Homeຂ່າວພາຍ​ໃນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

Published on

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 14 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານ ແລະ ເຈົ້າພາບໂດຍ ລັດຖະບານແຫ່ງ ສປປ ລາວ,​ ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” (Accelerating Progress Towards a World Free from the Threat of Cluster Munitions).

ໃນພິທີເປີດທາງການ ຂອງກອງປະຊຸມ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວໄຂກອງປະຊຸມ ໂດຍມີຄະນະຜູ້ແທນຈາກບັນດາປະເທດລັດພາຄີ, ອົງການຈັດຕັ້ງສາກົນ, ບັນດາປະເທດຜູ້ສັງເກດການ ແລະ ຜູ້ເຂົ້າຮ່ວມຈາກພາຍໃນ ແລະ ວົງຄະນະຍາດສາກົນ ຫຼາຍກວ່າ 800 ທ່ານ.

ກອງປະຊຸມຄັ້ງນີ້ ຖືເປັນ “ການກັບຄືນສູ່ບ້ານຂອງ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ” (CCM Homecoming), ເນື່ອງຈາກ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ກອງປະຊຸມລັດພາຄີຄັ້ງທໍາອິດ (First Meeting of State Parties) ໃນປີ 2010. ການໄດ້ຮັບຄວາມໄວ້ວາງໃຈ ຈາກວົງຄະນາຍາດສາກົນ ໃຫ້ເປັນປະທານ ແລະ ເຈົ້າພາບອີກຄັ້ງໜຶ່ງຂອງ ສປປ ລາວ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງປະຊາຄົມໂລກ ຕໍ່ບົດບາດນຳພາຂອງ ສປປ ລາວ ໃນຂະບວນສ້າງສົນທິສັນຍາສາກົນດັ່ງກ່າວ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງເຖິງຄວາມພາກພູມໃຈ ຂອງລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສາກົນຄັ້ງສຳຄັນນີ້ອີກເທື່ອໜຶ່ງ ທີ່ມີຄວາມສໍາຄັນດ້ານປະຫວັດສາດສໍາລັບ ສປປ ລາວ ແລະ ຍັງເປັນໂອກາດໃຫ້ບັນດາລັດພາຄີ ຮ່ວມກັນທົບທວນຄືນໝາກຜົນຂອງການຈັດຕັ້ງຜັນຂະຫຍາຍພັນທະພາຍໃຕ້ສົນທີສັນຍາດັ່ງກ່າວ ເພື່ອເປັນພື້ນຖານໃນການກໍານົດແຜນປະຕິບັດງານ ທີ່ເປັນບູລິມະສິດ ແລະ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດຮ້າຍແຮງນີ້ ໃຫ້ໝົດສິ້ນຢ່າງຖາວອນ. ທ່ານ ຍັງໄດ້ເນັ້ນຕື່ມວ່າ ໃນທ່າມກາງທີ່ສະພາບການສາກົນ ພວມຜັນແປໄປຢ່າງໄວວາ ໂດຍສະເພາະ ສົງຄາມ ແລະ ຂໍ້ຂັດແຍ່ງດ້ານກຳລັງອາວຸດ ທີ່ພວມເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກ, ເປົ້າຫມາຍ ແລະ ຄຸນຄ່າຂອງສົນທິສັນຍາສາກົນຂອງພວກເຮົາ ແມ່ນພວມຖືກທົດສອບ. ບົດຮຽນຂອງ ຂອງ ສປປ ລາວ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ການນໍາໃຊ້ອາວຸດທີ່ຮ້າຍແຮງໃນມື້ນັ້ນ ໄດ້ສົ່ງຜົນກະທົບທີ່ຍາວນານມາສູ່ຄົນອີກຫຼາຍຮຸ່ນຄົນໃນປັດຈຸບັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກຍົກສູງຄວາມຮັບຜິດຊອບດ້ານມະນຸດສະທຳຮ່ວມກັນ ເພື່ອບໍ່ໃຫ້ມີປະເທດໃດຕ້ອງປະເຊີນກັບສະຕາກຳຄືກັບ ສປປ ລາວ ຕື່ມອີກ.

ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ CCM ໄດ້ຮັບຮອງເອົາ ທີ່ນະຄອນດັບລິນ, ປະເທດອຽກລັງ ໃນປີ 2008 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ໃນປີ 2010. ປັດຈຸບັນ ມີປະເທດເປັນລັດພາຄີ ແລະ ລົງນາມ ທັງໝົດ 124 ປະເທດ

ຂໍ້ມູນຈາກ: ສຳນັກງານນາຍົກລັດຖະມົນຕີ

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...