Homeຂ່າວພາຍ​ໃນນັກທຸລະກິດຈີນ ຈະລົງທຶນຫລາຍຕື້ໂດລາ ພັດທະນາເຂດເສດຖະກິດສະເພາະ ບຶງທາດຫລວງ

ນັກທຸລະກິດຈີນ ຈະລົງທຶນຫລາຍຕື້ໂດລາ ພັດທະນາເຂດເສດຖະກິດສະເພາະ ບຶງທາດຫລວງ

Published on

thatluang lake

ພິທີວາງສີລາເລິກໂຄງການກໍ່ສ້າງເມືອງທ່ອງທ່ຽວໜອງນ້ຳ ທຳມະຊາດ ແລະ ວັດທະນາທຳຢູ່ເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດ ຫລວງ ​ໃນ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີ​ຂຶ້ນ​ໃນວັນທີ 20 ມີນານີ້ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ຂົງ​ເຂດ​ການ​ຜະລິດ ​ແລະ ຈໍລະ​ຈອນ ​ແລະ ລັ່ນຄ້ອງ 9 ບາດ ​ເພື່ອ​ເປັນ​ສິລິ​ມຸງຄຸນ​ໃຫ້​ແກ່​ໂຄງການ​ສຳຄັນ​ດັ່ງກ່າວ. ເຂດເສດຖະກິດແຫ່ງນີ້ຈະມີມູນຄ່າການລົງທຶນປະມານ 1-5 ຕື້ໂດລາສະຫະລັດ ເພື່ອພັດທະນາໃຫ້ກາຍ ເປັນເມືອງໃໝ່ທີ່ທັນສະໄໝໃນອີກ 15-20 ປີຕໍ່ໜ້າ ແລະ ສະເພາະໂຄງ ການ ກໍ່ສ້າງເມືອງທ່ອງ ທ່ຽວ ໜອງນ້ຳທຳມະຊາດ ແລະ ວັດທະນາທຳນີ້ມີເນືອທີ່ປະມານ 13 ເຮັກຕາ, ເຊິ່ງແມ່ນບໍລິສັດ ລາວສະ ຫວັນແດນດິນພັດທະນາອະສັງຫາລິມະຊັບຈຳກັດເປັນຜູ້ລົງທຶນປະມານ 320 ລ້ານໂດລາສະຫະລັດ ປະກອບມີ: ສູນການຄ້າຄົບວົງຈອນ, ໂຮງແຮມ, ອາຄານສຳນັກງານ, ສະຖານທີ່ພັກອາໄສ, ສູນບັນເທິງ, ປັປປຸງທັດສະນີຍະ ພາບທີ່ມີເອກະລັກສະເພາະເຂດສີຂຽວ, ເຂດສີຟ້າ, ສິ່ງສຳຄັນແມ່ນການ ປົກປັກຮັກ ສາສິ່ງແວດລ້ອມລະບົບນິເວດວິທະຍາ ແລະ ກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆ ແລະ ມາຮອດປັດຈຸ ບັນຜູ້ພັດທະນາເຂດ ແລະ ຜູ້ລົງທຶນລາຍຍ່ອຍ ໄດ້ລົງທຶນໄປແລ້ວຫລາຍກວ່າ 100 ລ້ານໂດລາສະຫະລັດ, ໂດຍການກໍ່ສ້າງພື້ນຖານໂຄງລ່າງ ແລະ ຕຶກອາຄານຂະ ໜາດສູງຈຳນວນ 12 ຫລັງ. ສ່ວນການຊົດເຊີຍທີ່ດິນຂອງປະຊາຊົນສຳເລັດຫລາຍກວ່າ 90% ໃນມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດ.

ທ່ານນາງ ບົວທາ ຄັດທິຍະ ລັດຖະມົນຕີຊ່ວຍຮອງປະທານຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດເພື່ອຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະເພາະ ກ່າວວ່າ: ເຖິງວ່າປະເທດເຮົາຈະເປັນປະເທດນ້ອຍ ແລະ ບໍ່ມີທາງອອກສູ່ທະເລ, ແຕ່ກໍນັບວ່າມີການເຂົ້າມາລົງທຶນຂອງບັນດາບໍລິສັດຈາກຕ່າງປະເທດເປັນຈຳນວນຫລາຍ, ເຊິ່ງມັນສະແດງໃຫ້ເຫັນວ່າພັກ ແລະ ລັດຖະບານພວກເຮົາໄດ້ມີແນວທາງອັນຖືກຕ້ອງເພື່ອສົ່ງເສີມການພັດທະນາເສດຖະ ກິດ-ສັງຄົມ ໂດຍສະເພາະແມ່ນ ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ ແລະ ສຳລັບການເຂົ້າມາລົງທຶນຂອງຜູ້ລົງທຶນໃນເຂດ ເສດຖະກິດ ສະເພາະແຫ່ງນີ້ ຈະເປັນຕົວແບບໜຶ່ງຂອງການພັດທະນາຍຸກໃໝ່ທີ່ເອົາວຽກເສດຖະກິດ ສອດຫ້ອຍປະສົມ ປະສານກັບວິ ຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຊາດ, ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນເພື່ອມີລາຍ ຮັບທີ່ໝັ້ນ ຄົງກ້າວສູ່ການຫລຸດຜ່ອນຄວາມທຸກຍາກລົງເທື່ອລະກ້າວ.

ທ່ານຮອງນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ ກ່າວວ່າ: ປັດຈຸບັນ, ເສດຖະກິດຂອງລາວພວມມີການຂະ ຫຍາຍຕົວສູງ ແລະ ພວມເຊື່ອມໂຍງກັບພາກພື້ນຢ່າງກວ້າງຂວາງ. ສະນັ້ນ, ການວາງສີລາເລິກໂຄງການດັ່ງກ່າວນີ້ ນັບວ່າເປັນຂອງຂວັນພິເສດໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຂອງຊາດລາວຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວຄົບຮອບ 60 ປີ ແລະ ວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາ ຊົນລາວຄົບຮອບ 40 ປີ ແລະ ເຊື່ອໝັ້ນວ່າຜູ້ລົງທຶນໃນໂຄງການນີ້, ຈະດຳເນີນວຽກງານຂອງຕົນໄປຕາມແຜນ ການກຳນົດໄວ້ ເພື່ອສ້າງໃຫ້ໂຄງການສຳຄັນດັ່ງກ່າວນີ້ຊ່ວຍດຶງດູດການລົງທຶນ,ການທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ.

 

​ແຫ​ລ່ງຂ່າວ: ລາວ​ພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...