spot_img
Homeຂ່າວການສຶກສາຈຸດເລີ່ມຕົ້ນຂອງ ໄວຣັສຄອມພິວເຕີ ໂຕທໍາອິດຂອງໂລກ!

ຈຸດເລີ່ມຕົ້ນຂອງ ໄວຣັສຄອມພິວເຕີ ໂຕທໍາອິດຂອງໂລກ!

Published on

ຄອມ1

ຈຸດເລີ່ມຕົ້ນຂອງ ໄວຣັສຄອມພິວເຕີ ໂຕທໍາອິດຂອງໂລກ!

ເມື່ອເວົ້າເຖິງໄວຣັສ ຄອມພິວເຕີໂຕທໍາອິດຂອງໂລກ ເຊື່ອວ່າຫຼາຍໆທ່ານຄົງ ອາດກໍາລັງເດົາວ່າຈະເປັນໄວຣັສຂອງທາງ Windows ຂອງ Microsoft ຫຼືເປັນໄວຣັສຂອງທາງ Mac ຈາກ Apple ກັນແທ້ ຊຶ່ງຄໍາຕອບກໍ່ຄືໄວຣັສ ເກີດຂຶ້ນໃນຊ່ວງເວລາທີ່ໄກ້ຄຽງກັນ ທັງສອງລະບົບປະຕິບັດການເລີຍ ແຕ່ໄວຣັສຄອມພິວເຕີໃນຍຸກທໍາອິດບໍ່ໄດ້ເກັ່ງກ້າຮ້າຍແຮງ ເຮັດໃຫ້ເຄື່ອງເພ ເປີດບໍ່ໄດ້ຄືກັບໃນຍຸກນີ້

ເວັບໄຊທ໌ Priceconomics ໄດ້ຂຽນບົດຄວາມກ່ຽວກັບໄວຣັສຄອມພິວເຕີ 2 ໂຕທໍາອິດຂອງໂລກ ທີ່ປ່ອຍອອກມາໂຈມຕີຄອມພິວເຕີທັງ Mac ແລະ Windows ຊຶ່ງທີຊື່ວ່າ “Elk Cloner” ແລະ “Brain”

ຄອມ2

ມາເບິ່ງໂຕທໍາອິດກັນກ່ອນ ນັ້ນກໍ່ຄື Elk Cloner ຊຶ່ງໄວຣັສໂຕນີ້ເປັນໄວຣັສຄອມພິວເຕີຂອງເຄື່ອງ Apple ຊຶ່ງຖືກພັດທະນາໃນປີ 1981 ໂດຍນັກຮຽນ ເກຣດ9 (ຖ້າທຽບໃສ່ນັກຮຽນຢູ່ບ້ານເຮົາກໍ່ປະມານນັກຮຽນ ມ.3) ຊື່ວ່າ Rich Skrenta ຊຶ່ງຕອນນີ້ Skrenta ກໍ່ກ້າວໄປໄກ້ແລ້ວລະໄດ້ເປັນ CEO ຂອງບໍລິສັດເສີຣ໌ທເອ໊ນຈິ້ນຊື່ວ່າ Blekko ທີ່ມີຊື່ໃນຕ່າງປະເທດ

ການທໍາງານຂອງໄວຣັສ Elk Cloner ກໍ່ບໍ່ໄດ້ອັນຕະລາຍ ຫຼືເຂົ້າໄປທໍາລາຍຂໍ້ມູນອີຫຍັງ ໃນເຄື່ອງ ແຕ່ເຂົ້າໄປກໍ່ກວນການເຮັດວຽກຂອງເຄື່ອງ ແລະ ເຮັດໃຫ້ເຄື່ອງຊ້າລົງເທົ້ານັ້ນ

ຄອມ3

ສ່ວນອີກໜຶ່ງໂຕຄືໄວຣັສຊື່ວ່າ Brain ໂຕນີ້ກໍ່ຖືກພັດທະນາຂຶ້ນໃນປີ 1986 ໂດຍສອງພີ່ນ້ອງຊາວ ປາກິສຖານຊື່ວ່າ Basit ແລະ Amjad Farooq Alvi ທີ່ໄດ້ຂຽນໂປຣແກມ Brain ຂຶ້ນມາເພື່ອປ້ອງກັນຜົນງານຂອງຕົນເອງ ໂດຍໂຕຂອງໂປຣແກມຈະເຂົ້າໄປແຝງໂຕຢູ່ໃນ BootSector ແລະ ເມື່ອມີຄົນເຂົ້າໄປ copy ຂໍ້ມູນຈາກແຜ່ນ FloppyDisk ໄປຄອມພິວເຕີກໍ່ຈະຖືກຫຼິ້ນງານທັນທີ ຊຶ່ງຈະເຮັດໃຫ້ເຄື່ອງຊ້າລົງ ຫຼືເຊຟ ຂໍ້ມູນບໍ່ໄດ້ເປັນຕົ້ນ

ເອີ້ນໄດ້ວ່າໄວຣັສ Brain ຂອງສອງຄົນນີ້ ເກີດຂຶ້ນຈາກຄວາມບໍ່ຕັ້ງໃຈແຕ່ກໍ່ກັບກາຍມາເປັນຜົນງານຕົ້ນແບບທີ່ເຮັດໃຫ້ນັກພັດທະນາໄວຣັສນໍາໄປພັດທະນາຕໍ່ຍອດ ປ່ອຍໄວຣັສຕ່າງໆ ອອກມາອີກຢ່າງຫຼວງຫຼາຍຫຼັງຈາກນັ້ນມາ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...