spot_img
HomeມູມໄອທີລາວMagic Pencil Earphones ສາຍສະເບົ້າຮູບກ້ານສໍ ໄອເດຍນ່າຮັກ ບໍ່ຊໍ້າໃຜ!

Magic Pencil Earphones ສາຍສະເບົ້າຮູບກ້ານສໍ ໄອເດຍນ່າຮັກ ບໍ່ຊໍ້າໃຜ!

Published on

Magic Pencil Earphones ສາຍສະເບົ້າຮູບກ້ານສໍ ໄອເດຍນ່າຮັກ ບໍ່ຊໍ້າໃຜ!

MagicPencil_2048x2048-e1413234860397

ສົ່ງຕົງຈາກຕ່າງແດນ ອອກແບບກິເກ ເປັນສາຍສະເບົ້າ ຫູຟັງແບບກ້ານສໍຂຽນ ໂດຍດ້ານໜຶ່ງເປັນສ່ວນປາຍຂອງສໍ ແລະ ອີກດ້ານເປັນຢ່າງລຶບ ເຮັດໃຫ້ຂະນະທີ່ເຮົາລົມໂທລະສັບ ເບິ່ງໜັງ ຟັງເພງ ກໍ່ຈະຄືກັບວ່າມີກ້ານສໍສຽບທະລຸຫົວຂອງເຮົາຈາກຫູດ້ານໜຶ່ງໄປຫາຫູອີກດ້ານໜຶ່ງ,​ ເຊິ່ງປັນ ດີໄຊນ໌ແຫວກແນວ ກວນໆ ບໍ່ຊໍ້າໃຜ ແຕກຕ່າງຈາກສະເບົ້າທີ່ເຫັນກັນທົ່ວໄປຕາມທ້ອງຕະຫຼາດຢ່າງສິ້ນເຊິງ

mp005

 

ວັດສະດຸເຮັດມາຈາກ ຊິລິໂຄນ ແລະ ພາລາສະຕິກ ສິສັນສົດໃສ ຊ່ວຍບົ່ງບອກຄວາມໜ້າຮັກ ໃນຕົວທ່ານ ຫຼືຈະໃຫ້ເປັນຂອງຂວັນໝູ່ເພື່ອນສະນິດ ກໍ່ໄດ້ ຈະໜ້າສົນໃຈບໍ່ໜ້ອຍເລີຍລະ!

hoomia-Magic-Pencil-earphone-5

ໃຊ້ໄດ້ກັບສະມາຣ໌ຕໂຟນຕາມທ້ອງຕະຫຼາດທົ່ວໄປ ມີໃຫເລືອກ 6 ສີດ້ວຍກັນ(ດໍາ ຂຽວ ເຫຼືອງ ຟ້າ ສົ້ມ ແລະ ເທົາ)

ລາຄາ 30 ດອນລ່າ ຫຼືປະມານ 240 000 ກີບ

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...