spot_img
Homeຂ່າວຕ່າງປະເທດແມ່​ອາຍຸ19 ປີເສຍຊີວິດ​ຫລັງ​ເກີດລູກແຝດ​

ແມ່​ອາຍຸ19 ປີເສຍຊີວິດ​ຫລັງ​ເກີດລູກແຝດ​

Published on

baby2

       ເມື່ອ​ວັນທີ່21ມີ​ນາ2015ເວັບ​ໄຊ​ມິ​ເລີຂອງ​ອັງ​ກິດເປີດ​ເຜີຍ​ເລື່ອງ​ລາວ​ໜ້າ​ສະ​ຫລົດ​ຂອງ​ແມ່​ໂຊ​ຟີ ເບີ​ເກສ໌ ອາຍຸ19ປີຈາກ​ອັງ​ກິດທີ່​ຖືພາ​ລູກ​ນ້ອຍ​ຝາ​ແຝດແຕ່​ແລ້ວ​ຫລັງ​ຈາກ​ເກີດ​ລູກໂຊກ​ຊະ​ຕາ​ກັບ​ໂຫດ​ຮ້າຍ​ເຮັດໃຫ້​ນາງ​ເສຍຊີວິດ​ເພາະ​ພາ​ວະ​ຕິດ​ເຊື້ອ​ໃນ​ກະ​ແສ​ເລືອດບໍ່​ມີ​ໂອ​ກາດ​ແມ່ນ​ຈະ​ໄດ້​ກອດ​ລູກ​ນ້ອຍ​ໜ້າ​ຮັກ​ທີ່​ຫາກໍ່​ຈະ​ລືມ​ຕາ​ຂຶ້ນ​ມາ​ເບິ່ງ​ໂລກ
ໂຊ​ຟີເບີ​ເກສ໌ຖືພາ​ລູກ​ນ້ອຍ​ຝາ​ແຝດແລະ​ນາງ​ໃຫ້​ກຳ​ເນີດ​ໜູ​ນ້ອຍ​ແອວີແລະ​ໂອ​ລິ​ເວີ ອອກ​ມາ​ເມື່ອ​ວັນທີ່18ມີ​ນາ​​ທີ່​ຜ່ານມາໂດຍ​ທັງ​ຄູ່​ເກີດ​ກ່ອນ​ກຳນົດ8ອາທິດແຕ່​ແລ້ວ​ຫລັງ​ຈາກ​ເກີດ​ລູກ​ນາງ​ກັບ​ຕິດ​ເຊື້ອ​ໃນ​ກະ​ແສ​ເລືອດແລະ​ອາການ​ກໍ​ຊຸດ​ລົງ​ຈົນ​ເຮັດໃຫ້​ນາງ​ເສຍຊີວິດ​ລົງ​ພາຍ​ໃນ 48 ຊົ່ວ​ໂມງ
ຈາກ​ເຫດການ​ສຸດເສົ້າເສຍໃຈນີ້ ເຄກ ອ້າຍ​ຂອງ​ໂຊ​ຟີໄດ້​ເປີດ​ເຜີຍ​ວ່ານ້ອງ​ສາວ​ຂອງ​ເຂົາ​ເປັນ​ຄົນ​ສົດ​ໃສ​ລ່າ​ເລີງນັບ​ຕັ້ງ​ແຕ່​ຮູ້​ວ່າ​ຖືພານາງ​ລໍ​ທີ່​ຈະ​ໄດ້​ເຫັນ​ໜ້າ​ລູກ​ມາ​ໂດຍ​ຕະຫລອດແຕ່​ແລ້ວ​ມັນ​ໜ້າ​ເສົ້າ​ທີ່​ນາງ​ຈາກ​ໄປ​ທັງ​ທີ່​ຍັງ​ບໍ່​ມີ​ໂອ​ກາດ​ໄດ້​ກອດ​ໄດ້​ອຸ້ມ​ລູກ​ຂອງ​ນາງເລີຍ
ຫລັງ​ຈາກ​ໂຊ​ຟີ​ຈາກ​ໄປອະ​ເລັກແຟນ​ໜຸ່ມ​ຂອງ​ນາງ​ກໍ​ຕ້ອງ​ຮັບ​ຫນ້າເບິ່ງແຍງ​ລູກ​ຕົວ​ນ້ອຍ​ແຝດ​ທັງ​ສອງ​ຄົນ​ນີ້​ພຽງ​ລຳ​ພັງຊຶ່ງ​ນັ້ນ​ກໍ​ເບິ່ງ​ຄື​ຈະ​ເປັນ​ວຽກໃຫຍ່​ສຳລັບ​ຜູ້​ຊາຍ​ເລີຍ​
ຕອນ​ນີ້​ທາງ​ຄອບຄົວ​ຂອງ​ໂຊ​ຟີ​ແລະ​ບັນດາ​ເພື່ອນ​ໆກຳ​ລັງ​ຫາ​​ທາງ​ລະ​ດົມ​ທຶນ​ເພື່ອ​ນຳ​ມາ​ເປັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ລ້ຽງດູ​ເດັກ​ນ້ອຍ​ຝາ​ແຝດ​ທັງ2ຄົນ​ຢູ່ເພື່ອ​ໃຫ້ແອ​ນ້ອຍ​ໄດ້​ເຕີບໂຕ​ຂຶ້ນ​ຢ່າງ​ບໍ່​ຕ້ອງ​ລຳ​ບາກ​ໃນ​ອານາຄົດ

baby

ບົດຄວາມຫຼ້າສຸດ

ທຳລາຍ ສິ້ນສ່ວນສັດປ່າຫວງຫ້າມ 107,5 ກິໂລ ທີ່ແຂວງບໍລິຄຳໄຊ

ກອງກວດກາປ່າໄມ້ປະຈໍາແຂວງ, ກຸ່ມວຽກກວດກາສັດປ່າ ແລະ ເຄື່ອງປ່າຂອງດົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສັດປ່າ ຊິ້ນສ່ວນສັດປ່າທີ່ເຈົ້າໜ້າທີ່ຢຶດໄດ້ ຂຶ້ນໃນວັນທີ 23 ກັນຍາຜ່ານມານີ້ ຢູ່ພະແນກກະສິກໍາ ແລະ...

ສະພາບອາກາດປະຈຳວັນທີ 24 ກັນຍາ 2024

ສະພາບອາກາດປະຈຳວັນທີ 24 ກັນຍາ 2024 ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງ ແລະ ພາກໃຕ້ ຂອງປະເທດລາວ ສົມທົບກັບລົມມໍລະສຸມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ...

ເຫດດິນເຈື່ອນ ມີຄົນເສຍຊີວິດ-ສູນຫາຍ ຢູ່ບ້ານຫ້ວຍອັງ ເມືອງກວັນ ແຂວງຫົວພັນ

ຕາມການລາຍງານຂອງແຫຼ່ງຂ່າວຢູ່ເມືອງກວັນໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີນ້ຳຖ້ວມ ແລະ ດິນເຈື່ອນຢູ່ຫຼາຍຈຸດ ໃນຂອບເຂດເມືອງກວັນ ແຂວງຫົວພັນ. ໃນນັ້ນ, ມີເຫດການດີນເຊາະເຈື່ອນທັບຖົມປະຊາຊົນຢູ່ບ້ານຫ້ວຍອັງ ໃນເວລາປະມານ 2 ໂມງເຊົ້າຂອງວັນທີ 22 ກັນຍາ...

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...