spot_img
Homeຂ່າວພາຍ​ໃນເປັນຫຍັງຈຶ່ງຕ້ອງສະກັດກັ້ນ ການຄ້າໄມ້ຜິດກົດໝາຍ

ເປັນຫຍັງຈຶ່ງຕ້ອງສະກັດກັ້ນ ການຄ້າໄມ້ຜິດກົດໝາຍ

Published on

wood

ສະຫະພາບເອີຣົບປະຈຳລາວຖະແຫຼ່ງວ່າ: ປັດຈຸບັນການຄ້າໄມ້ຜິດກົດ ໝາຍມີຢ່າງແຜ່ຫຼາຍໃນທົ່ວໂລກ, ດັ່ງ ນັ້ນມັນ ມີຄວາມຈຳເປັນທີ່ຈະຕ້ອງ ສະກັດ ກັ້ນການຕັດໄມ້ແບບຜິດກົດໝາຍ, ເພາະມັນໄດ້ສົ່ງຜົນກະທົບ ທາງລົບຫຼາຍຢ່າງ ຕໍ່ສດຖະ ກິດ, ສະພາບແວດລ້ອມແລະສັງຄົມ,ໃນແຕ່ລະປີທົ່ວໂລກ ມີການຕັດ ໄມ້ຜິດກົດໝາຍສ້າງ ຜົນເສຍຫາຍປະມານ 7 ຕື້ເອີໂຣ ແລະ ເຄິງໝຶ່ງ ໃນນີ້ ແມ່ນພາສີເຊິ່ງລັດຖະບານບໍ່ສາມາດເກັບໄດ້, ການຕັດໄມ້ທຳ ລາຍປ່າເປັນໄພ ຂົ່ມຂູ່ລາຄາຂອງຜະລິດ ຕະພັນປ່າໄມ້ໂລກປະມານ 7% ຫາ 16% ຂຶ້ນກັບຊະນິດ ຂອງຜະລິດຕະ ພັນໄມ້, ການຄ້າໄມ້ຜິດກົດໝາຍສ້າງຜົນກະ ທົບຕໍ່ທຸລະກິດຂະໜາດນ້ອຍແລະກາງທີ່ຖືກກົດໝາຍ, ຊຶ່ງເປັນການ ຈ້າງງານໂດຍກົງ 20 ລ້ານກວ່າຄົນ ແລະ ສະໜອງລາຍ ຮັບໃຫ້ແກ່ 140 ລ້ານຄົນທີ່ ເຮັດວຽກງານໃນຂະ ແໜງການ ໄມ້ຢ່າງບໍ່ເປັນທາງການແລະມັນໄດ້ເຮັດໃຫ້ສະພາບແວດລ້ອມ ເຊື່ອມໂຊມ, ຊຶ່ງນຳໄປສູ່ການສູນເສຍຊີວະນາໆພັນ, ການທຳລາຍ ແຫຼ່ງທີ່ຢູ່ອາໄຂອງສັດ, ການເຊາະເຈື່ອນຂອງໜ້າດິນ, ການ ປ່ຽນແປງການໄຫຼ່ວຽນຂອງນ້ຳ ແລະ ການ ປ່ອຍ

ອາຍກາກບອນທີ່ເປັນສາເຫດໃຫ້ການປ່ຽນແປງຂອງດິນຟ້າອາກາດ, ໃນບາງ ກໍລະນີການຕັດໄມ້ຜິດກົດໝາຍ ຍັງສົ່ງຜົນໃຫ້ ມີອາດຊະຍາກຳ, ສິ່ງນີ້ຕິດພັນກັບການກໍອາດຊະຍາກຳທີ່ມີການຈັດຕັ້ງ ແລະ ບັນດາ ກຸ່ມທີ່ໃຊ້ອາວຸດ ເຂົ້າຮ່ວມໃນຄວາມ ຂັດແຍ່ງພາຍໃນ, ໄດ້ຮັບທືນສະໜັບສະໜູນການຕໍ່ສູ້ໂດຍການຕັດໄມ້ຜິດກົດ ໝາຍ, ພ້ອມນັ້ນ ການຄ້າໄມ້ຜິດກົດໝາຍ ຍັງສົ່ງຜົນໃຫ້ຄວາມເປັນໄປໄດ້ໝາຍປັດໄຈເຊັ່ນ: ສິດທິແບບ ບໍ່ຍຸດຕິທຳ, ບໍ່ປອດ ໄພໃນຄວາມເປັນເຈົ້າຂອງ ແລະ ການເຂົ້າເຖິງປ່າໄມ້, ການສໍ້ລາດບັງຫຼວງຊຶ່ງເປັນບັນຫາ ບັ່ນທອນການບັງຄັບໃຊ້ກົດໝາຍ ແລະ ການບໍ່ມີສ່ວນ ຮ່ວມໃນການຕັດສິນໃຈຂອງຊຸມຊົນຕ່າງໆທີ່ຂຶ້ນກັບປ່າ ໄມ້, ດັ່ງນັ້ນການຄຸ້ມຄອງປ່າໄມ້ທີ່ດີຈຶ່ງ ມີຄວາມ ສຳຄັນຕໍ່ຫຼາຍຄົນ, ຜູ້ອາໄສປ່າໄມ້ໂດຍກົງ ແລະ ຕໍ່ເສດຖະກິດ ຂອງປະເທດຜູ້ຄ້າໄມ້ໃນໂລກກໍຄື ສປປ ລາວ ແລະ ທັງໝົດ ທີ່ກ່າວມານັ້ນແມ່ນບັນດາປັດໄຈ ແລະ ສາເຫດ ຫຼັກທີ່ເຮັດໃຫ້ບັນດາປະເທດໃນ ໂລກຈຳເປັນ ຕ້ອງມີການສະກັດກັ້ນ ການຄ້າໄມ້ແບບຜິດກົດໝາຍ, ກໍຄືການ ຕັດໄມ້ທຳລາຍເປັນແບບບໍ່ຖືກຕາມກົດໝາຍ.

ຂອບໃຈຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...