spot_img
Homeຂ່າວພາຍ​ໃນລາວຍັງມີອັດຕາຖືພາໃນເດັກສູງ

ລາວຍັງມີອັດຕາຖືພາໃນເດັກສູງ

Published on

ดาวน์โหลด

ຂ່າວລາວພັດທະນາ: ຜົນ​ລາຍ​ງານ​ການ​ວິ​ໄຈ​ສະພາບ​ໄວໜຸ່ມຄັ້ງທຳ​ອິດ​ຂອງ ສປປ ລາວ​ໄດ້​ມີ​ຂຶ້ນ​ເພື່ອ​ຮັບ​ຮູ້ ແລະ ​ເຂົ້າ​ໃຈບັນດາ​ປັດ​ໄຈ​ຕ່າງໆທີ່​ມີ​ຜົນ​ກະທົບ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ໄວໜຸ່ມ ທັງ​ດ້ານ​ບວກ ​ແລະ ດ້ານ​ລົບ ​ເພື່ອ​ໄຈ້​ແຍກ​ຂົງ​ເຂດ​ບູລິ​ມະ​ສິດ​ໃນ​ການ​ປະຕິບັດ​,​​ ປັບປຸງ​ຊີວິດ​ຂອງ​ໄວໜຸ່ມ​ໃຫ້​ດີ​ຂຶ້ນ ແລະ ສາມາດປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ -ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປັດຈຸບັນ ແລະ ອານະ​ຄົດ.

ພິທີນຳສະເໜີບົດລາຍງານດັ່ງກ່າວໄດ້ມີຂຶ້ນໃນວັນທີ 23 ມີນານີ້,  ຢູ່ນະຄອນຫຼວງວຽງຈັນ, ໂດຍ ການເຂົ້າຮ່ວມ ຂອງທ່ານ ລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຜາ ພິມມະສອນ ຄະນະບໍລິ ຫານງານສູນກາງຊາວໜຸ່ມ ປະຕິວັດລາວ.

ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ສປປ ລາວ ເປັນໜຶ່ງໃນປະເທດທີ່ມີປະ ຊາກອນໄວໜຸ່ມຫຼາຍໃນຂົງເຂດອາຊີຕາເວັນອອກສຽງໃຕ້, ປະຊາກອນໄວໜຸ່ມທີ່ມີອາຍຸຕໍ່າກ່ວາ 25 ປີ ມີຫຼາຍກ່ວາ 6 ລ້ານຄົນ ເທົ່າກັບ 60% ແລະ ເດັກຍິງທີມີອາຍຸ 15-19 ປີ ມີອັດຕາຖືພາປະມານ 94 ຄົນ ໃນ 1 ພັນຄົນ, ເປັນໜຶ່ງໃນປະເທດ ພາກ ພື້ນທີ່ມີອັດຕາການຖືພາ ແລະ ເກີດລູກໃນໄວເດັກສູງ, ເຖິງແມ່ນວ່າໄວໜຸ່ມຈຳນວນຫຼາຍມີຄວາມຮູ້ກ່ຽວກັບວິທີຄຸມ

ກຳເນີດແບບທັນສະໄໝ, ແຕ່ການນຳໃຊ້ວິທີດັ່ງກ່າວແມ່ນຍັງຕໍ່າ, ອາດຍ້ອນຫຼາຍປັດໄຈເຊັ່ນ: ຂໍ້ກຳຈັດໃນການ ເຂົ້າເຖິງ ຂໍ້ມູນຂ່າວສານ, ບໍລິການດ້ານສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ຈຶ່ງເຮັດໃຫ້ເກີດມີເພດ ສຳພັນແບບບໍ່ຕັ້ງໃຈ, ບໍ່ ປ້ອງກັນ ແລະ ເອົາລູກອອກທີ່ບໍ່ປອດໄພ ຈຶ່ງມີຄວາມສ່ຽງສູງໃນການຕິດຕໍ່ພະຍາດທາງເພດສຳພັນ. ການແຕ່ງງານ ຫຼື ການຖືພາໃນໄວເດັກມີຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ອະນາຄົດຂອງໄວໜຸ່ມໂດຍສະເພາະແມ່ນເພດຍິງ, ເຊິ່ງເປັນສິ່ງ ກີດຂວາງການສຶກສາ, ການມີວຽກເຮັດງານທຳ, ໂອກາດ ແລະ ການປະກອບສ່ວນເຂົ້າໃນຊຸມຊົນຂອງເຂົາເຈົ້າ, ຖ້າ ໄວໜຸ່ມຍິງທີ່ອາໄສຢູ່ເຂດຊົນນະບົດໄດ້ເຂົ້າໂຮງຮຽນ, ສາມາດເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການດ້ານສຸຂະພາບທາງເພດ, ຈະເລີນພັນ ແລະ ການວາງແຜນ ຄອບຄົວແມ່ນມີຄວາມສຳຄັນທີ່ສຸດສຳລັບເຂົາເຈົ້າ.
ໄວໜຸ່ມອາຍຸລະຫວ່າງ 10-24 ປີ ເປັນຈຸດໃຈກາງສຳຄັນໃນການບັນລຸເປົ້າ ໝາຍສະຫະສະວັດແຫ່ງການພັດທະນາ ແລະ ຮັບປະກັນວ່າ ສປປ ລາວ ຈະສາມາດ ໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍໃນການພັດທະນາເສດຖະກິດຈາກການ ເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນ ແລະ ບັນລຸເປົ້າໝາຍແຫ່ງຊາດໃນການຫຼຸດພົ້ນ ອອກຈາກປະເທດ ທີ່ດ້ອຍພັດ ທະນາປີ 2020. ເດັກນ້ອຍໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນອະນາຄົດ ດັ່ງນັ້ນ 5 ຂົງເຂດວຽກງານເຊັ່ນ: ສຸຂະພາບ, ການສຶກສາ, ການມີວຽກເຮັດງານທຳ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຈຶ່ງເປັນວຽກງານສຳຄັນສາມາດຮັບປະກັນໄດ້ວ່າທຸກ ຄົນຈະ ບັນລຸເປົ້າໝາຍຕາມຄວາມສາມາດຂອງຕົນ ແລະ ຕອບສະໜອງຄວາມຕ້ອງການໄດ້ຢ່າງຈະແຈ້ງ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...