ 90% ຍັງເຫຼືອແຕ່ເສັ້ນທາງບາງຕອນສັ້ນໆ ທີ່ບໍ່ທັນໄດ້ປູເບຕົງ, ປາກທໍ່ລະບາຍນ້ຳເສຍຍັງບໍ່ຖືກອັດຈັກບ່ອນ, ທາງຄົນບາງບາງບ່ອນກຳລັງທຳການກໍ່ສ້າງ, ປ້າຍຈະລາຈອນແລະໄຟເຍືອງທາງຍັງບໍ່ທັນໄດ້ຕິດຕັ້ງ.
ຈາກການສອບຖາມ ປກສ ກຸ່ມບ້ານດົງຄຳຊ້າງ ໄດ້ເຮັດໃຫ້ຮູ້ວ່ານັບຕັ້ງແຕ່ເລິ່ມການກໍ່ສ້າງ ເສັ້ນທາງດັ່ງກ່າວເປັນຕົ້ນມາ ໄດ້ເກີດອຸບັດເຫດຂຶ້ນນັບຄັ້ງບໍ່ຖ້ວນ ໂດຍສະເພາະແມ່ນເລິ່ມເຂົ້າລະດູແລ້ງຜ່ານມາ ແລະພາຍໃນເດືອນດຽວຫຼ້າສຸດນີ້ໄດ້ມີຜູ້ເສຍຊີວິດໄປແລ້ວ 3 ສົບ ສາເຫດແມ່ນຍ້ອນການດື່ມສິ່ງມືນເມົາ ຈາກຮ້ານບັນເທີງຫຼາຍໆຮ້ານຢູ່ບ້ານດົງຄຳຊ້າງ ແລ້ວຂີ່ລົດກັບແລ້ວກໍໄປຕຳກອງດິນ ທີ່ກອງຢູ່ກາງທາງ ຫຼືຕົກສົ້ນເສັ້ນທາງຄອນກີດ ທີ່ສຸດຈຸດປຸດໄວ້ ເຮັດໃຫ້ເສຍຊີວິດ ແລະບາດເຈັບສາຫັດໄປຫຼາຍລາຍ.
ສິ່ງທີ່ປະຊາຊົນຮຽກຮ້ອງຄື: ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ຍ້າຍກອງດິນອອກຈາກທາງ, ເອົາດິນມາຖົມຈຸດສົ້ນສຸດຂອງທາງເບຕົງ ແລະຕັ້ງປ້າຍເຕືອນໃສ່ໃຫ້ຫຼາຍໆ ປ້າຍ ບໍ່ດັ່ງນັ້ນ ປີໃໝ່ປີນີ້ ອາດຈະມີຄົນໄດ້ຮັບບາດເຈັບ ຫຼືເສຍຊີວິດເພິ່ມອີກ ຢ່າງບໍ່ຕ້ອງສົງໄສ.

ຂ່າວໂດຍ: ແອັດມິນຊຽງ ແລະວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...